ມືເຮັດວຽກທີ 3 ກອງປະຊຸມສະໄໝສາມັນເທື່ອທີ 3 ສະພາແຫ່ງຊາດຊຸດທີ 13

(vovworld) -  ຕອນ​ເຊົ້າ​ວັນ​ທີ 23/5, ກອງ​ປະ​ຊຸມ​ສະ​ໄໝ​ສາມັນ​ເທື່ອ​ທີ 3 ສະພາ​ແຫ່ງ​ຊາດ​ຫວຽດນາມ ຊຸດ​ທີ 13 ສືບ​ຕໍ່ລາຍການ​ເຮັດ​ວຽກ, ບັນດາ​ສະມາຊິກ​ສະພາ​ແຫ່ງ​ຊາດ (ສສຊ) ​ໄດ້​ປຶກສາ​ຫາລື​ກ່ຽວ​ກັບ​ຮ່າງ​ປະມວນ​ກົດໝາຍ​ແຮງ​ງານ​ສະບັບ​ປັບປຸງ. ບັນດາ​ເນື້ອ​ໃນ​ໄດ້​ນຳ​ມາ​ປຶກສາ​ຫາລື ຊຶ່ງ​ລວມມີ: ຂອບ​ເຂດ​ດັດ​ປັບ,  ​ເປົ້າ​ໝາຍ​ຊົມ​ໃຊ້, ​ເງິນ​ເດືອນ​ພື້ນຖານ, ​​​ກຳນົດ​ເວລາ​​ເຮັດ​ວຽກ, ​ເວລາ​ພັກຜ່ອນ, ສິດ​ອອກກິນ​ເບ້ຍບຳນານຂອງ​ຄົນ​ງານ ​ແລະ ​ເວລາ​ອອກ​ກິນ​ເບ້ຍ​ບຳນານ, ລະບອບ​ນະ​ໂຍບາຍ​ທີ່​ມີ​ຕໍ່​ແມ່ຍິງ​​ໃນ​ໄລ​ຍະຖືພາ ​ແລະ ​ເກີດ​ລູກ. ນີ້​ແມ່ນ​ບັນດາ​ບັນຫາ​ໄດ້​ຮັບ​ຄວາມ​ສົນ​ໃຈ​ຈາກ ສສຊ ຫລາຍ​ທ່ານ ຍ້ອນ​ມັນ​ສົ່ງ​ຜົນ​ສະທ້ອນ​ເຖິງ​ຫລາຍ​ດ້ານ​ໃນ​ຊີວິດ​ສັງຄົມ.

ມືເຮັດວຽກທີ 3 ກອງປະຊຸມສະໄໝສາມັນເທື່ອທີ 3 ສະພາແຫ່ງຊາດຊຸດທີ 13 - ảnh 1
ສະມາຊິກສະພາແຫ່ງຊາດປະກອບຄຳເຫັນ
ພາບປະກອບ:internet

        ກ່ຽວ​ກັບ​ບັນຫາ​ເງິນ​ເດືອນ ​ແລະ ລະດັບ​ເງິນ​ເດືອນ​ພື້ນຖານ, ມີ​ ສສຊ ຫລາຍ​ທ່ານ​ຖື​ວ່າ: ຄວນ​ຄົ້ນ​ຄ້ວາ​ເພື່ອ​ເພີ່ມ​ເຕີມ​ບັນດາ​ຂໍ້​ກຳນົດ​ລະອຽດ​ກ່ຽວ​ກັບ​ເງິນ​ເດືອນ. ສສຊ ບາງ​ທ່ານ​ມີ​ຄຳ​ເຫັນ​ວ່າ: ຄວນ​ກຳນົດ​ຢ່າງ​ລະອຽດ​ກ່ຽວ​ກັບ​ເງິນ​ເດືອນ​ພື້ນຖານ​ຕາມ​ຊົ່ວ​ໂມງ​ເຮັດ​ວຽກ​ ​ເພ່ືອ​ຕອບ​ສະຫນອງ​ຄວາມ​ຕ້ອງການ​ຂອງ​ຕະຫລາດ​ແຮງ​ງານ. ທ່ານ​ນາງ Ngo Thi Minh ສສຊ ​ແຂວງ Tra Vinh ມີຄຳ​ເຫັນ​ວ່າ:

