ຢູແກຼນ ຍຸບເລີກ ກົດລະບຽບເປັນກາງເພື່ອມຸ່ງໄປເຖິງການເຂົ້າຮ່ວມ NATO

ຢູແກຼນ ຍຸບເລີກ ກົດລະບຽບເປັນກາງເພື່ອມຸ່ງໄປເຖິງການເຂົ້າຮ່ວມ NATO - ảnh 1
ສະພາ​​ແຫ່ງ​ຊາດຢູ​ແກຼນ
(ພາບ: AFP/TTXVN)


(vovworld) – ວັນ​ທີ 23/12, ດ້ວຍ 303 ບັດ​ເຫັນ​ດີ, ສະພາ​​ແຫ່ງ​ຊາດຢູ​ແກຼນ ​ໄດ້​ຮັບຮອງ​ເອົາ​ຮ່າງກົດໝາຍ​ຍຸບ​ເລີກລະບຽບ​ການປອດ​ພັນທະ​ມິດ​ການ​ທະຫານ​ຂອງ​ປະ​ເທດ​ນີ້, ​ເປີດ​​ຊ່ອງທາງ​​​ໃຫ້​​ແກ່​ການ​ເຂົ້າ​ເປັນ​ສະມາຊິກ​ບັນດາ​ພັນທະ​ມິດ​ການ​ທະຫານ​ຄືອົງການ NATO ​ໃນ​ອະນາຄົດ. ບັນດາ​ສະມາຊິກ​ສະພາ​ແຫ່ງ​ຊາດ​ຢູ​ແກຼນ ​ໄດ້​​ປ່ອນ​ບັດ​ໃຫ້ການ​ຮ່າງ​ກົດໝາຍ​ຂອງ​ທ່ານ​ປະທານາທິບໍດີ Petro Poroshenko ​ໃນຈຳນວນ 4 ກົດໝາຍ​ຄ້າຍຄື​ກັນ​ທີ່​ໄດ້​ຈົດ​ທະບຽນ, ທັງ 4 ກົດໝາຍ​ດັ່ງກ່າວ​ລ້ວນ​ແຕ່​ມີ​ເນື້ອ​​ໃນ​ດຽວ​ກັນ​ແມ່ນ “ຍຸບ​​ເລີກ​ກົດ​ລະບຽບ​ປອດ​ພັນທະ​ມິດ​ການ​ທະຫານ, ກັບ​ຄື​ນສູ່ທິດ​ທາງ​ຫຍັບ​ມໍ່ໃກ້​ກັບ NATO ກວ່າ ​ເພື່ອ​ແນ​ໃສ່​ເພີ່ມທະວີ​ທີ່​ຕັ້ງ​ຂອງ​ຢູ​ແກຼນ ​ໃນ​ບັນດາ​ບັນຫາ​ປ້ອງ​ກັນຊາ​ດ ​ແລະ ປ້ອງ​ກັນ​ຄວາມ​ສະຫງົບ”. ຄຽງ​ຂ້າງ​ນັ້ນ, ​ທ່ານ​ປະທານາທິບໍດີ Poroshenko ​ໃຫ້​ຮູ້​ວ່າ, ບັນ​ຫາ​ເຂົ້າ​​ເປັນ​ສະມາຊິກ NATO ຈະ​ບໍ່​​ວາງ​ອອກ​ໃນ​ທັນທີ, ຫາກ​ອຳນາດ​ການ​ປົກຄອງ​ກີ​ແອບ ຈະ​ເລີ່​ມຫັນ​​ໄປ​ສູ່​ບັນດາ​ມາດ​ຕະຖານຕາມ​​ປະ​ເທດຕ່າງໆ​ພວມ​ຢູ່ໃນ​ວິວັດ​ເຂົ້າ​ເປັນ​ສະມາຊິກ NATO. ທ່ານ Poroshenko ກໍ່​ເຊື່ອ​ໝັ້ນ​ວ່າ, ຢູ​ແກຼນ ຈະ​​ຕ້ອງຍົກຂໍ້​ຕົກລົງ​ເຂົ້າ​ເປັນ​ສະມາຊິກ ຫຼື ບໍ່ເຂົ້າ​ເປັນ​ສະມາຊິກອົງການ NATO ​ອອກ​ມາ​ເພື່ອ​​ຮັບຮອງ​ເອົາ​ໃນ​ການ​ລົງປະຊາ​ມະຕິ.
ຂ່າວ/ບົດ​ອື່ນ