ລັດ​ຖະ​ບານ​ບັນ​ດາ​ປະ​ເທດ​ຮຽກ​ຮ້ອງ​ໃຫ້​ປະ​ຊ​າ​ຊົນເຄົາ​ລົບ​ບັດ​ບັນ​ດາ​ມາດ​ຕະ​ການ​ປ້ອງ​ກັນ, ຕ້ານ​ໂລກ​ລະ​ບາດ ແລະ ຍູ້​ແຮງ​ການ​ສັກ​ວັກ​ຊິນ​ເພີ່ມ​ເຕີມ

(VOVWORLD) -ຕາມເວັບໄຊສະຖິຕິ worldometer.info ແລ້ວ, ໄລ່ຮອດເວລາ 1 ໂມງ 30 ນາທີ ໃນວັນທີ 16 ທັນວາ (ຕາມເວລາ UTC), ທົ່ວໂລກໄດ້ຢັ້ງຢືນມີຜູ້ຕິດເຊື້ອພະຍາດໂຄວິດ - 19 ກ່ວາ 272,4 ລ້ານຄົນ, ໃນນັ້ນ ມີຜູ້ເສຍຊີວິດ ກ່ວາ 5,34 ລ້ານຄົນ.

ລັດ​ຖະ​ບານ​ບັນ​ດາ​ປະ​ເທດ​ຮຽກ​ຮ້ອງ​ໃຫ້​ປະ​ຊ​າ​ຊົນເຄົາ​ລົບ​ບັດ​ບັນ​ດາ​ມາດ​ຕະ​ການ​ປ້ອງ​ກັນ, ຕ້ານ​ໂລກ​ລະ​ບາດ ແລະ ຍູ້​ແຮງ​ການ​ສັກ​ວັກ​ຊິນ​ເພີ່ມ​ເຕີມ - ảnh 1ພາບປະກອບ: THX/TTXVN

ໂລກລະບາດໂຄວິດ - 19 ຍັງມີການຜັນແປຢ່າງສັບສົນໃນໂລກ, ພິເສດແມ່ນພາຍຫຼັງປະກົດມີເຊື້ອໄວຣັດກາຍພັນ Omicron, ເຊິ່ງເຮັດໃຫ້ຫຼາຍປະເທດຕ້ອງເພີ່ມທະວີບັນດາມາດຕະການປ້ອງກັນ, ຕ້ານໂລກລະບາດໂຄວິດ - 19.

ຢູ່ອາຊີຕາເວັນອອກ, ທ່ານນາຍົກລັດຖະມົນຕີ ກຳປູເຈຍ Samdech Techo Hun Sen ຮຽກຮ້ອງຕ້ອງມີຄວາມລະມັດລະວັງເພື່ອຮັກສາບັນດາມາດຕະການປ້ອງກັນຕ້ານໂລກລະບາດໂຄວິດ - 19 ພາຍຫຼັງປະເທດນີ້ກວດພົບຜູ້ຕິດເຊື້ອໄວຣັດກາຍພັນ Omicron ກໍລະນີທຳອິດໃນວັນທີ 14 ທັນວາ.

ຕໍ່ໜ້າສະພາບການໂລກລະບາດໂຄວິດ ພວມແຜ່ລະບາດຢ່າງແຮງຢູ່ອັງກິດ, ຕາມແຫຼ່ງຂ່າວ ຈາກລັດຖະບານ ຝລັ່ງ ໃຫ້ຮູ້ວ່າ ປະເທດນີ້ ພວມມີແຜນການຈັດວາງຂໍ້ກຳນົດ ບັງຄັບໃຫ້ກວດເຊື້ອ PCR ກໍ່ແຂກທ່ອງທ່ຽວໝົດທຸກຄົນທີ່ມາຈາກ ອັງກິດ. ວັນທີ 15 ທັນວາ, ທ່ານປະທານາທິບໍດີ ຝລັ່ງ Emmanuel Macron ກໍ່ຖະແຫຼງວ່າ ການສັກວັກຊິນກັນໂຄວິດ - 19 ອາດຈະເປັນຂໍ້ກຳນົດບັງຄັບຢູ່ ຝລັ່ງ.

ຕອບກັບ

ຂ່າວ/ບົດ​ອື່ນ