ມະນຸດສະທຳ, ວຽກງານກຸສົນແມ່ນມູນເຊື້ອທີ່ລ້ຳຄ່າຂອງຊາດ ຫວຽດນາມ

(VOVWORLD) -ທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ຢືນຢັນວ່າ, ມະນຸດສະທຳ, ວຽກງານກຸສົນແມ່ນຈຸດຄວາມງາມ, ເປັນມູນເຊື້ອທີ່ລ້ຳຄ່າຂອງຊາດ ຫວຽດນາມ
ມະນຸດສະທຳ, ວຽກງານກຸສົນແມ່ນມູນເຊື້ອທີ່ລ້ຳຄ່າຂອງຊາດ ຫວຽດນາມ - ảnh 1(ທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ໄດ້ພົບປະກັບຜູ້ແທນດີເດັ່ນ)

ຕອນເຊົ້າວັນທີ 29 ສິງຫາ, ຢູ່ຮ່າໂນ້ຍ, ທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ໄດ້ພົບປະກັບຜູ້ແທນດີເດັ່ນ 80 ຄົນເຂົ້າຮ່ວມກອງປະຊຸມໃຫຍ່ທົ່ວປະເທດຄັ້ງທີ 11 ສະພາກາແດງ ຫວຽດນາມ ອາຍຸການ 2022 – 2027.

        ດ້ວຍຖານະເປັນປະທານກິດຕິມະສັກຂອງສະພາກາແດງ ຫວຽດນາມ ຊຸດທີ 10, ທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ຢືນຢັນວ່າ, ມະນຸດສະທຳ, ວຽກງານກຸສົນແມ່ນຈຸດຄວາມງາມ, ເປັນມູນເຊື້ອທີ່ລ້ຳຄ່າຂອງຊາດ ຫວຽດນາມ, ເຊິ່ງໄດ້ຮັບການສືບທອດຈາກລຸ້ນກ່ອນໆຈົນມາຮອດປະຈຸບັນ, ເປັນການສະແດງໃຫ້ເຫັນຄວາມຮັກແພງ, ເຄົາລົບ ແລະ ປົກປ້ອງມະນຸດ. ຕາມທ່ານເລຂາທິການໃຫຍ່ແລ້ວ, ໃນບັນດາການເຄື່ອນໄຫວມະນຸດສະທຳ, ວຽກງານກຸສົນທີ່ເຕັມໄປດ້ວຍຄວາມໝາຍນັ້ນ, ສະພາກາແດງ ຫວຽດນາມ ໄດ້ສວມບົດບາດ, ທີ່ຕັ້ງສຳຄັນທີ່ສຸດ. ໃນອາຍຸການຈະມາເຖິງ, ສະພາກາແດງ ຫວຽດນາມ ຕ້ອງຈັດຕັ້ງຢ່າງມີແບບມີແຜນກວ່າ, ສ້າງຂະບວນການມະນຸດທຳມະຢ່າງແທດຈິງກວ່າເກົ່າ.

ຕອບກັບ

ຂ່າວ/ບົດ​ອື່ນ