ລັດຖະບານ ໃຫ້ຄໍາໝັ້ນສັນຍາຮ່ວມເດີນທາງ ແລະ ຮັບໃຊ້ປະຊາຄົມວິສາຫະກິດ

(VOVWORLD) -ຕອນຄໍ່າວັນທີ 22 ພະຈິກ, ຢູ່ຮ່າໂນ້ຍ, ຫ້ອງການການຄ້າ ແລະ ອຸດສາຫະກໍາຫວຽດນາມ ໄດ້ສົມທົບກັບ ສະພາວິສາຫະກິດ ເພື່ອການພັດທະນາແບບຍືນຍົງຫວຽດນາມ (VBCSD) ຈັດຕັ້ງພິທີປະກາດວິສາຫະກິດພັດທະນາແບບຍືນຍົງຢູ່ຫວຽດນາມ ປີ 2018.
ລັດຖະບານ ໃຫ້ຄໍາໝັ້ນສັນຍາຮ່ວມເດີນທາງ ແລະ ຮັບໃຊ້ປະຊາຄົມວິສາຫະກິດ - ảnh 1ທ່ານ ເວືອງດິ່ງເຫວ້ ຮອງນາຍົກລັດຖະມົນຕີຫວຽດນາມ ຍ້ອງຍໍວິສາຫະກິດພັດທະນາແບບຍືນຍົງ 100 ແຫ່ງ (ພາບ:baodauthau.vn)

ກ່າວຄໍາເຫັນທີ່ພິທີ, ເວືອງດິ່ງເຫວ້ກໍາມະການກົມການເມືອງ, ຮອງນາຍົກລັດຖະມົນຕີຫວຽດນາມ  ໄດ້ເນັ້ນໜັກວ່າ ການພັດທະນາຢ່າງໄວ ແລະ ຍືນຍົງ ແມ່ນເສັ້ນທາງໄວທີ່ສຸດ ເພື່ອຮັດແຄບຊ່ອງຫວ່າງພັດທະນາກັບບັນດາປະເທດໃນໂລກ, ພິເສດ, ເລື່ອງພັດທະນາໄວ ແລະ ຍືນຍົງຂອງຫວຽດນາມ ກໍແມ່ນເພື່ອປະຕິບັດໂຄງການດໍາເນີນງານເປົ້າໝາຍພັດທະນາຮອດປີ 2030 ຂອງ ສປຊ ໃນທັງ 03 ເສົາຄໍ້າເສດຖະກິດ, ສັງຄົມ ແລະ ສິ່ງແວດລ້ອມ. ທ່ານຮອງນາຍົກລັດຖະມົນຕີຫວຽດນາມ ເວືອງດິ່ງເຫວ້ ຢັ້ງຢືນວ່າ ລັດຖະບານໃຫ້ຄໍາໝັ້້ນສັນຍາວ່າ ຍາມໃດກໍຮ່ວມເດີນທາງ ແລະ ຮັບໃຊ້ປະຊາຄົມວິສາຫະກິດ, ສ້າງສະພາບແວດລ້ອມແຫ່ງການພັດທະນາແບບຍືນຍົງ ໃຫ້ແກ່ປະຊາຄົມວິສາຫະກິດ. ທ່ານກ່າວວ່າ:

        “ຫວຽດນາມ ມີຄໍາເວົ້າທີ່ວ່າ “ຢາກໄປໄວ ຕ້ອງໄປຄົນດຽວ ແຕ່ຢາກໄປໄກ່ ແລະເຖິງເປົ້າໝາຍນັ້ນ ພວກເຮົາຕ້ອງໄປນໍາກັນ”. ຂ້າພະເຈົ້າຫວັງວ່າ ປະຊາຄົມວິສາຫະກິດ ຫວຽດນາມ ຄວນພ້ອມກັນຄຽງບ່າຄຽງໄຫຼ່ ເພື່ອເປົ້າໝາຍພັດທະນາແບບຍືນຍົງ ແລະ ໃນວິວັດການອັນຍາວໄກເພື່ອເປົ້າໝາຍພັດທະນາແບບຍືນຍົງ ແລະຈະເລີນຮຸ່ງເຮືອງຂອງຫວຽດນາມ”.

        ເນື່ອງໃນໂອກາດນີ້, ຄະນະຈັດຕັ້ງໄດ້ຍ້ອງຍໍວິສາຫະກິດພັດທະນາແບບຍືນຍົງ 100 ແຫ່ງ ໃນນັ້ນມີ ວິສາຫະກິດ Top 10 ພັດທະນາແບບຍືນຍົງໃນຂົງເຂດຜະລິດ, ແລະ Top 10 ວິສາຫະກິດພັດທະນາແບບຍືນຍົງໃນຂົງເຂດການຄ້າ - ການບໍລິການ.


ຕອບກັບ

ຂ່າວ/ບົດ​ອື່ນ