ລັດຖະບານ ອິນໂດເນເຊຍ ໜູນຊ່ວຍ ເງິນຈໍານວນ 43 ລ້ານ USD ໃຫ້ບັນດາຜູ້ປະສົບເຄາະຮ້າຍ

(VOVWORLD) -ຕອນບ່າຍວັນທີ 28 ກັນຍາ, ແຂວງ Trung Sulawesi ຂອງ ອິນໂດເນເຊຍ ເກີດເຫດແຜນດິນໄຫວ 02 ຄັ້ງ ເຊິ່ງມີຄວາມແຮງສັ່ນສະເທືອນເຖິງ 6, 1 Richter  ແລະ 7, 5 Richter ອັນໄດ້ເຮັດໃຫ້ທົ່ວບໍລິເວນແຂວງຖືກສັ່ນສະເທືອນ. 

ລັດຖະບານ ອິນໂດເນເຊຍ ໄດ້ກະກຽມເງິນ ຈໍານວນກວ່າ  43 ລ້ານ USD ໃຫ້ແກ່ວຽກງານກູ້ຊ່ວຍຜູ້ປະສົບເຄາະຮ້າຍ ພາຍຫຼັງເກີດເຫດແຜ່ນດິນໄຫວ ແລະ ຄື້ນຟອງຍັກພັດຖະຫຼົມເຂົ້າ ນະຄອນ Palu, ແຂວງ Trung Sulawesi ເມື່ອວັນທີີ 28 ກັນຍາຜ່ານມາ. ທ່ານລັດຖະມົນຕີການເງິນ ອິນໂດເນເຊຍ Sri Mulyani Indrawati ໃຫ້ຮູ້ວ່າ ນີ້ແມ່ນຈໍານວນເງິນ ທີ່ໄດ້ຫັກຈາກກອງທຶນ ໂດຍອົງການຫຼຸດຜ່ອນໄພພິບັດທໍາມະຊາດແຫ່ງຊາດ (BNPB) ບໍລິຫານ ແລະ ຈະໄດ້ເບິກຈ່າຍໃນທັນທີໃນວັນທີ 30 ກັນຍາ ເພື່ອໃຫ້ອົງການ BNPB ສາມາດຜັນຂະຫຍາຍບັນດາກິດຈະກໍາຊ່ວຍເຫຼືອເຂດເກີດໄພພິບັດ ໂດຍໄວ.

        ຕອນບ່າຍວັນທີ 28 ກັນຍາ, ແຂວງ Trung Sulawesi ຂອງ ອິນໂດເນເຊຍ ເກີດເຫດແຜນດິນໄຫວ 02 ຄັ້ງ ເຊິ່ງມີຄວາມແຮງສັ່ນສະເທືອນເຖິງ 6, 1 Richter  ແລະ 7, 5 Richter ອັນໄດ້ເຮັດໃຫ້ທົ່ວບໍລິເວນແຂວງຖືກສັ່ນສະເທືອນ. ລັດຖະບານ ອິນໂດເນເຊຍ ໄດ້ ປະກາດສະພາວະສຸກເສີນຢູ່ເກາະດັ່ງກ່າວ ໃນວັນທີ 29 ກັນຍາ. ໄລ່ມາຮອດປັດຈຸບັນ, ຈໍານວນຜູ້ເສຍຊີວິດ ໃນເຫດໄພພິບັດທໍາມະຊາດຄັ້ງນີ້ ຂຶ້ນເຖິງ 420 ຄົນ.

ຕອບກັບ

ຂ່າວ/ບົດ​ອື່ນ