ມາ​ເລ​ເຊຍ​ຮຽກ​ຮ້ອງ ອາ​ຊຽນ ສ້າງ​ພື້ນ​ຖານ​ເສດ​ຖະ​ກິດ​ດີ​ຈີ​ຕອນ, ເຕັກ​ໂນ​ໂລ​ຢີ​ຂຽວ

(VOVWORLD) -ທ່ານລັດຖະມົນຕີກະຊວງການຄ້າສາກົນ ແລະ ອຸດສາຫະກຳ ມາເຊເຊຍ Mohamed Azmin Ali ໄດ້ສະແດງຄວາມຊົມເຊີຍຕໍ່ຄວາມກ້າວໜ້າຂອງບັນດາຂໍ້ລິເລີ່ມໃນຂອບເຂດຟື້ນຟູຮອບດ້ານ (ACRF)
ມາ​ເລ​ເຊຍ​ຮຽກ​ຮ້ອງ ອາ​ຊຽນ ສ້າງ​ພື້ນ​ຖານ​ເສດ​ຖະ​ກິດ​ດີ​ຈີ​ຕອນ, ເຕັກ​ໂນ​ໂລ​ຢີ​ຂຽວ - ảnh 1ກອງປະຊຸມລັດຖະມົນຕີເສດຖະກິດ ອາຊຽນ (ພາບ: TTXVN)

ທ່ານລັດຖະມົນຕີກະຊວງການຄ້າສາກົນ ແລະ ອຸດສາຫະກຳ ມາເຊເຊຍ Mohamed Azmin Ali ໄດ້ຮຽກຮ້ອງໃຫ້ບັນດາປະເທດສະມາຊິກ ອາຊຽນ ສ້າງພື້ນຖານເສດຖະກິດດີຈີຕອນ, ເຕັກໂນໂລຢີຂຽວ ເພື່ອນຳມາເຊິ່ງຜົນປະໂຫຍດໂດຍກົງ ແລະ ແທດຈິງ ໃຫ້ແກ່ບັນດາວິສາຫະກິດ ຂະໜາດກາງ ແລະ ນ້ອຍ (MSME), ໄວໜຸ່ມ ແລະ ປະຊາຊົນ. ກ່າວຄຳເຫັນທີ່ກອງປະຊຸມລັດຖະມົນຕີເສດຖະກິດ ອາຊຽນ ທີ່ໄດ້ດຳເນີນຢູ່ ແຂວງ Siem Reap, ລາຊະອານາຈັກ ກຳປູເຈຍ, ວັນທີ 14 ກັນຍາ, ທ່ານລັດຖະມົນຕີ Azmin Ali ໄດ້ສະແດງຄວາມຊົມເຊີຍຕໍ່ຄວາມກ້າວໜ້າຂອງບັນດາຂໍ້ລິເລີ່ມໃນຂອບເຂດຟື້ນຟູຮອບດ້ານ (ACRF). ທ່ານກໍ່ເນັ້ນໜັກເຖິງຄວາມສຳຄັນຂອງການສ້າງກຳລັງຄວາມສາມາດຂອງບັນດາ MSME, ກໍ່ຄືບັນດາຂໍ້ລິເລີ່ມຈະນຳມາເຊິ່ງຜົນປະໂຫຍດໂດຍກົງ ແລະ ແທດຈິງ ໃຫ້ແກ່ ປະຊາຊົນພິເສດແມ່ນໄວໜຸ່ມ, ລວມມີການສ້າງວຽກເຮັດງານທຳ ແລະ ເພີ່ມມູນຄ່າໃຫ້ວິສາຫະກິດ ແລະ ຂະແໜງອຸດສາຫະກຳ ທ້ອງຖິ່ນ.

ຕອບກັບ

ຂ່າວ/ບົດ​ອື່ນ