ລັດຖະບານສ້າງທຸກເງື່ອນໄຂແກ້ໄຂຮົ້ວກີດຂວາງໃຫ້ແກ່ການຜະລິດດຳເນີນທຸລະກິດ

ລັດຖະບານສ້າງທຸກເງື່ອນໄຂແກ້ໄຂຮົ້ວກີດຂວາງໃຫ້ແກ່ການຜະລິດດຳເນີນທຸລະກິດ - ảnh 1
ທ່ານລັດຖະມົນຕີ, ຫົວໜ້າ​ຫ້ອງ
​ວ່າການລັດຖະບານ ມາຍ​ຕ໋ຽນ​ຢຸງ ​

(vovworld) - ​ເລີ່​ມ​ແຕ່​ວັນ​ທີ 05/10 ໜ່ວຍງານຊ່ວຍ​ວຽກ​ໃຫ້​ລັດຖະມົນຕີ, ຫົວໜ້າ​ຫ້ອງ​ວ່າການ​ລັດຖະບານ ຈະຮັບ​ເອົາ​​ບັນດາ​ຂໍ້​ມູນ​ຂ່າວສານ​ຂອງ​ວິ​ສາ​ຫະກິດໂດຍ​ກົງ ​ໂດຍ​ຜ່ານ​ເວັບ​ໄຊ​ຂອງ​ລັດຖະບານ ​ເພື່ອ​ຮັບ​ຟັງການ​ສ່ອງ​ແສງ, ຄຳ​ເຫັນ, ຂໍ້​ສະ​ເໜີ​ແນະ​ຂອງ​ວິ​ສາ​ຫະກິດ​ສຳລັບ​ລັດຖະບານ. ທ່ານລັດຖະມົນຕີ, ຫົວໜ້າ​ຫ້ອງ​ວ່າການລັດຖະບານ ມາຍ​ຕ໋ຽນ​ຢຸງ ​ໃຫ້​ຮູ້​ຄື​ດັ່ງກ່າວ ທີ່​ການ​ປະຊຸມ​ຂ່າວສາມັນ​ຂອງລັດຖະບານ​ປະຈຳ​ໄລຍະ​ໃນ​ຕອນ​ບ່າຍ​ວັນ​ທີ 04/10 ຢູ່ ຮ່າ​ໂນ້ຍ. ​ເລື່ອງດາວ​ໂລດ, ລົງບັນດາ​ຂໍ້​ມູນ​ຂ່າວຢ່າງກະຈ່າງ​ແຈ້ງ, ​ເປີດ​ເຜີຍ​​ຕົ້ນຕໍ​ແມ່ນການ​ສະ​ແດງ​ສານທີ່​ວ່າ: ສ້າງ​ລັດຖະບານ​ໃຫ້​ມີ​ຄວາມຊື່ສັດ​ບໍລິສຸດ, ມີ​ຄວາມກະຈ່າງ​ແຈ້ງ ​ແລະ ມຸ່ງ​ໄປ​ເຖິງ​ວິ​ສາ​ຫະກິດ, ຮັບ​ໃຊ້​ວິ​ສາ​ຫະກິດ, ທ່ານ ມາຍ​ຕຽນ​ຢຸງ ​ໃຫ້​ຮູ້​ວ່າ:

        “ນີ້​ແມ່ນ​ເວັບ​​ໄຊ​ຂອງ​ລັດຖະບານ​ກັບ​ວິ​ສາ​ຫະກິດ, ກ້າວ​ໄປ​ເຖິງ​ຈະ​ມີ​ເວັບ​ໄຊ​ຂອງ​ລັດຖະບານ​ກັບ​ປະຊາຊົນ. ດັ່ງ​ນັ້ນ ຂໍ້​ມູນ​ຂ່າວ​ສານຂອງ​ວິ​ສາ​ຫະກິດ​ກັບ​ລັດຖະບານ ​ແລະ ຄຳ​ຕອບ​ຂອງ​ລັດຖະບານ​ໄດ້​​ຮັບ​ການເປີດ​ເຜີຍ, ຢ່າງກະຈ່າງ​ແຈ້ງ. ​ໂດຍ​ຜ່ານ​ລະບົບ​ດັ່ງກ່າວ, ບັນດາ​ຂໍ້​ສະ​ເໜີ​ແນະ​ຂອງ​ວິ​ສາ​ຫະກິດ, ບັນດາ​ຄວາມ​ຫຍຸ້ງຍາກຂໍ້ຕິດ​ຂັດ​ຂອງ​ວິ​ສາ​ຫະກິດ​ໃນ​ວິວັດ​ການ​ຜະລິດ​ດຳ​ເນີນ​ທຸລະ​ກິດ, ພິ​ເສດ​ແມ່ນ​ກົນ​ໄກນະ​ໂຍບາຍ, ບັນດາ​ການຕິດ​ຕໍ່​ຄ້າຂາຍ, ລາຍ​ຈ່າຍ​​ໂດຍ​ກົງຕ່າງໆ…ຈະ​ມີ​ຄຳ​ຕອບ​ຈາກ​ບັນດາ​ກະຊວງ, ຂະ​ແໜງການ, ທ້ອງ​ຖິ່ນຕ່າງໆ. ຫ້ອງ​ວ່າການ​ລັດຖະບານ, ລັດຖະມົນຕີ, ຫົວໜ້າຫ້ອງ​ວ່າການ​ລັດຖະບານຈະ​ສ້າງ​ຕັ້ງ​ໜ່ວຍ​ປະຕິບັດ​ງານ ​ເພື່ອກະຕຸກ​ຊຸກຍູ້​ການ​ກວດກາ ​ແລະ ຕອບ​ຄຳ​ຖາມໂດຍ​ກົງ​ໃຫ້​ວິ​ສາ​ຫະກິດ​ໃນ​ນາມ​ແມ່ນ​ລັດຖະບານ​ຕອບ​ໃຫ້​ວິ​ສາ​ຫະກິດ. ”

        ​ເພື່ອ​ສ້າງ​ສະພາບ​ແວດ​ລ້ອມ​ແຫ່ງ​ການ​ລົ​ງທຶນ​ດຳ​ເນີນ​ທຸລະ​ກິດ​ໃຫ້​ດີ​ກ່ວາ, ທ່ານລັດຖະ ມົນຕີ, ຫົວໜ້າ​ຫ້ອງ​ວ່າການ​ລັດຖະບານ ມາຍ​ຕ໋ຽນ​ຢຸງ ​ໃຫ້​ຮູ້ວ່າ: ​ໄລຍະຜ່ານ​ມາ, ລັດຖະບານ​​ໄດ້ສຸມ​ໃສ່​ປຶກສາ​ຫາລື​ສ້າງ​ລະບອບລະບຽບການ. ​ໂດຍ​ລະອຽດ​​ແມ່ນສ້າ​ງກົດໝາຍ​ເພື່ອ​ປັບປຸງ​ກົດໝາຍ 12 ສະບັບ​ທີ່​ກ່ຽວຂ້ອງ​ເຖິງ​ກົດໝາຍ​ວ່າ​ດ້ວຍ​ການ​ລົງທຶນ, ຍື່ນ​ສະ​ເໜີ​ຕໍ່​ສະພາ​ແຫ່ງ​ຊາດ ​ເພື່ອ​ຮັບຮອງ​ເອົາ​ກົດໝາຍວ່າ​ດ້ວຍ​ວິ​ສາ​ຫະກິດ​ຂະໜາດ​ນ້ອຍ ​ແລະ ກາງ.


ຂ່າວ/ບົດ​ອື່ນ