ຢູ​ແກຼນ ຮັບ​ເງິນ​ໜູນ​ຊ່ວຍ​ຈາກ ອີ​ຢູ ຕື່ມ​ອີກ 1,5 ຕື້ ເອີ​ໂຣ

(VOVWORLD) - ກະຊວງການເງິນ ຢູແກຼນ ໃຫ້ຮູ້ວ່າ ລັດຖະບານ ໄດ້ຮັບບ້ວງເງິນໜູນຊ່ວຍຫຼ້າສຸດຂອງ ອີຢູ ທີ່ມີມູນຄ່າ 1,5 ຕື້ ເອີໂຣ, ໄດ້ຍົກຍອດຈຳນວນເງິນໜູນຊ່ວຍຈາກກຸ່ມນີ້ຂຶ້ນເປັນ 16,5 ຕື້ ເອີໂຣ ໃນປີນີ້.
ຢູ​ແກຼນ ຮັບ​ເງິນ​ໜູນ​ຊ່ວຍ​ຈາກ ອີ​ຢູ ຕື່ມ​ອີກ 1,5 ຕື້ ເອີ​ໂຣ - ảnh 1ຕຶກອາຄານຖືກມ້າງທຳລາຍໃນການປະທະກັນ ຢູ່ Saltivka ຂອງ ຢູແກຼນ (ພາບ: AFP/TTXVN)

ວັນທີ 22 ພະຈິກ, ທ່ານນາຍົກລັດຖະມົນຕີ ຢູແກູນ Denys Shmyhal ໄດ້ຊົມເຊີຍບ້ວງໜູນຊ່ວຍທີ່ມີມູນຄ່າ 1,5 ຕື້ ເອີໂຣ ຈາກ ສະຫະພາບເອີລົບ (ອີຢູ) ແລະ ທ່ານໄດ້ຢັ້ງຢືນວ່າ ນີ້ແມ່ນ “ຂໍ້ກຸນແຈ” ເພື່ອຮັກສາເສດຖະກິດມະຫາພາກຂອງປະເທດນີ້ເປັນປົກກະຕິ ໃນສະພາບການທີ່ເກີດການປະທະກັນ. ກະຊວງການເງິນ ຢູແກຼນ ໃຫ້ຮູ້ວ່າ ລັດຖະບານ ໄດ້ຮັບບ້ວງເງິນໜູນຊ່ວຍຫຼ້າສຸດຂອງ ອີຢູ ທີ່ມີມູນຄ່າ 1,5 ຕື້ ເອີໂຣ, ໄດ້ຍົກຍອດຈຳນວນເງິນໜູນຊ່ວຍຈາກກຸ່ມນີ້ຂຶ້ນເປັນ 16,5 ຕື້ ເອີໂຣ ໃນປີນີ້. ທ່ານນາຍົກລັດຖະມົນຕີ Shmyhal ກໍ່ຫວັງວ່າ ໂຄງການໜູນຊ່ວຍມີມູນຄ່າ 50 ຕື້ ເອີໂຣ ທີ່ແກ່ຍາວໃນຫຼາຍປີຂອງ ອີຢູ ທີ່ສະຫງວນໃຫ້ ຢູແກຼນ ຈະໄດ້ຮັບການໃຫ້ສັດຕະຍາບັນໃນໄວໆນີ້ ເມື່ອສະພາບການໜູນຊ່ວຍຈາກ ອາເມລິກາ ຍັງບໍ່ແນ່ນອນໃນປີໜ້າ.

ຕອບກັບ

ຂ່າວ/ບົດ​ອື່ນ