ລັດ​ຖະ​ບານ ປະ​ກາດ​ໃຊ້​ໂຄງ​ການ​ເຄື່ອນ​ໄຫວ​ສ້າງ​ໂຄງ​ປະ​ກອບ​ພື້ນ​ຖານ​ເສດ​ຖະ​ກິດ ໄລ​ຍະ 2021 – 2025 ຄືນ​ໃໝ່

(VOVWORLD) -   ທ່ານຮອງນາຍົກລັດຖະມົນຕີ ຫວຽດນາມ ເລມິງຄ໊າຍ ຫາກໍເຊັນມະຕິວ່າດ້ວຍການປະກາດໃຊ້ໂຄງການເຄື່ອນໄຫວຂອງລັດຖະບານ ກ່ຽວກັບການປະຕິບັດມະຕິຂອງສະພາແຫ່ງຊາດແຜນການສ້າງໂຄງປະກອບພື້ນຖານເສດຖະກິດໄລຍະ 2021 – 2025 ຄືນໃໝ່.
ລັດ​ຖະ​ບານ ປະ​ກາດ​ໃຊ້​ໂຄງ​ການ​ເຄື່ອນ​ໄຫວ​ສ້າງ​ໂຄງ​ປະ​ກອບ​ພື້ນ​ຖານ​ເສດ​ຖະ​ກິດ ໄລ​ຍະ 2021 – 2025 ຄືນ​ໃໝ່ - ảnh 1ການຜະລິດລົດໂອໂຕ (ພາບ: TTXVN)

ບາງຄາດໝາຍລະອຽດຂອງມະຕິສະບັບນີ້ຄື: ລະດັບຄວາມໄວໃນການເພີ່ມສະມັດຕະພາບແຮງງານສະເລ່ຍກວ່າ 6,5% ຕໍ່ປີ; ຮອດປີ 2025, ຮັດແຄບຊ່ອງວ່າງກ່ຽວກັບກຳລັງແກ້ງແຍ້ງແຫ່ງຊາດກັບບັນດາປະເທດໃນກຸ່ມ ອາຊຽນ - 4; ຂອບຂະໜາດມູນຄ່າຕະຫຼາດຫຸ້ນໃຫ້ບັນລຸໄດ້ຢ່າງໜ້ອຍສຸດ 85% GDP; ສູ້ຊົນໃຫ້ບັນລຸປະມານ 1,5 ລ້ານວິສາຫະກິດ, ໃນນັ້ນ ມີວິສາຫະກິດຂະໜາດນ້ອຍ ແລະ ກາງ ປະມານ 60.000 – 70.000 ແຫ່ງ; ອັດຕາການປະກອບເຂົ້າ GDP ຂອງຂົງເຂດເສດຖະກິດພາກເອກະຊົນແມ່ນປະມານ 55%; ຢ່າງໜ້ອຍສຸດມີ 5 – 10 ຜະລິດຕະພັນລະດັບຊາດ ສ້າງໄດ້ເຄື່ອງໝາຍການຄ້າສາກົນ; ສູ້ຊົນຮອດທ້າຍປີ 2025 ມີສະຫະກອນປະມານ 35.000 ແຫ່ງ, ໃນນັ້ນ ມີກວ່າ 3.000 ແຫ່ງ ໝູນໃຊ້ເຕັກໂນໂລຢີສູງເຂົ້າໃນການຜະລິດ ແລະ ຈຳໜ່າຍຜະລິດຕະພັນກະເສດ, ປະມານ 50% ຈຳນວນສະຫະກອນກະສິກຳໄດ້ຮ່ວມສຳພັນກັບວິສາຫະກິດຕາມລະບົບມູນຄ່າ.

ຕອບກັບ

ຂ່າວ/ບົດ​ອື່ນ