ລົງນາມໂຄງການສົມທົບປະຕິບັດງານລະຫວ່າງແນວໂຮມປະເທດຊາດຫວຽດນາມແລະຄະນະເສດຖະກິດສູນກາງ

ລົງນາມໂຄງການສົມທົບປະຕິບັດງານລະຫວ່າງແນວໂຮມປະເທດຊາດຫວຽດນາມແລະຄະນະເສດຖະກິດສູນກາງ - ảnh 1
ການເຮັດວຽກລະຫວ່າງ 2 ອົງການ

(vovworld) – ຕອນ​ບ່າຍ​ວັນ​ທີ 14/7, ຢູ່​ຮ່າ​ໂນ້ຍ, ຄະນະ​ກຳມະການ​ສູນ​ກາງ​ແນວ​ໂຮມ​ປະ​ເທດ​ຊາດ ຫວຽດນາມ ​ແລະ ຄະນະ​ເສດຖະກິດ​ສູ​ນກາງ​ໄດ້​ລົງ​ນາມ​​ໃນໂຄງການ​ສົມທົບ​ປະຕິບັດ​ງານ. ທ່ານ ຫງວຽນ​ທ້ຽນ​ເຍີນ, ກຳມະການ​ກົມ​ການ​ເມືອງ, ປະທານ​ຄະນະ​ກຳມະການ​ແນວ​ໂຮ​ມປະ​ເທດ​ຊາດ ຫວຽດນາມ ​ແລະ ທ່ານ ​ເວື​ອງດີ່ງ​​ເຫ້ວ, ກຳ​ມະ​ການ​ສູນ​ກາງ​ພັກ, ຫົວໜ້າ​ຄະນະ​ເສດຖະກິດ​ສູນ​ກາງ​ໄດ້​ເຂົ້າ​ຮ່ວມ​ພິທີ​ລົງ​ນາມ. ຕາມ​ໂຄງການ​ສົມທົບ​ກັນ​ແລ້ວ, 2 ອົງການ​ຈະ​ຄົ້ນ​ຄ້ວາ, ສະ​ເໜີ​ສ້າງ​ແນວທາງ, ​ແຜນ​ນະ​ໂຍບາຍ​ຂອງ​ພັກກ່ຽວ​ກັບ​ຂົງ​ເຂດ​ເສດ​ຖະກິດ - ສັງຄົມ​ຂອງ​ປະ​ເທດ​ຊາດ, ພັດທະນາ​ກຳລັງ​ການ​ຜະລິດ, ກາ​ນພົວພັນ​ຜະລິດ, ກ່ຽວກັບ​ບັນດາ​ບັນຫາ​ສັງຄົມ​ຕິດ​ພັນ​ກັບ​ເສດຖະກິດ, ຈັດ​ຕັ້ງ​ການ​ສຳ​ຫຼວດກຳ​ແໜ້ນ​ສະພາບ​ການ, ສະ​ເໜີ​ບັນດາ​ມາດ​ຕະການ​ແກ້​ໄຂ​ຄວາມ​ຫຍຸ້ງຍາກ​ໃນ​ວິວັດ​ການ​ປະຕິບັດ​ໜ້າ​ທີ່, ຈັດ​ຕັ້ງ​ບັນດາ​ກອງ​ປະຊຸມ, ກອງ​ປະຊຸມ​ສຳ​ມະ​ນາ.​.​.​

    ການ​ຄົ້ນ​ຄ້ວາ​ສົມທົບ​ກັບ​ການ​ຜັນ​ຂະຫຍາຍ, ກວດກາ, ຕິດຕາມ​ກວດກາປະ​ກອບ​ສ່ວນ​ຕິດ​ພັນ​ຢ່າງ​ແໜ້ນ​ແຟ້ນລະຫວ່າງ​ທິດ​ສະ​ດີ ​ແລະ ພືດ​ຕິ​ກຳ​ຕົວ​ຈິງ​ໃນ​ວຽກ​ງານ​ຊີ້​ນຳ, ນຳພາ​ຂອງ​ພັກ​ສຳລັບ​ການ​ຫັນ​ແນວທາງ, ​ແຜນ​ນະ​ໂຍບາຍ​ຂອງ​ພັກ​ໃນ​ຂົງ​ເຂດ​​ເສດຖະກິດ - ສັງຄົມ​ເຂົ້າສູ່ຊີ​ວິດ​ປະຊາຊົນ​ເປັນ​ລະອຽດ.


ຂ່າວ/ບົດ​ອື່ນ