ມະຕິຍຸດທະສາດແຫ່ງຊາດກ່ຽວກັບຄວາມສະເໝີພາບລະຫວ່າງຍິງ-ຊາຍ ໄລຍະ 2021 – 2030

(VOVWORLD) -ເປົ້າໝາຍລະອຽດຂອງຍຸດທະສາດຄື: ຮອດປີ 2025 ໃນຂົງເຂດການເມືອງ, ບັນດາອົງການຄຸ້ມຄອງລັດ, ອຳນາດການປົກຄອງທ້ອງຖິ່ນທຸກຂັ້ນມີການນຳຫຼັກແຫຼ່ງເພດຍິງບັນລຸໄດ້ 60% ແລະ ຮອດປີ 2030 ບັນລຸໄດ້ 75%
ມະຕິຍຸດທະສາດແຫ່ງຊາດກ່ຽວກັບຄວາມສະເໝີພາບລະຫວ່າງຍິງ-ຊາຍ ໄລຍະ 2021 – 2030 - ảnh 1(ພາບປະກອບ: TTXVN)

ບົນພື້ນຖານການສືບທອດຍຸດທະສາດແຫ່ງຊາດກ່ຽວກັບຄວາມສະເໝີພາບລະຫວ່າງຍິງ-ຊາຍ ໄລຍະ 2011 – 2020, ສືບຕໍ່ປະຕິບັດແຜນນະໂຍບາຍຂອງພັກ, ລັດກ່ຽວກັບການປະຕິບັດເປົ້າໝາຍຄວາມສະເໝີພາບລະຫວ່າງຍິງ-ຊາຍ, ປະກອບສ່ວນບັນລຸບັນດາເປົ້າໝາຍພັດທະນາແບບຍືນຍົງຮອດປີ 2030, ລັດຖະບານໄດ້ປະກາດໃຊ້ມະຕິກ່ຽວກັບຍຸດທະສາດແຫ່ງຊາດຄວາມສະເໝີພາບລະຫວ່າງຍິງ-ຊາຍໄລຍະ 2021 – 2030.

        ເປົ້າໝາຍລະອຽດຂອງຍຸດທະສາດຄື: ຮອດປີ 2025 ໃນຂົງເຂດການເມືອງ, ບັນດາອົງການຄຸ້ມຄອງລັດ, ອຳນາດການປົກຄອງທ້ອງຖິ່ນທຸກຂັ້ນມີການນຳຫຼັກແຫຼ່ງເພດຍິງບັນລຸໄດ້ 60% ແລະ ຮອດປີ 2030 ບັນລຸໄດ້ 75%; ໃນຂົງເຂດເສດຖະກິດ, ການອອກແຮງງານ, ເພີ່ມອັດຕາຜູ້ອອກແຮງງານເພດຍິງທີ່ໄດ້ຮັບເງິນເດືອນເພີ່ມຂຶ້ນບັນລຸ 50% ໃນປີ 2025 ແລະ ປະມານ 60% ໃນປີ 2030… ໃນຂົງເຂດການສຶກສາ, ເນື້ື້ອໃນກ່ຽວກັບເພດ, ສຶກສາຄວາມສະເໝີພາບລະຫວ່າງຍິງ-ຊາຍໄດ້ນຳເຂົ້າຫຼັດສູດການສິດສອນໃນລະບົບການສຶກສາສາມັນ ແລະ ໄດ້ສິດສອນຢູ່ບັນດາໂຮງຮຽນສ້າງຄູຢ່າງເປັນທາງການ.

ຕອບກັບ

ຂ່າວ/ບົດ​ອື່ນ