(VOVWORLD) - ຕອນບ່າຍວັນທີ 15 ທັນວາ, ຢູ່ຮ່າໂນ້ຍ, ທ່ານ ຟ້າມມິງຈິງ ນາຍົກລັດຖະມົນຕີ ຫວຽດນາມ ໄດ້ເຂົ້າຮ່ວມພິທີສະເຫຼີມສະຫຼອງ ວັນສ້າງຕັ້ງຄະນະກຳມະການຊາຍແດນແຫ່ງຊາດ ຄົບຮອບ 50 ປີ (1975 – 2025) ແລະ ຕ້ອນຮັບຫຼຽນໄຊແຮງງານຊັ້ນໜຶ່ງ.
ທ່ານ ຟ້າມມິງຈິງ ນາຍົກລັດຖະມົນຕີ ຫວຽດນາມ ກ່າວຄຳເຫັນທີ່ພິທີ
|
ເມື່ອກ່າວຄຳເຫັນທີ່ພິທີ, ທ່ານນາຍົກລັດຖະມົນຕີ ໄດ້ຊົມເຊີຍບັນດາຜົນງານຂອງຄະນະກຳມະການຊາຍແດນແຫ່ງຊາດໃນຕະຫຼອດໄລຍະ 50 ປີຜ່ານມາ, ຜ່ານນັ້ນ, ປະກອບສ່ວນສຳຄັນເຂົ້າໃນການປົກປັກຮັກສາອະທິປະໄຕອັນສັກກະລະບູຊາຂອງຊາດ, ປັບປຸງສາຍພົວພັນມິດຕະພາບກັບບັນດາປະເທດບ້ານໃກ້ເຮືອນຄຽງ. ຕາມທ່ານນາຍົກລັດຖະມົນຕີແລ້ວ, ເພື່ອສາມາດປົກປັກຮັກສາເອກະລາດ, ອະທິປະໄຕຜືນແຜ່ນດິນອັນຄົບຖ້ວນໄວ້ໃຫ້ໝັ້ນຄົງ, ໜັກແໜ້ນ, ແມ່ນຕ້ອງເອົາໃຈໃສ່ເຖິງການລົງທຶນ, ພັດທະນາເສດຖະກິດໃຫ້ແກ່ປະຊາຊົນເຂດຊາຍແດນ, ເພື່ອໃຫ້ປະຊາຊົນທຸກຄົນເປັນ “ຫຼັກໝາຍທີ່ມີຊີວິດ” ຍືນຍົງໃນເຂດຊາຍແດນຂອງປະເທດຊາດ ແລະ ຕ້ອງລົງທຶນໃຫ້ເຂດຊາຍແດນຢ່າງໜ້ອຍສຸດຕ້ອງທຽບເທົ່າ ຫຼື ສູງກວ່າຢູ່ພາຍໃນປະເທດ.
ກ່ຽວກັບໜ້າທີ່ໃນໄລຍະຈະມາເຖິງ, ທ່ານນາຍົກລັດຖະມົນຕີ ສະເໜີໃຫ້ຄະນະກຳມະການຊາຍແດນແຫ່ງຊາດປະຕິບັດທິດນຳທີ່ວ່າ: ເດັດດ່ຽວ, ມີໄຫວພິບໃນການຕໍ່ສູ້ປົກປັກຮັກສາເອກະລາດ, ອະທິປະໄຕ, ຄວາມເປັນເອກະພາບ ແລະ ຜືນແຜ່ນດິນອັນຄົບຖ້ວນ; ຢຶດໝັ້ນໝູນໃຊ້ບັນດາປັດໄຈນິຕິທຳ, ເຕັກນິກ, ຖືບັນດາສົນທິສັນຍາ, ຂໍ້ຕົກລົງສອງຝ່າຍກ່ຽວກັບຊາຍແດນ, ກົດໝາຍສາກົນເປັນສຳຄັນ; ຕັ້ງໝັ້ນຮ່ວມມື ແລະ ເຈລະຈາໃນການແກ້ໄຂບັນດາຄວາມບໍ່ລົງລອຍກັນ, ຊອກຫາມາດຕະການພື້ນຖານ, ຍາວນານ, ຮັກສາສະພາບແວດລ້ອມສັນຕິພາບ, ສະຖຽນລະພາບເພື່ອພັດທະນາປະເທດຊາດ.
ໃນພິທີ, ທ່ານນາຍົກລັດຖະມົນຕີ ໄດ້ມອບຫຼຽນໄຊແຮງງານຊັ້ນໜຶ່ງໃຫ້ແກ່ຄະນະກຳມະການຊາຍແດນແຫ່ງຊາດ.