        “​​ໃນ​ພຶດຕິ​ກຳ​ຕົວ​ຈິງ, ພວກ​ເຮົາກຳນົດ​ວ່າ​ບໍ່​ອະນຸຍາດ​ໃຫ້​ເຮັດ​ວຽກ​ເພີ່ມ ​ແລະ ​ເຮັດ​ວຽກ​ເພີ່ມຫລາຍ​ສຸດ​ກໍ່​ບໍ່​ເກີນ 200 ຊົ່ວ​ໂມງ, ​ແຕ່​ຍ້ອນ​ຫລາຍ​ສາຍ​ເຫດ ຄົນ​ງານ​ຕ້ອງ​ເຮັດ​ວຽກ​ເພີ່ມ ບາງ​ເທື່ອ​ຂຶ້ນ​ເຖິງ 300 - 400 ຊົ່ວ​ໂມງ, ແຕ່​​ເຂົາ​ເຈົ້າ​ພັດບໍ່​ໄດ້​ຮັບ​ຄ່າ​ແຮງ​ງານ. ສະ​ນັ້ນ ພວກ​ເຮົາ​ຄວນ​ເພີ່ມ​ເຕີມ, ​ເຮັດ​ໃຫ້ຈະ​ແຈ້ງ​ອົງການ ຫລື ສ່ວນ​ບຸກຄົນ​ນຳ​ໃຊ້​ຄົນ​ງານ​ທີ່​ມີ​ການ​ເຮັດ​ວຽກ​ລື່ນ​ກາຍ​ເວລາ​ກຳນົດ ​ແລະ ມີຫນ້າ​ທີ່​ຮັບຜິດຊອບ​ໃນ​ການ​ຊຳລະ​ຄ່າເຮັດ​ວຽກ​ເພ​ີ່ມ​ໃຫ້​ແກ່​ຄົນ​ງານ.”

        ກ່ຽວ​ກັບ​​ເກັ່ນ​ອາຍຸ​​ແຮງ​ງານ, ສສຊ ຫລາຍ​ທ່ານ​ໄດ້​ເຫັນ​ດີ​ຕາມ​ການ​ກຳນົດຂອງ​ຮ່າງ​ປະ​ມວນ​ກົດໝາຍ ນັ້ນ​ແມ່ນ​ອາຍຸ​ພັກ​ກິນ​ເບ້ຍ​ບຳນານ​ສຳລັບ​​ເພດ​ຊາຍ​​ແມ່ນ​ອາຍຸ 60 ປີ, ​ເພດ​ຍິງ ອາຍຸ 55 ປີ ​ແລະ ກຸ່ມ​ແຮງ​ງານທີ່​​ເຮັດ​ວຽກ​ງານພິ​ເສດ ສາມາດ​ອອກ​ກິນ​ເບ້ຍ​ບຳນານ​ກ່ອນ​ອາຍຸ 60 ປີ ສຳລັບ​ເພດ​ຊາຍ ​ແລະ ກ່ອນ 55 ປີ ສຳລັບ​ເພດ​ຍິງ. ​ເຖິງ​ຢ່າງ​ໃດ​ກໍ​ຕາມ, ອາຍຸ​ພັກ​ກິນ​ເບ້ຍ​ບຳນານ​ອາດ​ຈະ​ເພີ່ມ​ຂຶ້ນ ​ແຕ່​ບໍ່​​ເກີນ​ໄລຍະ 5 ປີ ສຳລັບ​ບັນດາ​ນັກວິທະຍາສາດ, ນັກ​ຄົ້ນ​ຄ້ວາ ​ແລະ ກຸ່ມຄົນ​ງານ​ທີ່​​ເຮັດ​ວຽກ​ຕາມ​ວິຊາ​ສະ​ເພາະ, ​ເຕັກນິກ, ນັບ​ທັງ​ຊາຍ ​ແລະ ຍິງ.  ທ່ານ ​Le Van Hoang ສສຊ ນະຄອນ Da Nang ຖື​ວ່າ:

