ມີຮ້ານວາງສະແດງສິນຄ້າກ່ວາ 600 ຮ້ານເຂົ້າຮ່ວມງານວາງສະແດງສາກົນ VietBuild 2019

(VOVWORLD) - ງານວາງສະແດງສາກົນ VietBuild ເກິ່ນເທີ 2019 ດ້ວຍຫົວເລື່ອງ “ເຊື່ອມໂຍງ - ເຕັກໂນໂລຊີ - ຈຸດສູງ” ໄດ້ໄຂຂຶ້ນໃນຕອນເຊົ້າວັນທີ 25 ກໍລະກົດ ທີ່ສູນງານຕະຫລາດນັດວາງສະແດງ ເກິ່ນເທີ ແລະ ຈະແກ່ຍາວໄປຮອດວັນທີ 29 ກໍລະກົດ. 

 

ມີຮ້ານວາງສະແດງສິນຄ້າກ່ວາ 600 ຮ້ານເຂົ້າຮ່ວມງານວາງສະແດງສາກົນ VietBuild 2019 - ảnh 1 ພິທີໄຂງານວາງສະແດງ (ພາບ: ອິນເຕີແນັດ)

ງານວາງສະແດງໄດ້ດຶງດູດຮ້ານວາງສະແດງກ່ວາ 600 ຮ້ານທີ່ມາຈາກກ່ວາ 200 ຫົວໜ່ວຍທີ່ມີການເຄື່ອນໄຫວໃນບັນດາຂົງເຂດກ່ຽວກັບການກໍ່ສ້າງ ແລະ ເຄື່ອງຕົບແຕ່ງເຟີນີເຈີ, ໃນນັ້ນ ມີວິສາຫະກິດພາຍໃນປະເທດ 180 ແຫ່ງ, ວິສາຫະກິດຮ່ວມທຸລະກິດ 27 ແຫ່ງ ແລະ ບັນດາກຸ່ມບໍລິສັດຕ່າງປະເທດທີ່ມາຈາກ 9 ປະເທດ, ພາກພື້ນຄື: ອາເມລິກາ, ເຢຍລະມັນ, ອີຕາລີ, ຍີ່ປຸ່ນ, ສ.ເກົາຫຼີ, ໄທ, ສິງກະໂປ, ຈີນ, ຫວຽດນາມ ແລະ ບັນດາຄູ່ຮ່ວມມືທີ່ມາຢ້ຽມຊົມງານວາງສະແດງ.

ຕອບກັບ

ຂ່າວ/ບົດ​ອື່ນ