ມະ​ຫາ​ວິ​ທະ​ຍາ​ໄລ​ຮ່າ​ໂນ້ຍ ຈັ​ດ​ເຂົ້າໃນ​ຕາ​ລະ​ລາງ​ຈັດ​ອັນ​ດັບ​ມ​ະ​ຫາ​ວິ​ທະ​ຍາ​ໄລ​ໂລກ​ຂອງ Times Higher Education 2020 ຄັ້ງ​ທຳ​ອິດ

(VOVWORLD) -ວັນທີ 11 ກັນຍາ, ໜັງສືພິມສຶກສາມະຫາວິທະຍາໄລ (Times Higher Education, THE) ໄດ້ປະກາດໝາກຜົນຂອງການຈັດອັນດັບມະຫາວິທະຍາໄລໂລກຄັ້ງຫຼ້າສຸດ (World University Ranking 2020) ໃນເຫດການກອງປະຊຸມສຸດຍອດກ່ຽວກັບການສຶກສາ ຂອງ THE ຊຶ່ງໄດ້ຈັດຕັ້ງຢູ່ Zurich (ສະວິດ).
ມະ​ຫາ​ວິ​ທະ​ຍາ​ໄລ​ຮ່າ​ໂນ້ຍ ຈັ​ດ​ເຂົ້າໃນ​ຕາ​ລະ​ລາງ​ຈັດ​ອັນ​ດັບ​ມ​ະ​ຫາ​ວິ​ທະ​ຍາ​ໄລ​ໂລກ​ຂອງ Times Higher Education 2020 ຄັ້ງ​ທຳ​ອິດ - ảnh 1ພາບຖ່າຍໜ້າຈໍຕາລະລາງຈັດອັນດັບຂອງ Times Higher Education 2020 (ພາບ: giaoduc.net.vn)

ຕາມນັ້ນແລ້ວ, ນີ້ແມ່ນຄັ້ງທຳອິດທີ່ ມະຫາວິທະຍາໄລຮ່າໂນ້ຍ ແລະ 2 ຮາກຖານການສຶກສາຂັ້ນມະຫາວິທະຍາໄລ ຂອງ ຫວຽດນາມ ຖືກ THE ປະກາດອັນດັບພ້ອມກັບ ຮາກຖານການສຶກສາຂັ້ນມະຫາວິທະຍາໄລແຖວໜ້າຂອງໂລກ ເກືອບ 1.400 ແຫ່ງ. ໃນນັ້ນ, ມະຫາວິທະຍາໄລ ຮ່າໂນ້ຍ ແລະ ມະຫາວິທະຍາໄລສັບພະວິຊານອນຢູ່ໃນກຸ່ມ 801 – 1000 ຂອງໂລກ, ຖັດຈາກນັ້ນແມ່ນ ມະຫາວິທະຍາໄລນະຄອນ ໂຮ່ຈີມິນ ນອນໃນກຸ່ມ 1000+.

        ຜ່ານການຕີລາຄາດັ່ງກ່າວ, ມະຫາວິທະຍາໄລ ຮ່າໂນ້ຍ ມີບັນດາດັດຊະນີກ່ຽວກັບການສິດສອນ, ຄົ້ນຄ້ວາວິທະຍາສາດ, ແລະ ເຊື່ອມໂຍງ, ເຂົ້າຮ່ວມກັບສາກົນ, ນຳໜ້າໃນກຸ່ມບັນດາຮາກຖານການສຶກສາຂັ້ນມະຫາວິທະຍາໄລຂອງ ຫວຽດນາມເຊິ່ງຖືກຈັດເຂົ້າໃນຕາຕະລາງຈັດອັນດັບ. ມະຫາວິທະຍາໄລນະຄອນໂຮ່ຈີມິນ ໄດ້ນຳໜ້າກ່ຽວກັບລາຍຮັບຈາກວິສາຫະກິດ, ໃນນັ້ນ  ມະຫາວິທະນາໄລສັບພະວິຊາຮ່າໂນ້ຍມີດັດຊະນີກ່ຽວກັບການຄັດສະເໜີວິທະຍາສາດສູງສຸດ.

ຕອບກັບ

ຂ່າວ/ບົດ​ອື່ນ