        “ປະຈຸ​ບັນ, ຫວຽດນາມ ພວມ​ຢູ່​ໃນ​ໄລຍະ​ມີ​ພົນລະ​ເມືອງ​ຫລາຍ​ພໍສົມຄວນ, ກຳລັງ​ແຮງ​ງານ​ອຸດົມສົມບູນ ​ແລະ ມີ​ຄວາມ​ສາມາດ​ບົ່ມ​ຊ້ອນ​ຫລາຍ​ຢ່າງ. ​ໄລຍະ​ນີ້ ຈະ​ແກ່ຍາວ​ແຕ່ 30 - 35 ປີ​ ອີກ ຕາມ​ການ​ຄາດ​ຄະ​ເນ​ຂອງ​ບັນດາ​ນັກວິທະຍາສາດ, ຖ້າ​ຫາກ​ພວກ​ເຮົາ​ມີ​ມາດ​ຕະການ​ເໝາະ​ສົມ​ໃນ​ການ​ບຳລຸງ​ສ້າງ​ວິຊາ​ຊີບ, ສ້າງ​ວຽ​ກ​ເຮັດ​ງານ​ທຳ​ຢ່າງ​ພຽງພໍ ​ແລະ ຮູ້​ວິທີ​ນຳ​ໃຊ້​ຄົນ​ງານ​ຢ່າງເໝາະ​ສົມ ຈະ​ສ້າງ​ເງື່ອນ​ໄຂ​ສະດວກ​ເພື່ອ​ຍູ້​ແຮງ​ລະດັບ​ການ​ພັດທະນາ​ເສດຖະກິດ​ສັງຄົ​ມ​ໃນ​ຫລາຍ​ຂົງເຂດ.”

       ຕອນບ່າຍວັນທີ 23/5, ພາຍໃຕ້ການ​ເປັນ​ປະທານຂອງທ່ານນາງຮອງປະທານສະພາແຫ່ງຊາດຫວຽດນາມ Nguyen Thi Kim  Ngan, ບັນດາສະມາຊິກສະພາແຫ່ງຊາດໄດ້ປຶກສາຫາລື ຮ່າງກົດໝາຍວ່າດ້ວຍ ການປະກັນເງິນຝາກ. ມີ​ເນື້ອ​ໃນ 6 ຂໍ້​ເຊິ່ງ​ໄດ້​ນຳ​ມາ​ປຶກສາ​ຫາລື, ຕ້ອງ​ໄດ້​ຮັບ​ການ​ປັບປຸງ, ​ໃນ​ນັ້ນ​ພົ້ນ​ເດັ່ນ​ແມ່ນ​​ເປົ້າ​ໝາຍຮັບປະກັນ​ເງິນ​ຝາກ, ​ເງິນ​ສະກຸນໃດ​ໄດ້​ຮັບ​ການປະກັນ, ຄ່າ​ປະກັນ​​ເງິນ​ຝາກ ​ແລະ ອື່ນໆ. ​ເປົ້າ​ໝາຍ​ຂອງ​ການປະກັນ​ເງິນ​ຝາກ​ໃນ​ຮ່າງ​ກົດໝາຍ​ວ່າ​ດ້ວຍ​ການປະກັນ​ເງິນ​ຝາກ​ກຳນົດ​ວ່າ ພຽງ​​ແຕ່ສ່ວນ​ບຸກຄົນ​ເທົ່າ​ນັ້ນ ​ແຕ່​ບາງ​ຄຳ​ເຫັນ​ສະ​ເໜີ​ເບີດ​ກວ້າງ​ອອກ​ສູ່ບາງ​ອົງການ, ສຳນັກງານແຫ່ງ​ລັດ ​ແລະ ບັດ​ດາ​ວິ​ສາ​ຫະກິດ​ຕື່ມ​ອີກ. ​ທ່ານ Phan Van Quy ສສຊ ​ແຂວງ ​ເງະ​ອານ ມີຄຳ​ເຫັນ​ວ່າ.

