ລັດຖະບານຊີ້ນຳການສຳຫຼວດກວດກາບັນດານະໂຍບາຍໜູນຊ່ວຍຄົນທຸກຍາກ

ລັດຖະບານຊີ້ນຳການສຳຫຼວດກວດກາບັນດານະໂຍບາຍໜູນຊ່ວຍຄົນທຸກຍາກ - ảnh 1
(ທ່ານຮອງ​ນາຍົກລັດຖະມົນຕີ ຫວູວັນ​ນິງ)

(vovworld) – ຕອນ​ບ່າຍ​ວັນ​ທີ 13/10, ທ່ານຮອງ​ນາຍົກລັດຖະມົນຕີ ຫວູວັນ​ນິງ ​ໄດ້​​ເປັນ​ປະທານ​ກອງ​ປະຊຸມຄະນະປະຈຳ​ຄະນະ​ຊີ້​ນຳ​ສູນ​ກາງ ກ່ຽວ​ກັບ​ການຫຼຸດຜ່ອນ​ຄວາມ​ທຸກຍາກ​ຢ່າງວ່ອງ​ໄວ ​ແລະ ຍືນ​ຍົງ, ທີ່​ກອງ​ປະຊຸມ, ທ່ານ​ຮອງ​ນາຍົກລັດຖະມົນຕີ ​ໄດ້​ເນັ້ນ​ໜັກ​ເຖິງ​ການ​ປ່ຽນ​ແປງ​ວິທີ​ສຳ​ພັດ​ວັດ​​ແທກລະ​ດັບ​ທຸກ​ຍາກ ​ໂດຍຕ້ອງ​ມີ​ການ​ສຳ​ຫຼວດກວດກາ​ນະ​​ໂຍບາຍ​ໜູນຊ່ວຍບັນດາ​ຄອບຄົວ​ທຸກ​ຍາກ​ໂດຍສັງ​​ເຂ​ບທີ່​ສຸດ, ຍ້ອນ​ບັນດາ​ນະ​ໂຍບາຍ​ທ່ີ​ສະຫງວນ​​ໃຫ້​ບັນດາ​ຄອບຄົວ​ທຸກ​ຍາກ, ຄົນ​ທຸກ​ຍາກ ພວມ​ນອນ​ໃນ​​ເກືອບທຸກ​ຂົງ​ເຂດຄື: ສາທາລະນະ​ສຸກ, ການ​ສຶກສາ, ກະສິກຳ. ນາຍົກລັດຖະມົນຕີ​ຫາ​ກໍ​ອະນຸມັດ​ຜ່ານ​ແຜ​ນຮ່າງ​ສັງ​ລວມ “ຫັນປ່ຽນ​ວິທີ​ສຳ​ພັດ​ວັດ​ແທກ​ລະດັບທຸກ​ຍາກຈາກສົ້ນດຽວ​ຫັນ​ມາເປັນຫຼາຍ​ສົ້ນ ທີ່​ນຳ​ໃຊ້​​ໃນ​ໄລຍະ 2016 - 2020”. ທ່ານ​ຮອງ​ນາຍົກລັດຖະມົນຕີ ຫວູວັນນິງ ຮຽກຮ້ອງ​​ໃຫ້​ບັນດາ​ກະຊວງ​ທີ່​ກ່ຽວຂ​້ອງ ຈົ່ງສ​້າງບາງ​ເນື້ອ​ໃນ​ກ່ຽວ​ກັບການດຸ່ນດ່ຽງດ້ານ​ການ​​ເງິນ ​ແລະ ບັນດາ​ກາຕີ​ລາຄາ​ບັນດາ​ຜົນ​ກະທົບ​​ສັງຄົມ​ຈາກ​ບັນດາ​​ວີ​ທີການ​ເພື່ອ​ຍື່ນ​ສະ​ເໜີ​ລັດຖະບານ​ພິຈາລະນາ​ໂດຍ​ໄວ.

ຂ່າວ/ບົດ​ອື່ນ