ມານະພະຍາຍາມປ່ຽນໃຫມ່ເພື່ອຮັບໃຊ້ຄວາມຕ້ອງການເບິ່ງແຍງສຸຂະພາບປະຊາຊົນໃຫ້ດີກວ່າ

(VOVWORLD) -ໃນປີ 2017, ຂະແຫນງສາທາລະນະສຸກ ໄດ້ມີການປ່ຽນແປງຫລາຍຢ່າງ ເພື່ອແນໃສ່ຍົກສູງຄຸນນະພາບການເຄື່ອນໄຫວຢູ່ບັນດາຮາກຖານສາທາລະນະສຸກ, ມຸ້ງໄປເຖິງຄວາມພຶງພໍໃຈຂອງຄົນເຈັບ. 
ມານະພະຍາຍາມປ່ຽນໃຫມ່ເພື່ອຮັບໃຊ້ຄວາມຕ້ອງການເບິ່ງແຍງສຸຂະພາບປະຊາຊົນໃຫ້ດີກວ່າ - ảnh 1 ທ່ານນາງ ຫງວຽນທິກີມຕຽນ, ລັດຖະມົນຕີກະຊວງສາທາລະນະສຸກ ຫວຽດນາມ 

ປີ 2018 ທົ່ວຂະແຫນງສືບຕໍ່ຜັນຂະຫຍາຍບັນດາມາດຕະການຢ່າງຂ້ຽວຂາດ ເພື່ອຍົກສູງຄຸນນະພາບການກວດ ແລະ ປິ່ນປົວພະຍາດໃຫ້ແກ່ປະຊາຊົນ. ທ່ານນາງ ຫງວຽນທິກີມຕຽນ, ລັດຖະມົນຕີກະຊວງສາທາລະນະສຸກ ໄດ້ຢືນຢັນຄືດັ່ງກ່າວໃນການແລກປ່ຽນກັບສື່ມວນຊົນເນື່ອງໃນໂອກາດຕົ້ນປີ 2018. ຕາມນັ້ນແລ້ວ ຂະແຫນງສືບຕໍ່ຍູ້ແຮງການຕີລາຄາຄຸນນະພາບ ແລະ ປັບປຸງຄຸນນະພາບຕາມ ໝວດມາດຖານຄຸນນະພາບຂອງໂຮງໝໍ, ເພື່ອແນໃສ່ຊ່ວຍໂຮງໝໍ ກຳນົດບັນດາບັນຫາຍັງຄົງຄ້າງ, ບັນດາບັນຫາຍັງອ່ອນດ້ອຍ, ຍັງບໍ່ທັນຕອບສະຫນອງຄວາມມຸ້ງມາດປາດຖະຫນາຂອງປະຊາຊົນໄດ້ ເພື່ອວາງອອກບັນດາບັນຫາບຸລິມະສິດຄວນດັດປັບ. 

ຕອບກັບ

ຂ່າວ/ບົດ​ອື່ນ