ລົງນາມໂຄງການສົມທົບປະຕິບັດງານລະຫວ່າງກະຊວງຍຸຕິທຳ,VOV,ໂທລະພາບຫວຽດນາມ

(VOVWORLD) - ຕອນເຊົ້າວັນທີ 11 ສິງຫາ, ໄດ້ດຳເນີນພິທີລົງນາມໂຄງການສົມທົບກປະຕິບັດງານດ້ານຖະແຫຼງຂ່າວ - ສື່ສານ ລະຫວ່າງກະຊວງຍຸຕິທຳ ກັບໂທລະພາບຫວຽດນາມ, ວິທະຍຸກະຈາຍສຽງຫວຽດນາມ (VOV) ໄລຍະ 2017 – 2021.
ລົງນາມໂຄງການສົມທົບປະຕິບັດງານລະຫວ່າງກະຊວງຍຸຕິທຳ,VOV,ໂທລະພາບຫວຽດນາມ - ảnh 1 (ພິທີລົງນາມໂຄງການສົມທົບກປະຕິບັດງານດ້ານຖະແຫຼງຂ່າວ - ສື່ສານ)

ທີ່ພິທີ, ທ່ານລັດຖະມົນຕີກະຊວງຍຸຕິທຳ ເລແທ່ງລອງ, ທ່ານຜູ້ອຳນວຍການໃຫຍ່ VOV ຫງວຽນເທ໋ກີ ແລະ ຜູ້ອຳນວຍການໃຫຍ່ໂທລະພາບຫວຽດນາມ ເຈີນບິ່ງມິງ ໄດ້ລົງນາມ, ເປັນເອກະພາບບັນດາເນື້ອໃນສົມທົບກັນຢ່າງລະອຽດໄລຍະ 2017 – 2021. ໃນນັ້ນ, ສຸມໃສ່ສ້າງ, ປັບປຸງລະບອບລະບຽບການ, ນະໂຍບາຍໃຫ້ສົມບູນແບບ, ປະກອບຄຳເຫັນໃສ່ບັນດາຮ່າງເອກະສານນິຕິກຳ, ລາຍການ, ແຜນຮ່າງ ຕິດພັນກັບພາລະບົດບາດໜ້າທີ່, ສິດຂອງແຕ່ລະອົງການ. ກ່າວຄຳເຫັນທີ່ພິທີ, ທ່ານລັດຖະມົນຕີກະຊວງຍຸຕິທຳ ເລແທ່ງລອງ, ໃຫ້ຮູ້ວ່າ.

        “ເພື່ອໃຫ້ໂຄງການສົມທົບກັນຜັນຂະຫຍາຍຢ່າງແທດຈິງ, ມີຄຸນນະພາບ, ກະຊວງຍຸຕິທຳປາດຖະໜາຢາກໄດ້ຮັບຄວາມເອົາໃຈໃສ່, ສົມທົບກັນຢ່າງແໜ້ນແຟ້ນຈາກໂທລະພາບຫວຽດນາມ, ວິທະຍຸກະຈາຍສຽງຫວຽດນາມ, ໂດຍສະເພາະແມ່ນຈາກບັນດາອົງການ, ຫົວໜ່ວຍວິຊາຊີບ ເພື່ອພ້ອມກັນຈັດຕັ້ງວຽກງານຖະແຫຼງຂ່າວ, ໂຄສະນາ, ເຜີຍແຜ່, ສຶກສາດ້ານກົດໝາຍ ແລະ ກ່່ຽວກັບການເຄື່ອນໄຫວຂອງກະຊວງຍຸຕິທຳໃຫ້ເປັນຢ່າງດີ.”

ຕອບກັບ

ຂ່າວ/ບົດ​ອື່ນ