ຢູແກຼນປະກາດເປີດກ້ວາງ “ບັ້ນຮົບຕ້ານກໍ່ການຮ້າຍ“


ຢູແກຼນປະກາດເປີດກ້ວາງ “ບັ້ນຮົບຕ້ານກໍ່ການຮ້າຍ“ - ảnh 1

ທະຫານ​ຢູ​ແກຼນຢູ່​ປ້ອມ Slavyansk

 (ພາບ: AFP)

(vovworld)- ວັນ​ທີ 4/5, ສະພາ​ປ້ອງ​ກັນ​ຄວາມ​ສະຫງົບ ​ແລະ ປ້ອງ​ກັນຊາ​ດ ຢູ​ແກຼນ ​ໄດ້​ປະກາດ​ຈະເປີດ​ກ້ວາງ “ບັ້ນຮົບ​ຕ້ານ​ກໍ່​ການ​ຮ້າຍ“ ທີ່​ຖືກ​ຖື​ວ່າ​ແນ່​ໃສ່​ບັນດາ​ຜູ້​ແຫ່​ຂະ​ບວນປະ​ທ້ວງ​ຕ້ານ​ລັດຖະບານ ​ແລະ ທ່ວງ​ໃຫ້​ຫັນ ຢູ​ແກຼນ​ ເປັນ​ສະຫະພັນ ພາຍ​ຫລັງ​ເກີດ​ການ​ປະ​ທະ​ກັນ​ອັນ​ນອງ​ເລືອດ​ຢູ່​ນະຄອນ​ທ່າ​ກຳ​ປັ່ນ ​Odessa ທາງພາກ​ໃຕ້ ຢູ​ແກຼນ ຊື່​ງເຮັດ​ໃຫ້ 46 ຄົນ​ເສ​ຍຊີວິດ ​ແລະ ​ເກືອບ 200 ຄົນ​ຖືກ​ບາດ​ເຈັບ. ກ່ອນ​ໜ້ານັ້ນ, ວັນ​ທີ 25/4, ບັນດາ​ກຳລັງ​ປະຕິບັດ​ໜ້າ​ທີ່​ພິ​ເສດ​ຂອງ ຢູ​ແກຼນ ​ໄດ້​ປຸກລະດົມ​ໄລຍະ 2 ຂອງ “ບັ້ນຮົບ​ຕ້ານ​ກໍ່​ການ​ຮ້າຍ“ ຢູ່​ທາງ​ທິດຕາ​ເວັນ​ອອກ, ​ໃນ​ນັ້ນມີ​ນະຄອນ Slavyanks ຍ້ອນ​ກຳລັງ​ລຸກ​ຮຶ້ຂຶ້ນ​ຕ້ານ​ລັດຖະບານ​ຊົ່ວຄາວ ​ແລະ ທ່ວງ​ໃຫ້ຫັນ ຢູ​ແກຼນ​ ເປັນ​ສະຫະພັນ. ​ໃນ​ຂະນະ​ນັ້ນ, ຢູ່​ນະຄອນ Kramatorsk ຢູ່ ທາງ​ທິດຕາ​ເວັນ​ອອກ ຢູ​ແກຼນ, ກຳລັງ​ລັດຖະບານ​ໄດ້​ຍຶດຄອງ​ເສົາ​ອັງ​ແຕນ​ໂທລະພາບ ​ໃນ​ບັ້ນຮົບ​ປາບ​ປາມ​ຜູ້​ແຫ່​ຂະ​ບວນປະ​ທ້ວງ.

  ຕໍ່ໜ້າ​ບັນດາ​ການ​ຜັນ​ແປທີ່​ນັບ​ມື້​ນັບ​ສັບ​ສົນ​ຢູ່​ທາງ​ທິດຕາ​ເວັນ​ອອກ​ສ່ຽງ​ໃຕ້ ຢູ​ແກຼນ, ທ່ານ​ລັດຖະມົນຕີ​ການ​ຕ່າງປະ​ເທດ​ລັດ​ເຊຍ Sergei Lavrov ​ໄດ້​ໂອ້​ລົມ​ທາງ​ໂທລະສັບ​ກັບ​ທ່ານລັດຖະມົນຕີ​ການ​ຕ່າງປະ​ເທດອາ​ເມ​ລິ​ກາ John Kerry ​ເພື່ອ​ຊຸກຍູ້​ອາ​ເມ​ລິ​ກາ ​ກໍ່​ກຳລັງ​ດັນ​ເພື່ອ​ໃຫ້ ຢູ​ແກຼນ ຢຸດຕິບັ້ນຮົບ​ການ​ທະຫານ​ຢູ່​ພາກ​ພື້ນ​ນີ້./.

ຂ່າວ/ບົດ​ອື່ນ