ລັດຖະບານ ເຢຍລະມັນ ໜູນຊ່ວຍ ຫວຽດນາມ ນຳໃຊ້ຕາໜ່າງໄຟຟ້າສະຫລາດເພື່ອພັດທະນາບັນດາແຫຼ່ງພະລັງງານຜະລິດຄືນໃໝ່

(VOVWORLD) - ທ່ານຮອງນາຍົກລັດຖະມົນຕີ ຫວຽດນາມ ຟ້າມບີງມິງ ຫາກໍ່ເຊັນຂໍ້ຕົກລົງໃຫ້ສັດຕະຍາບັນແຜນນະໂຍບາຍລົງທຶນໂຄງການ “ນຳໃຊ້ຕາໜ່າງໄຟຟ້າສະຫລາດ ເພື່ອພັດທະນາບັນດາແຫຼ່ງພະລັງງານຜະລິດຄືນໃໝ່ ແລະ ນຳໃຊ້ພະລັງງານຢ່າງມີປະສິດທິຜົນ (SGRE-EE)”,

ນຳໃຊ້ທຶນ ODA ຊ່ວຍເຫຼືອລ້າຂອງລັດຖະບານ ເຢຍລະມັນ. ໂຄງການດັ່ງກ່າວ ແນໃສ່ສຳເລັດກອບກົດໝາຍທີ່ກ່ຽວຂ້ອງເຖິງການຊຸກຍູ້ ແລະ ໜູນຊ່ວຍການພັດທະນາແຫຼ່ງພະລັງງານຜະລິດຄືນໃໝ່ທຸກຊະນິດ ໃນລະບົບໄຟຟ້າ ແລະ ຕາໜ່າງໄຟຟ້າສະຫລາດຢູ່ ຫວຽດນາມ, ຜ່ານນັ້ນ ປະກອບສ່ວນບັນລຸໄດ້ບັນດາຄາດໝາຍທີ່ລັດຖະບານວາງອອດ ໃນການວາງແຜນພັດທະນາໄຟຟ້າແຫ່ງຊາດ (PDP), ຍຸດທະສາດການເຕີບໂຕຂຽວ (GGS) ກໍ່ຄືແຜນກາມດຳເນີນງານການເຕີບໂຕຂຽວ (GGAP) ແນໃສ່ຮັບປະກັນການສະໜອງໄຟຟ້າ ຍົກສູງຄຸນນະພາບໄຟຟ້າ ແລະ ຄວາມເຊື່ອໝັ້ນໃນການສະໜອງໄຟຟ້າ ທີ່ຕິດພັນກັບການພັດທະນາຂະແໜງໄຟຟ້າ, ຂະແໜງພະລັງງານແບບຍືນຍົງ.

ຕອບກັບ

ຂ່າວ/ບົດ​ອື່ນ