ລັດຖະບານຕົກລົງໃຫ້ກູ້ຢືມທຶນບຸລິມະສິດສຳລັບຄອບຄົວໃກ້ຈະຖືກຈັດໃນເປົ້າໝາຍຄອບຄົວທຸກຍາກ

ລັດຖະບານຕົກລົງໃຫ້ກູ້ຢືມທຶນບຸລິມະສິດສຳລັບຄອບຄົວໃກ້ຈະຖືກຈັດໃນເປົ້າໝາຍຄອບຄົວທຸກຍາກ - ảnh 1
ຫຼາຍຄອບຄົວໄດ້ຜ່ານຜ່າຄວາມທຸກຍາກຍ້ອນໄດ້ຮັບກູ້ຢືມທຶນ
(ພາບປະກອບ)

(vovworld) – ນາຍົກລັດຖະມົນຕີຫາກໍ່​ຕົກລົງ ກ່ຽວ​ກັບ​ການ​ໃຫ້​ກູ້ຢືມ​ທຶນ​ສິນ​ເຊື່ອ​ສຳລັບ​ຄອວຄົວ​ໃກ້​ຈະຖືກ​ຈັດ​ໃນ​ເປົ້າ​ໝາຍ​ຄອບຄົວ​ທຸກ​ຍາກ. ຕາມ​ນັ້ນ​ແລ້ວ, ​ນັບແຕ່​ວັນ​ທີ 16/4/2013, ຄອວຄົວ​ໃກ້​ຈະ​ຖືກ​ຈັດ​ໃນ​​ເປົ້າ​ໝາຍ​ຄອບຄົວ​ທຸກ​ຍາກ ຈະ​ໄດ້ກູ້​ຢືມ​ທຶນ​ບຸລິມະສິດ ​ເພື່ອ​ຮັບ​ໃຊ້​ໃຫ້ການ​ຜະລິດ, ດຳ​ເນີນ​ທຸລະ​ກິດ. ນາຍົກ​ລັດຖະມົນຕີ ​ໄດ້​ມອບ​ໝາຍ​ໃຫ້​ທະນາຄານ​ນະ​ໂຍບາຍ​ສັງຄົມ ສ້າງ​ແຜນ​ການ​ແຫຼ່ງທຶນ​ໃນ​ແຕ່ລະ​ປີ ​​ເພື່ອ​ໃຫ້ບັນດາຄອວຄົວ​ໃກ້​ຈະ​ຖືກ​ຈັດ​ໃນ​​ເປົ້າ​ໝາຍ​ຄອບຄົວ​ທຸກ​ຍາກ​ກູ້ຢືມ​ທຶນ. ລະດັບ​ການ​ໃຫ້​ຢືມ​ທຶນ​ໂດຍ​ທະນາຄານ​ນະ​ໂຍບາຍ​ສັງຄົມ ​ແລະ ຄອວຄົວ​ໃກ້​ຈະ​ຖືກ​ຈັດ​ໃນ​​ເປົ້າ​ໝາຍ​ຄອບຄົວ​ທຸກ​ຍາກ ປຶກສາ​ຫາລື ​ແຕ່ບໍ່​ເກີນລະດັບ​​ໃຫ້​ກູ້ຢືມ​​ສູງ​ສຸດ​ເພື່ອ​ຮັບ​ໃຊ້ໃຫ້​ແກ່​ການ​ຜະລິດ, ດຳ​ເນີນ​ທຸລະ​ກິດໃນ​ແຕ່ລະ​ໄລຍະ. ​ກຳນົດເວລາ​​ໃຫ້​ກູ້​ຢືມ​ທຶນ ​ໂດຍ​ທະນາຄານ​ນະ​ໂຍບາຍ​ສັງຄົມ ​ແລະ ຄອວຄົວ​ໃກ້​ຈະ​ຖືກ​ຈັດ​ໃນ​​ເປົ້າ​ໝາຍ​ຄອບຄົວ​ທຸກ​ຍາກ ຕົກລົງນຳ​ກັນ​ທີ່​ເໝາ​ະສົມ​ກັບ​ໄລຍະ​​ເວລາການ​ຜະລິດ, ດຳ​ເນີນ​ທຸລະ​ກິດ ​ແລະ ຄວາມ​ສາມາດຊຳລະ​ໜີ້​ຂອງ​ຜູ້​ກູ້ຢືມ.

ຂ່າວ/ບົດ​ອື່ນ