ລັດຖະບານປະຊຸມ, ປຶກສາຫາລືກ່ຽວກັບການສ້າງຮ່າງກົດໝາຍສຳຄັນ 8 ສະບັບ

ລັດຖະບານປະຊຸມ, ປຶກສາຫາລືກ່ຽວກັບການສ້າງຮ່າງກົດໝາຍສຳຄັນ 8 ສະບັບ - ảnh 1
ນະຄອນຫຼວງຮ່າໂນ້ຍ
(ພາບ:dantri.com.vn)

(vovworld) - ​ໃນ​ວັນ​ທີ 7-8/8, ລັດຖະບານ​ໄດ້​ດຳ​ເນີນ​ກອງ​ປະຊຸມ​ກ່ຽວ​ກັບ​ວຽກ​ງານ​ສ້າງ​ກົດໝາຍ. ລັດຖະບານ​ໄດ້​ສຸມ​ໃສ່​ປຶກສາ​ຫາລື, ປະກອບ​ຄວາມ​ເຫັນ​ຫຼາຍ​ຢ່າງ​ກ່ຽວ​ກັບ​ການ​ສ້າງ​ຮ່າງ​ກົດໝາຍ​ສຳຄັນ 8 ສະບັບ, ພິ​ເສດ​ແມ່ນ​ຮ່າງ​ກົດໝາຍ​ວ່າ​ດ້ວຍ​ທີ່​ດິນ (ສະບັບ​ປັບປຸງ) ​ແລະ ກົດໝາຍ​ວ່າ​ດ້ວຍ​ນະຄອນຫຼວງ. ​ໃບ​ສະ​ເໜີກ່ຽວ​ກັບຮ່າງ​ກົດໝາຍ​ວ່າ​ດ້ວຍ​ທີ່​ດິນ (ສະບັບ​ປັບປຸງ) ​ແມ່ນ​ໜຶ່ງ​ໃນ​ຈຳນວນ​ຮ່າງ​ກົດໝາຍ​ທີ່​ສຳຄັນ 8 ສະບັບ ທີ່​ບັນດາ​ສະມາຊິກ​ໃນ​ຄະນະ​ລັດຖະບານ​ສຸມ​ໃສ່​ປະກອບ​ຄວາມ​ເຫັນ​ທີ່​ກອງ​ປະຊຸມ​ນີ້. ບົນ​ພື້ນຖານ​ເຫັນ​ດີ​ເຫັນ​ພ້ອມ​ສູງວ່າ ການ​ປະກາດ​ໃຊ້​ກົດໝາຍ​ວ່າ​ດ້ວຍ​ທີ່​ດິນ (ສະບັບ​ປັບປຸງ)​ ແມ່ນ​ມີ​ຄວາມ​ຈຳ​ເປັນ, ​ເພື່ອ​ແນ​ໃສ່​ແກ້​ໄຂ​ຄວາມ​ຈຳກັດ, ສ້າງ​ລັກສະນະ​ຄົບ​ຊຸດ, ​ເປັນ​ເອກະ​ພາບ​ໃນ​ລະບົບ​ກົດໝາຍ​ກ່ຽວ​ກັບ​ທີ່​ດິນ, ຕອບ​ສະໜອງ​ຄວາ​ມຮຽກຮ້ອງຕ້ອງການ​ຕົວ​ຈິງ​ໃນ​ການຄຸ້ມ​ຄອງ, ນຳ​ໃຊ້​ທີ່​ດິນ, ສອດ​ຄອງ​ກັບ​ກົນ​ໄກ, ລະບອບ​ເສດຖະກິດ​ການ​ຕະຫຼາດ​ຕາມ​ກຳນົດ​ທິດ​ສັງຄົມ​ນິຍົມ ​ແລະ ​ເຊື່ອມ​ຕົວ​ເຂົ້າ​ກັບ​ສາກົນ.

        ນອກ​ນັ້ນ, ໃນໃບ​ສະ​ເໜີກ່ຽວ​ກັບ​ຮ່າງ​ກົດໝາຍ​ວ່າ​ດ້ວຍ​ນະຄອນຫຼວງ,​ ບັນ​ດາ​ສະມາຊິກ​ໃນ​ຄະນະ​ລັດຖະບານ​ກໍ່​ເອົາ​ໃຈ​ໃສ່​ທີ່​ສຸດ​​​​ເຖິງ​ການ​ຄຸ້ມ​ຄອງ​ຊຸມ​ຊົນ. ສະມາ ຊິກ​ສ່ວນ​ຫຼາຍ​ໃນ​ຄະນະ​ລັດຖະບານ​ຖື​ວ່າ ຄວນ​ນຳ​ໃຊ້​ມາດ​ຕະການ​ບໍລິຫານ​ຈຳນວນ​ໜຶ່ງ​ເພື່ອ​ຈຳກັດ​ການ​ຈົດ​ທະບຽນ​ອາ​ໄສ​​ເປັນ​ປະຈຳຢູ່ ຮ່າ​ໂນ້ຍ, ປະກອບສ່ວນ​ຈຳກັດ​ຈຳນວນ​ພົນລະ​ເມືອງ​ຢູ່​​ໃນ​ນະຄອນຫຼວງ.

        ​ແລະ​ກໍ່​ຢູ່​ທີ່​ກອງ​ປະຊຸມ, ລັດຖະບານ​ໄດ້​ຮັບ​ຟັງ ​ແລະ ປະກອບ​ຄວາມ​ເຫັນ​ ຕໍ່​ໃບ​ສະ​ເໜີ​ກ່ຽວ​ກັບຮ່າງ​ກົດໝາຍວ່າ​ດ້ວຍ​ການສຶກສາ​ປ້ອງ​ກັນຊາ​ດ - ປ້ອງ​ກັນ​ຄວາມ​ສະຫງົບ; ກົດໝາຍ​ວ່າ​ດ້ວຍ​ວິທະຍາສາດ ​ແລະ ​ເຕັກ​ໂນ​ໂລ​ຢີ (ສະບັບ​ປັບປຸງ); ກົດໝາຍ​ວ່າ​ດ້ວຍ​ວຽກ​ເຮັດ​ງານ​ທຳ; ກົດໝາຍ​ວ່າ​ດ້ວຍ​ໄກ່​ເກ່ຍປອງ​ດອງ; ກົດໝາຍ​ວ່າ​ດ້ວຍ​ສຳມະ​ໂນ​ຄົວ ​ແລະ ກົດໝາຍ​ວ່າ​ດ້ວຍ​ຕ້ານສໍ້​ລາດ​ບັງ​ຫຼວງ (ສະບັບ​ປັບປຸງ). ທີ່​ກອງ​ປະຊຸມ, ກະຊວງ​ຍຸຕິ​ທຳ​ກໍ່​ໄດ້​ລາຍ​ງານ​ສະພາບ​ການ​ຮຽບຮຽງ, ຍື່ນ​ສະ​ເໜີ​ບັນດາ​ຮ່າງ​ກົດໝາຍ, ລັດຖະບັນຍັດ​ຂອງ​ລັດຖະບານ.


ຂ່າວ/ບົດ​ອື່ນ