ລັດຖະບານຈັດວາລະປະຊຸມຫົວເລື່ອງສະເພາະ ກ່ຽວກັບການສ້າງ ກົດໝາຍ

ລັດຖະບານຈັດວາລະປະຊຸມຫົວເລື່ອງສະເພາະ ກ່ຽວກັບການສ້າງ ກົດໝາຍ - ảnh 1
ວາລະປະຊຸມຂອງລັດຖະບານຈັດຕັ້ງໃນວັນທີ 20/3
(ພາບ: TH)

(vovworld) – ຕອນ​ເຊົ້າ​ວັນ​ທີ 20/3, ທີ່​ສຳນັກງານ​ລັດຖະບານ, ທ່ານ​ນາຍົກລັດຖະມົນຕີ ຫວຽດນາມ ຫງວຽນ​ເຕີນ​ຢູ້ງ ​ເປັນ​ປະທານ​ວາລະ​ປະຊຸມ​ຫົວ​ເລື່ອງ​ສະ​ເພາະ​ກ່ຽວ​ກັບ​ການ​ສ້າງ​ກົດໝາຍ​ຂອງ​ລັດຖະບານ. ລັດຖະບານ​ສຸມ​ໃສ່​ຕີ​ລາຄາ​ສະພາບ​ການ​ປະກາດ​ໃຊ້​ເອກະສານ​ກຳນົດ​ລະ​ອຽດລະອຽດການ​ປະຕິບັດ​ກົດ​ໝາຍ, ລັດ​ຖະດຳລັດ ກໍ່​ຄື​ສະພາບ​ການ​ຮຽບຮຽງ​ບັນດາ​ຮ່າງ​ກົດໝາຍ, ລັດຖະດຳ​ລັດ​ຂອງ​ລັດຖະບານ, ບັນດາ​ກະຊວງ, ຂະ​ແໜງ​ການ. ວາລະ​ປະຊຸມ​ຫົວ​ເລື່ອງ​ສະ​ເພາະ​ຂອງ​ລັດຖະບານ ກໍ່​ສຸມ​ໃສ່​ປະກອບ​ຄຳ​ເຫັນ​ໃສ່ຮ່າງ​ກົດໝາຍ 7 ສະບັບ​ເຊິ່ງນອນ​ໃນແຜນ​ການ​ເຄື່ອນ​ໄຫວ​ສ້າງ​ກົດໝາຍ​, ລັດຖະດຳລັດ​​ໄຕ​ມາດ​ທີ 1/2014. ກ່າວ​ຄຳ​ເຫັນ​ທີ່​ວາລະ​ປະຊຸມ, ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕີນຢູ້ງ ຢືນຢັນ​ຄວາມ​ສຳຄັນ​ຂອງ​ວຽກ​ງານ​ສ້າງ​ກົດໝາຍ, ລັດຖະດຳລັດ ​ແລະ ຮຽກຮ້ອງ​ໃຫ້​ບັນດາ​ລັດຖະມົນຕີ ສຸມ​ໃສ່​ຊີ້​ນຳ​ວຽກ​ງານ​ນີ້​ເປັນ​ຢ່າງ​ດີ ​ເພື່ອ​ຍົກ​ສູງ​ປະສິດທິ​ຜົນ​ຂອງ​ການ​ຄຸ້ມ​ຄອງ​ລັດ. ພ້ອມ​ກັນ​ນັ້ນ​ແມ່ນ​ຍູ້​ໄວ​ຄວາມ​ຄືບ​ໜ້າ​ໃນ​ການ​ປະກາດ​ໃຊ້​ບັນດາ​ເອກະສານ​ນິຕິ​ກຳ​​ແນະນຳ​ການ​ປະຕິບັດ​ກົດໝາຍ​, ລັດຖະດຳລັດຢ່າງ​ລະອຽດ, ​ເພື່ອ​ໃຫ້​​ພາຍຫຼັງ​ກົດໝາຍມີ​ຜົນ​ສັດ​ສິດ​ຈະ​ກ້າວ​ເຂົ້າ​ສູ່​ຊີວິດ​ຢ່າງ​ແທດ​ຈິງ.

    ​ແລະ​ກໍ່​ໃນ​ຕອນ​ເຊົ້າ​ວັນ​ດຽວ​ກັນ, ບັນດາ​ສະມາຊິກ​ຂອງ​ລັດຖະບານ ​ໄດ້​ຮັບ​ຟັງ ​ແລະ ປະກອບ​ຄຳ​ເຫັນ​ໃສ່​ຮ່າງ​ກົດໝາຍປັບປຸງ, ​ເພີ່​ມ​ເຕີມ​ບາງ​ມາດຕາ​ຂອງ​ກົດໝາຍ​ວ່າ​ດ້ວຍ​ນາຍ​ພົນທະ​ຫານ​ກອງທັບ​ປະຊາຊົນ ຫວຽດນາມ ​ແລະ ຮ່າງ​ກົດ​ໝາຍວ່າ​ດ້ວຍ​ຕຳຫຼວດ ປະຊາຊົນ (ສະບັບ​ປັບ​ປຸງ).


ຂ່າວ/ບົດ​ອື່ນ