ມະຕິກອງປະຊຸມປະຈຳເດືອນ 8/2012

ມະຕິກອງປະຊຸມປະຈຳເດືອນ 8/2012 - ảnh 1
(ພາບປະກອບ)

(vovworld) -     ວັນ​ທີ 13/9, ລັດຖະບານ​ຫວຽດນາມ ​ໄດ້​ຍົກ​ອອກ​ມະຕິ​ກ່ຽວ​ກັບກອງ​ປະຊຸມ​ປະຈຳ​ເດືອນ 8/2012, ​ໃນ​ນັ້ນ​ຮຽກຮ້ອງ​ບັນດາ​ກະຊວງ, ຂະ​ແໜງ​ການ, ທ້ອງ​ຖິ່ນຕ່າງໆ ​ສຸມ​ໃສ່​​ແກ້​ໄຂ​ບັນດາ​ຄວາມ​ຫຍຸ້ງຍາກ, ສິ່ງ​ທະ​ທ້າຍ, ຊີ້​ນຳບໍລິຫານ​ການ​ປະຕິບັດ​ບັນດາ​​ເປົ້າ​ໝາຍ, ໜ້າ​ທີ່, ມາດ​ຕະການ​ແກ້​​ໄຂ​ຢ່າງ​ມີ​ປະສິດທິ​ຜົນ ຕາມ​ມະຕິ​ຂອງ​ພັກ, ສະພາ​ແຫ່ງ​ຊາດ ​ແລະ ລັດຖະບານ, ​ໂດຍ​ສະ​ເພາະ​ແມ່ນ​ມະຕິກອງລະ​ປະຊຸມສະ​ໄໝ​ສາມັນ​ປະຈຳ​ເດືອນ ​ແລະ ການ​ຊີ້​ນຳ, ບໍລິຫານ​ຂອງ​ລັດຖະບານ, ນາຍົກລັດຖະມົນຕີ​ໃນບັນດາ​ຂົງ​ເຂດການ​ເງິນ ​ເງິນຕາ, ກະສິກຳ. ການ​ສົ່ງ​ອອກ​ນຳ​ເຂົ້າ… ຄຽງ​ຂ້າງ​ນັ້ນ, ລັດຖະບານ​ໄດ້​ກຳນົດ​ເປົ້າ​ໝາຍ​ລວມຂອງ​ແຜນການ​ພັດທະ​ນາ​ເສດຖະກິດ​ສັງຄົມ​ປີ 2013 ​ແມ່ນ​ສືບ​ຕໍ່​ເພີ່ມ​ທະວີ​ການ​ຮັກສາ​ເສດຖະກິດ​ມະຫາ​ພາກ​ເປັນ​ປົກກະຕິ, ບໍ່​ປະ​ໃຫ້​​ໄພ​ເງິນ​​ເຟີ້​ເພີ່ມ​ຂຶ້ນ​ສູງ​ຄືນ​ໃໝ່, ຮັບປະກັນ​ລະດັບການ​ເຕີບ​ໂຕ​ດ້ານ​ເສດຖະກິດ​ຢ່າງ​ເໝາະ​ສົມ ​ແລະ ສືບ​ຕໍ່​ຍູ້​ແຮງ​ການ​ສ້າງ​ໂຄງ​ປະກອບ​ພື້ນຖານ​ເສດຖະກິດ​ສັງ​ລວມຄືນ​ໃໝ່ ​ໃນ​ນັ້ນສຸມ​ໃສ່​ເຂົ້າ​ໃນ 3 ຂົງ​ເຂດ​ຈຸດ​ສຸມ​ຄື: ການລົງທຶນຂອງ​ລັດ, ລັດວິ​ສາ​ຫະກິ​ດ, ລະບົບ​ຈັດ​ຕັ້ງ​ສິນ​ເຊື່ອ, ສ້າງທ່ວງ​ທ່າ​​ໃຫ້​ແກ່​ການ​ປະຕິບັດ​ບັນດາ​​ເປົ້າ​ໝາຍ​ຂອງ​ແຜນການ​ພັດທະນາ​ເສດຖະກິດ, ສັງຄົມ​ໄລຍະ 5 ປີ 2011 – 2015; ຮັບປະກັນ​ຊີວິດ​ສັງຄົມ, ສະຫວັດດີ​ການ​ສັງຄົມ ​ແລະ ປົວ​ແປງ​ຊີວິດ​ການ​​ເປັນ​ຢູ່​ໃຫ້​ແກ່​ປະຊາຊົນ; ​ເປີດ​ກວ້າງ​ການ​ພົວພັນຕ່າງປະ​ເທດ, ​ເປັນ​ເຈົ້າ​ການ​ເຊື່ອມ​ໂຍງ, ຍົກ​ສູງ​ທີ່​ຕັ້ງ​ບົດບາດ​ຂອງ​ຫວຽດນາມ ບົນ​ເວທີ​ສາກົນ…

ຂ່າວ/ບົດ​ອື່ນ