ມາເລເຊຍ, ນິວຊີແລນ ຊຸກຍູ້ RCEP ພາຍຫລັງ ອາເມລິກາ ຖອນອອກຈາກ TPP

ມາເລເຊຍ, ນິວຊີແລນ ຊຸກຍູ້ RCEP ພາຍຫລັງ ອາເມລິກາ ຖອນອອກຈາກ TPP - ảnh 1

ມາ​ເລ​ເຊຍ ຈະ​ສຸມ​ໃສ່​ເຂົ້າ​​ໃນການ​ເຊື່ອມ​​ໂຍງ​ເສດຖະກິດ​ພາກ​ພື້ນ
​ແລະ ປະຕິບັດສຳ​ເລັດ​ສັນ​ຍາ​ຄູ່​ຮ່ວມ​ມື​ເສດຖະກິດ​ຮອບດ້ານ​ພາກ​ພື້ນ (RCEP)

(vovworld) - ​ ມາ​ເລ​ເຊຍ ຈະ​ສຸມ​ໃສ່​ເຂົ້າ​​ໃນການ​ເຊື່ອມ​​ໂຍງ​ເສດຖະກິດ​ພາກ​ພື້ນ ​ແລະ ປະຕິບັດສຳ​ເລັດ​ສັນ​ຍາ​ຄູ່​ຮ່ວມ​ມື​ເສດຖະກິດ​ຮອບດ້ານ​ພາກ​ພື້ນ (RCEP) ​ໃນ​ສະພາວະທີ່​ສັນຍາ​ຄູ່​ຮ່ວມ​ມື​ຂ້າມ​ປາຊີ​ຟິກ (TPP) ອາດ​ຈະ​ບໍ່​ປະກົດ​ຜົນ​ເປັນ​ຈິງ ພາຍຫລັງ ອາ​ເມ​ລິ​ກາ ປະກາດ​ຖອນ​ອອກ​ຈາກ TPP. ວັນ​ທີ 24/01, ທ່ານ Mustapa Mohamed ລັດຖະມົນຕີ​ກະຊວງ​ການ​ຄ້າ​ສາກົນ ​ແລະ ອຸດສາຫະກ​​ຳ ມາ​ເລ​ເຊຍ ​ໃຫ້​ຮູ້​ວ່າ: ມາ​ເລ​ເຊຍ ຈະ​ຊຸກຍູ້​ການ​ເຊື່ອມ​​ໂຍງ​ເສດຖະກິດ​ກັບ 10 ປະ​ເທດ​ສະມາຊິກ​ສະມາຄົມ​ປະຊາ​ຊາດ​ອາຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້ (ອາ​ຊຽນ), ປະຕິບັດສ​ຳ​ເລັດ RCEP ​ເຊິ່ງລວມມີ ອາ​ຊຽນ ​ແລະ 6 ຄູ່​ຮ່ວມ​ມື​ການ​ຄ້າ​ຫຼັກ​ແຫຼ່ງຂອງ​ກຸ່ມ ​ໃນ​ນັ້ນ​ມີ ຈີນ.

        ​ແລະ​ໃນ​ວັນ​ດຽວ​ກັນ, ທ່ານ​ Bill English ນາຍົກລັດຖະມົນຕີ ນິວຊີ​ແລນ ກໍ່​ຢືນຢັນ​ວ່າ ປະ​ເທດ​ນີ້ ຈະບໍ່​ລົບ​ລ້າງ​ບັນ​ດາ​ເອກະສານ​​ການ​ຄ້າ​ເສລີ​ອື່ນໆ ​ເມື່ອ ອາ​ເມ​ລິ​ກາ ປະກາດ​ຖອນ​ອອກ​ຈາກ TPP.

ຂ່າວ/ບົດ​ອື່ນ