ລັດຖະບານສະເໜີ ຜັນຂະຫຍາຍ ຍຸດ ທະສາດວຽກງານ ຖະແຫຼງຂ່າວຕໍ່ຕ່າງປະເທດ

   ລັດຖະບານສະເໜີ ຜັນຂະຫຍາຍ ຍຸດ ທະສາດວຽກງານ ຖະແຫຼງຂ່າວຕໍ່ຕ່າງປະເທດ - ảnh 1
ທ່ານ​ນາຍົກລັດຖະມົນ​ຕີຫວຽດນາມ Nguyen Tan Dung

Vovworld- ທ່ານ​ນາຍົກລັດຖະມົນ​ຕີຫວຽດນາມ Nguyen Tan Dung ​ໄດ້​ສະ​ເໜີ​ບັນດາ​ກະຊວງ, ອົງການ​ສຳນັກງານ​ທຽບ​ເທົ່າ​ກະຊວງ, ອົງການ​ສຳນັກງານ ທີ່ຂຶ້ນກັບລັດຖະບານ, ຄະນະກຳມະການປະຊາຊົນ ບັນດາແຂວງ, ນະຄອນ ທີ່ຂຶ້ນກັບສູນກາງ ຈົ່ງສຸມໃສ່ ຜັນຂະຫຍາ​ຍປະຕິບັດ​ຍຸດ​ທະ​ສາດ​ພັດທະນາ​ວຽກ​ງານ​ຖະ​ແຫຼ​ງຂ່າວ​ຕໍ່ຕ່າງປະ​ເທດ​ໄລຍະ 2011 – 2020. ຍຸດ​ທະ​ສາດ​ພັດທະນາ​ວຽກ​ງານ​ຖະ​ແຫຼ​ງຂ່າວ​ຕໍ່ຕ່າງປະ​ເທດ​ໄລຍະ 2011 – 2020 ຂອງ​ຫວຽດນາມ​ໄດ້​ກຳນົດ​ຢ່າງ​ຈະ​ແຈ້ງວ່າ: “ວຽກ​ງານ​ຖະ​ແຫຼ​ງຂ່າວ​ຕໍ່ຕ່າງປະ​ເທດ ​ແມ່ນ​ພາກສ່ວນ​ໜຶ່ງ​ທີ່​ສຳຄັນ​ທີ່​ສຸດ​ໃນ​ວຽກ​ງານ​ໂຄສະນາ ​ແລະ ວຽກ​ງານ​ແນວ​ຄິດ​ຂອງ​ພັກ; ​ແມ່ນ​ໜ້າ​ທີ່​ເປັນ​ປະຈຳ ​ແລະ ຍາວ​ນານ ” . ​ເພື່ອ​ຜັນ​ຂະຫຍາຍ​ປະຕິບັດຍຸດ​ທະ​ສາດ​ດັ່ງກ່າວ, ທ່ານ​ນາຍົກ ລັດຖະມົນ​ຕີຫວຽດນາມ Nguyen Tan Dung ​ໄດ້​ສະ​ເໜີ​ບັນດາ​ກະຊວງ, ​ ອົງການ​ສຳນັກງານທຽບ​ເທົ່າ​ກະຊວງ, ອົງການ​ສຳນັກງານທີ່ຂຶ້ນ ກັບລັດຖະບານ, ຄະນະກຳມະການ ປະຊາຊົນບັນດາແຂວງ, ນະຄອນທີ່ຂຶ້ນກັບ ສູນກາງຈົ່ງສົມທົບກັບບັນດາ ອົງການ​ສຳນັກງານທີ່ມີໜ້າທີ່ຮັບຜິດຊອບຂອງພັກ, ຈັດຕັ້ງເຜີຍແຜ່, ຊາບຊຶມເນື້ອໃນຍຸດ​ທະ​ສາດ​ພັດທະນາ​ວຽກ​ງານ​ຖະ​ແຫຼ​ງຂ່າວ​ຕໍ່ ຕ່າງປະ​ເທດ​ໄລຍະ 2011 – 2020 ໃຫ້ແກ່ບັນດາກະຊວງ, ຂະແໜງການ ແລະ ທ້ອງຖິ່ນຕ່າງໆ ກ່ອນວັນທີ 31/12/2012. ພ້ອມກັນນັ້ນ ກໍຮີບເຮັ່ງຊັບຊ້ອນ ຫົວໜ່ວຍ, ພະນັກງານ ຮັບຜິດຊອບ​ການ​ປະຕິບັດ ວຽກ​ງານ​ຖະ​ແຫຼ​ງຂ່າວ​ຕໍ່ຕ່າງ ປະ​ເທດ; ສົມທົບ​ກັບ​ກະຊວງ​ຖະ​ແຫຼ​ງຂ່າວ ​ແລະ ສື່ສານ ສ້າງ​ໂຄງການ​ດຳ​ເນີນ​ງານ​ຂອງ​ລັດຖະບານ ປະຕິບັດຍຸດ​ທະ​ສາດ​ພັດທະນາ​ວຽກ​ງານ​ຖະ​ແຫຼ​ງຂ່າວ​ຕໍ່ຕ່າງ ປະ​ເທດ​ໄລຍະ 2011 – 2020.
ຂ່າວ/ບົດ​ອື່ນ