ຢູແກຼນພິຈາລະນານຳໃຊ້ກົດໄອຍະການເສິກຢູ່ບາງແຂວງພາກຕາເວັນອອກ

ຢູແກຼນພິຈາລະນານຳໃຊ້ກົດໄອຍະການເສິກຢູ່ບາງແຂວງພາກຕາເວັນອອກ - ảnh 1
ຕຳຫຼວດຢູ່ສະຖານທີ່ເກີດເຫດວາງລະເບີດຢູ່ Donetsk.
(ພາບ: AFP/TTXVN)

(vovworld) – ກ່າວ​ຄຳ​ເຫັນ​ຕໍ່​ວົງ​ການ​ນັກ​ຂ່າວ​ເມື່ອ​ວັນ​ທີ 16/6, ​ເລຂາ​​ສະພາ​ປ້ອງ​ກັນ​ຄວາມ​ສະຫງົບ​ແຫ່ງ​ຊາດ ​ແລະ ປ້ອງ​ກັນ​ປະ​ເທດ ຢູ​ແກຼນ Andrei Parubi ​ໃຫ້​ຮູ້​ວ່າ: ອົງການ​ນີ້​ພວມ​ພິຈາລະນາ​ເລື່ອງ​ນຳ​ໃຊ້​ກົດ​ໄອ​ຍະ​ການ​ເສິກ​ຢູ່ 2 ​ແຂວງ: Lugansk ​ແລະ Donetsk. ​ເຖິງ​ຢ່າງ​ໃດ​ກໍ່ຕາມ, ທ່ານກໍ່​ເນັ້ນ​ໜັກ​ວ່າ​ “ກ່ອນ​ອື່ນ​ໝົດ ອຳນາດ​ການ​ປົກຄອງ​ຈະ​ພະຍາຍາມ​ດ້ວຍ​ທຸກໆ​ມາດ​ຕະການ​ເພື່ອ​ແນ​ໃສ່​ຮຽກຮ້ອງ​ໃຫ້​ບັນດາ​ກຳລັງ​ສະໜັບສະໜູນ​ການ​ຫັນ​ເປັນ​ສະຫະພັນອອກຍອມ​ຈຳນົນ ຫຼື ອາດ​ຈະອອກ​ຈາກ​ປະ​ເທດ”. ​ໃນ​ຂະນະ​ນັ້ນ, ບັນດາ​ແຫຼ່ງຂ່າວ​ຈາກ​ກຳລັງ​ຝ່າຍ​ຄ້ານ​ໃຫ້​ຮູ້​ວ່າ: ສະພາບ​ການ​ສູ້​ຮົບ​ຢູ່​ບັນດາ​ແຂວງ​ພາກ​ຕາ​ເວັນ​ອອກ ຢູ​ແກຼນ ບໍ່​ມີ​ສັນຍານຜ່ອນຄາຍ ​ແລະ ຈຳນວນ​ຮັບ​ບາດ​ເຈັບ​ຍັງ​ສືບ​ຕໍ່​ເພີ່ມ​ຂຶ້ນ. ​ແຫຼ່ງຂ່າວ​ໃຫ້​ຮູ້​ວ່າ: ບັນດາ​ການ​ບຸກ​ໂຈມ​ຕີ​ດ້ວຍ​ລູກ​ສອນ​ໄພ Grad ຢູ່​ເມືອງ Amvrosievka, ຫ່າງ​ຈາກ​ນະຄອນ Donetsk 50 ກມ, ​ເຮັດ​ໃຫ້ 3 ຄົນ​ເສຍ​ຊີວິດ ​ແລະ ນັບ​ສີ​ບໆ​ຄົນ​ຮັບ​ບາດ​ເຈັບ. ການ​ປະ​ທະ​ກັນ​​ລະຫວ່າງທະ​ຫານ​ລັດຖະບານ ​ແລະ ກຳລັງ​ສະໜັບສະໜູນ​ການຫັນ​ເປັນ​ສະຫະພັນ​ໄດ້​ເກີດ​ຂຶ້ນຢ່າງ​ດຸເດືອດ​ຢູ່ Slavyansk ຂຶ້ນ​ກັບ​​ແຂວງ Donetsk.


ຂ່າວ/ບົດ​ອື່ນ