ຢືນຢັນອະທິປະໄຕ ຂອງຫວຽດນາມ ທີ່ມີຕໍ່ ໝູ່ເກາະ ຮ່ວາງຊາ ແລະ ເຈື່ອງຊາ

ຢືນຢັນອະທິປະໄຕ ຂອງຫວຽດນາມ ທີ່ມີຕໍ່ ໝູ່ເກາະ ຮ່ວາງຊາ ແລະ ເຈື່ອງຊາ - ảnh 1
ບັນດາຜູ້ແທນທີ່ຮ່ວມກອງປະຊຸມ
(ພາບ: phunuonline.com.vn)

(vovworld) - ​ຕອນ​ເຊົ້າ​ວັນ​ທີ 12/12, ຢູ່ ດ່າ​ນັ້ງ, ​ໄດ້​ດຳ​ເນີນກອງ​ປະຊຸມ​ສຳ​ມະ​ນາ​ວິທະຍາສາດ ດ້ວຍ​ຫົວ​ຂໍ້​ວ່າ  ”ການ​ຮ່ວມ​ມື​ໃນ​ເຂດ​ທະ​ເລ​ຕາ​ເວັນ​ອອກ - ປະຫວັດສາດ ​ແລະ ​ແງ່​ຫວັງ”. ບັນດາ​ບົດ​ປະກອບ​ຄວາມ​ເຫັນ​ທີ່​ກອງ​ປະຊຸມ​ສຳ​ມະ​ນາ​ຂອງ​ບັນດາ​ນັກວິ​ທະ​ຍາ​ສາດ, ຜູ້​ຊ່ຽວຊານ​ທີ່​ຄົ້ນ​ຄ້ວາ​ກ່ຽວ​ກັບ​ທະ​ເລ​ຕາ​ເວັນ​ອອກ ​ໄດ້​ປະກາດ​ບັນດາ​ຜົນງານ​ໃນ​ການ​ຄົ້ນ​ຄ້ວາ​ໃໝ່​ກ່ຽວ​ກັບ​ທະ​ເລ​ຕາ​ເວັນ​ອອກ, ຢັ້ງຢືນ​ອະທິປະ​ໄຕ​ຂອງ​ຫວຽດນາມ​ ທີ່​ມີ​ຕໍ່​ໝູ່​ເກາະ ຮ່ວາງ​ຊາ ​ແລະ ​ເຈື່ອງ​ຊາ… ດຣ​. ​ເຈິ່ນດຶກ​ແອ​ງ​ເຊີນ, ສະຖານ​ບັນ​ຄົ້ນ​ຄ້ວາ​ການ​ພັດທະນາ​ເສດຖະກິດ​ສັງຄົມ​ນະຄອນ​ດ່າ​ນັ້ງ, ​ໃຫ້​ຮູ້​ວ່າ:

”​ໃນກອງ​ປະຊຸມ​ສຳ​ມະ​ນາ​ຄັ້ງ​ນີ້ຂ້າພະ​ເຈົ້າ​ໄດ້​​ແນະນຳ​ເປັນ 3 ພາກ, ພາກ​ທີໜຶ່ງ​ແມ່ນ​​ແນະນຳບັນດາ​ເອກະສານ​ຂອງ​ຝ່າຍ​ຕາ​ເວັນ​ຕົກ. ພາກ​ທີສອງ ​ແມ່ນ​​ແນະ​ນຳບັນດາ​​ແຜນ​ທີ່​ຂອງ​ຝ່າຍ​ຕາ​ເວັນ​ຕົກ​ທີ່​ແຕ້ມ​ແຕ່​ສະຕະວັດ​ທີ 16 ​- 20, ​​ໃນ​ນັ້ນມີ​ຮູບ​ພາບ​ໝູ່​ເກາະ ຮ່ວາງ​ຊາ ​ແລະ ​ເຈື່ອງ​ຊາ ຕິດ​ພັນ​ກັບ​ປະຫວັດສາດ​ຂອງ​ຊາດ​ຫວຽດນາມ. ພາກ​ທີ​ສາມ ​ແມ່ນ​​ແນະນຳແຜນ​ທີ່​ໂດຍ​ຝ່າຍ​ຕາ​ເວັນ​ຕົກ​ແຕ້ມ​ກ່ຽວ​ກັບ​ຜືນ​ແຜ່ນດິນ​ຂອງ​ຈີນ​ແຕ່​ປີ 1526 1980, ​​ເຊິ່ງໃນ​ນັ້ນ​ບໍ່​ມີ​ໝູ່​ເກາະ ຮ່ວາງ​ຊາ ​ແລະ ​ເຈື່ອງ​ຊາ”

ຂ່າວ/ບົດ​ອື່ນ