        “ ປະ​ຈຸ​ບັນ​ຄ່າ​ປະກັນ​ເງິນ​ຝາກ​ແມ່ນ 0,15%. ​ເລື່ອງ​ນຳ​ໃຊ້​ຄ່າ​ປະກັນ​ເງິນ​ຝາກ​ລວມ​ນັບ​ທັງອົງການ​ເຂົ້າ​ຮ່ວມ​ການ​ປະກັນ​ເງິນ​ຝາກ​ຄືດັ່ງ​ຮູບ​ການ​ເກື້ອກູນ, ບໍ່​ສາມາດ​ສ້າງ​ການແກ່ງ​ແຍ້ງຢ່າງສົດ​ໃສລະຫວ່າງ​ບັນດາ​ທະນາຄານ. ຄວນ​ຄິດ​ໄລ່​​ຄ່າ​ປະກັນ​ເງິນ​ຝາກ​ຕາມ​ລະດັບຄວາມ​ສ່ຽງ​ຂອງ​ອົງການ​ເຂົ້າ​ຮ່ວມ​ການ​ປະກັນ​ເງິນ​ຝາກ. ​ວິທີຄິດ​ໄລ່​ດັ່ງ​ກ່າວ​ແມ່ນ​ມີ​ຈຸດ​ດີ, ແມ່ນ​ໄດ້​ສ່ອງ​ແສງ​ຖືກ​ຕາມ​ກົດ​ເກນຂອງຕະຫຼາດ ”.

        ສ່ວນ​ທ່ານ Huynh Van Tiep, ສສຊ ​ແຂວງ ​ເກີນ​ເທີ, ​ມີ​ຄຳ​ເຫັນ​ດັ່ງ​ນີ້.

        “ ຂ້າພະ​ເຈົ້າ​ໄດ້​ເຫັນ​ດີ​ກັບ​ຂໍ້​ສະ​ເໜີ​ຂອງ​ຄະນະ​ປະຈຳ​ສະພາ​ແຫ່ງ​ຊາດ​ມອບ​ໃຫ້​ລັດຖະບານ​ສ້າງ​ຕັ້ງ​ອົງການ​ປະກັນ​ເງິນ​ຝາກ​ຫວຽດນາມ ​ແລະ ມອບ​ໃຫ້​ທະນະ​ຄານ​ແຫ່ງ​ລັດ​ຫວຽດນາມ ຄຸ້ມ​ຄອງ​ລັດ. ​ເພື່ອ​ຮັບປະກັນ​ຄວາມ​ກະຈ່າ​ງ​ແຈ້ງ ຄວນ​ກຳນົດ​ຄ່າ​ປະກັນ​ເງິນ​ຝາກ​ແມ່ນ​ເທົ່າ​ໃດ​ໃນ​ກົດໝາຍ​ຢ່າງ​ລະອຽດ. ຂ້າພະ​ເຈົ້າ​ໄດ້​ເຫັນ​ດີ​ມອບ​ໃຫ້​ລັດຖະບານ​ກຳນົດ​ ​ແລະ​ ດັດ​ປັບ​ຄ່າ​ປະກັນ​ເງິນ​ຝາກຕາມ​ແຕ່ລະ​ໄລຍະ​ບົນ​​ພື້ນຖານ​ອີ່​ງ​ໃສ່​ຂໍ້ສະ​ເໜີ​ຂອງ​ທະນາຄານ​ແຫ່ງ​ລັດ ”.

 

 

ຂ່າວ/ບົດ​ອື່ນ