ລັດຖະບານຊີຣີເປີດແລວທາງມະນຸດສະທຳໃໝ່ຢູ່ນອກເຂດ Ghouta ຕາເວັນອອກ

(VOVWORLD) -ວັນທີ 08 ມີນາ, ລັດຖະບານຊີຣີ ໄດ້ເປີດແລວທາງມະນຸດສະທຳທີ 2 ຢູ່ນອກເຂດ Ghouta ຕາເວັນອອກ, ເຊິ່ງປະຈຸບັນຍັງພວມຖືກບັນດາກຳລັງລຸກຮື້ຂຶ້ນຄວບຄຸມຢູ່. ສຳນັກຂ່າວສານແຫ່ງລັດ SANA ໄດ້ໃຫ້ຂ່າວວ່າ

ລັດຖະບານຊີຣີເປີດແລວທາງມະນຸດສະທຳໃໝ່ຢູ່ນອກເຂດ Ghouta ຕາເວັນອອກ - ảnh 1 ລັດຖະບານຊີຣີເປີດແລວທາງມະນຸດສະທຳໃໝ່ຢູ່ນອກເຂດ Ghouta ຕາເວັນອອກ

(ພາບປະກອບ: AFP/TTXVN)

ແລວທາງມະນຸດສະທຳໃໝ່ດັ່ງກ່າວໄດ້ຮັບການສ້າງຕັ້ງເພື່ອສະຫງວນໃຫ້ສາມັນຊົນທີ່ຖືກບັນດາກຸ່ມກໍ່ການຮ້າຍປິດລ້ອມຢູ່ Ghouta ຕາເວັນອອກ, ໃກ້ກັບນະຄອນຫຼວງ Damacus, ເພື່ອໃຫ້ເຂົາເຈົ້າອາດຈະຖອນຕົວອອກຈາກວົງປິດລ້ອມນີ້ຜ່ານເສັ້ນທາງ Jisreen Mleha. ແລວທາງມະນຸດສະທຳໃໝ່ແມ່ນນອນຢູ່ທາງທິດໃຕ້ ເຂດ Ghouta ຕາເວັນອອກ, ເຊິ່ງແມ່ນແຫ່ງບັນດາກຳລັງສະໜັບສະໜູນລັດຖະບານຊີຣີ ທີ່ພວມປະທະກັນຢ່າງດຸເດືອດກັບບັນດາມືປືນລຸກຮື້ຂຶ້ນ ແນໃສ່ຍາດເອົາສິດຄວບຄຸມຄືນໃໝ່.

ຕອບກັບ

ຂ່າວ/ບົດ​ອື່ນ