ລັດຖະດຳລັດຈຳກັດຄົນເຂົ້າເມືອງຂອງປະທານາທິບໍດີອາເມລິກາເລີ່ມມີຜົນສັກສິດຢ່າງເປັນທາງການ

(VOVWORLD) -ລັດຖະດຳລັດຂອງທ່ານປະທານາທິບໍດີອາເມລິກາ Donald Trump ກ່ຽວກັບການຈຳກັດພົນລະເມືອງ 6 ປະເທດອິດສະລາມ ເຂົ້າເມືອງໄດ້ເລີ່ມມີຜົນສັກສິດຢ່າງເປັນທາງການນັບແຕ່ວັນທີ 30 ມິຖຸນາ, ພາຍຫຼັງສານສູງສຸດອາເມລິກາ ອອກຄຳຕັດສິນອະນຸຍາດຜັນຂະຫຍາຍລັດຖະດຳລັດສ່ວນໜຶ່ງ.

ລັດຖະດຳລັດຈຳກັດຄົນເຂົ້າເມືອງຂອງປະທານາທິບໍດີອາເມລິກາເລີ່ມມີຜົນສັກສິດຢ່າງເປັນທາງການ - ảnh 1 ລັດຖະດຳລັດຈຳກັດຄົນເຂົ້າເມືອງຂອງປະທານາທິບໍດີອາເມລິກາ

ເລີ່ມມີຜົນສັກສິດຢ່າງເປັນທາງການ

(ພາບປະກອບ: EPA/TTXVN)

ໜຶ່ງໃນບັນດາເນື້ອໃນຂອງລັດຖະດຳລັດເຊິ່ງສານອະນຸຍາດໃຫ້ຜັນຂະຫຍາຍລວມມີການຢຸດຕິເຂົ້າເມືອງອາເມລິກາ ເປັນເວລາ 120 ວັນ “ສຳລັບບັນດາສ່ວນບຸກຄົນຊາວຕ່າງປະເທດທີ່ບໍ່ສາມາດພິສຸດໄດ້ການພົວພັນຖືກຕາມກົດໝາຍກັບພົນລະເມືອງ, ຍາດຕິພີນ້ອງ ຢູ່ອາເມລິກາ”.

        ທ່ານປະທານາທິບໍດີອາເມລິກາ Donald Trump ໄດ້ຊົມເຊີຍຄຳຕັດສິນຂອງສານສູງສຸດອາເມລິກາ ໂດຍທັນທີ, ຖືວ່າ ນີ້ແມ່ນໄຊຊະນະຢ່າງຈະແຈ້ງສຳລັບຄວາມປອດໄພແຫ່ງຊາດ. ພາຍຫຼັງສານສູງສຸດອາເມລິກາ ຍົກອອກຄຳຕັດສິນດັ່ງກ່າວ, ກະຊວງປ້ອງກັນພາຍໃນປະເທດຢືນຢັນວ່າ ຈະປະຕິບັດຄຳສັ່ງຫ້າມເຂົ້າເມືອງຊົ່ວຄາມຂອງລັດຖະບານປະທານາທິບໍດີ Donald Trump ຢ່າງມີປະສິດທິຜົນ ແລະ ເປີດເຜີຍ.

ຕອບກັບ

ຂ່າວ/ບົດ​ອື່ນ