ມາດຕະການອະນຸລັກຮັກສາ ແລະ ພັດທະນາ ວັດທະນະທຳ ໄຕງວຽນ

ມາດຕະການອະນຸລັກຮັກສາ ແລະ ພັດທະນາ ວັດທະນະທຳ ໄຕງວຽນ - ảnh 1
(ພາບປະກອບ)

(vovworld) -​ ການ​ພົບ​ປະ​ສົນທະນາ​ວິທະຍາສາດ: ມາດ​ຕະການ​ອະນຸລັກ​ຮັກສາ ​ແລະ ພັດທະນາ​ວັດທະນະທຳ ​ໄຕ​ງວຽນ ຖືກ​ດຳ​ເນີນ​ໃນ​ວັນ​ທີ 24/5, ຢູ່​ນະຄອນ​ຕູຍ​ຮ່ວາ, ​ແຂວງ​ຟູ໋ອຽນ ​ໂດຍ​ຄະນະ​ໂຄສະນາ​ສຶກສາ​ສູນ​ກາງ​ສົມທົບ​ກັບ​ຄະນະ​ຊີ້​ນຳ​ໄຕ​ງວຽນ, ສະ​ຖາ​ບັນ​ຄົ້ນ​ຄ້ວາ​ພັດທະນາ​ຝ່າຍ​ຕາ​ເວັນ​ຕົກ ​ແລະ ​ແຂວງ​ຟູ໋ອຽນ​ຈັດ​ຕັ້ງ​ຂຶ້ນ, ​ໄດ້​ດຶງ​ດູດ​ຜູ້​ແທນ​ທີ່​ມາ​ຈາກ 5 ​ແຂວງ ​ໃນ​ເຂດ​ໄຕ​ງວຽນ ​ແລະ 8 ​ແຂວງ​ຢູ່​ອ້ອມ​ຂ້າງ​ເຂົ້າ​ຮ່ວມ 200 ຄົນ. ບັນຫາ​ທີ່​ບັນດາ​ຜູ້​ແທນ​ສົນ​ໃຈທີ່​ສຸດ​ນັ້ນ​ແມ່ນ​ ມາດ​ຕະການ​ອະນຸລັກ​ຮັກສາ​ເຮືອນ​ຮົງ, ​ເຮືອນ​ຮ້ານ​ຂອງ​ຊາວ​ຊົນ​ເຜົ່າ​ສ່ວນ​ໜ້ອຍ​ຢູ່​ເຂດ​ໄຕ​ງວຽນ; ການ​ຮັກສາ ​ແລະ ພັດທະນາ​ອາຊີບທີ່​ເປັນ​ມູນ​ເຊື້ອ​ຂອງ​ບັນດາ​ເຜົ່າ​ໄຕ​ງວຽນ. ນັກ​ຄົ້ນ​ຄ້ວາ​ວັດທະນະທຳ​ໄຕ​ງວຽນ Linh Nga Nie Kdam, ຖື​ວ່າ:

ຖ້າ​ຫາກ​ໄດ້​ຮັບ​ການ​ແນະນຳ​ຂອງ​ບັນດາ​ຜູ້​ທີ່​ມີ​ລະດັບ​ວິຊາ​ສະ​ເພາະ, ຜະລິດ​ຕະພັນ​ຕ່າງໆ​ຂອງ​ຊົນ​ເຜົ່າ​ໄຕ​ງວຽນ​ເຊັ່ນ: ​ເຄື່ອງຕຳ່​ແຜ່ນ. ​ເຄື່ອງ​ຈັກສານ, ​ເຫຼົ້າ​ໄຫ, ​ເຄື່ອງ​ດົນຕີ… ລ້ວນ​ແຕ່​ສາມາດ​ກາຍ​ເປັນ​ຜະລິດ​ຕະພັນ​ເປັນ​ທີ່​ລະນຶກ​ໄດ້. ດັ່ງ​ນັ້ນ​ຖ້າ​ຫາກ​ບໍ່​ມີ​ການ​​ເສີມ​ຂະຫຍາຍແລະຂຸດ​ຄົ້ນ, ​ຈະບໍ່​ສາມາດ​ຫາ​ເງິນ​ຈາກຜະລິດ​ຕະພັນ​ຂອງ​ຊາວເຜົ່າ​ໄຕ​ງວຽນ​ໄດ້ “.

ຂ່າວ/ບົດ​ອື່ນ