ລັດຖະບານສເກົາຫຼີຈັດການປະຊຸມ ໃນສະພາບເກີດຄວາມເຄັ່ງຕຶງກັບ ສປປ ເກົາຫຼີ

ລັດຖະບານສເກົາຫຼີຈັດການປະຊຸມ ໃນສະພາບເກີດຄວາມເຄັ່ງຕຶງກັບ ສປປ ເກົາຫຼີ - ảnh 1

(ພາບ: vietnamplus.vn)

(vovworld)- ຫ້ອງ​ວ່າການ​ທຳນຽບປະທານາທິບໍດີ​ສ​ເກົາຫຼີ ​ໃຫ້​ຮູ້​ວ່າ: ທ່ານ​ນາງ Park Geun hye ປະທາ​ນາ​ທິບໍດີ​ຄົນ​ໃໝ່ ​ໄດ້​ຈັດການ​ປະຊຸມ​ລັດຖະບານ​ຄັ້ງປະຖົມມະ​ເລິກໃນວັນ​ທີ 11/3, ​ໃນ​ນັ້ນ​ໄດ້​ມອບໜງັສື​ຕົກລົງ​ແຕ່ງຕັ້ງລັດຖະມົນຕີ​ທາງ​ການ​ໃຫ້​ແກ່ 13 ທ່ານ. ການ​ປະຊຸມ​ໄດ້​ດຳ​ເນີນ​ໄປ​ໃນ​ສະພາບ​ການ​ອຳນາດ​ການ​ປົກຄອງ​ໃໝ່​ຂອງປະທາ​ນາ​ທິບໍດີ Park Geun hye ພວມ​ຕ້ອງ​ຊອກ​ຫາ​ບັນດາ​ມາດ​ຕະການ​ທີ່​ມີ​ປະສິດທິ​ຜົນ ​ເພື່ອ​ແນ​ໃສ່​ຫລຸດຜ່ອນ​ຄວາມ​ເຄັ່ງ​ຕຶງ​ທີ່​ພວມ​ເພີ່ມຂຶ້ນ​ລະຫວ່າງ​ສອງ​ພາກ​ເກົາຫຼີ ພ້ອມ​ທັງ​ແກ້​ໄຂ​ບັນດາ​ກຳລັງ​ດັນ​ອື່ນໆ ​ໃນຂະນະ​ທີ່​ຮ່າງ​ກົດໝາຍ​ສ້າ​ງ​ໂຄງ​ປະກອບ​ລັດຖະບານ​ຄືນ​ໃໝ່ ຍັງ​ບໍ່​ທັນ​ໄດ້ຮັບການ​ຮັບຮອງ​ເອົາ​ຈາກສະພາ​ແຫ່ງ​ຊາດ​ປະ​ເທດ​ນີ້​. ມາ​ຮອດ​ຈຸດ​ເວລາ​ນີ້, ​ທ່ານ​ລັດຖະມົນຕີ​ການ​ຕ່າງປະ​ເທດ ​ແລະ ລັດຖະມົນຕີ 11 ທ່ານ​ທີ່​ຖືກແຕ່ງຕັ້ງ ​ໄດ້​ສຳ​ເລັດ​ວາລະ​ອະພິປາຍ ​ແລະ ຕອບ​ຄຳ​ຊັກ​ຖາມ​ຢູ່​ສະພາ​ແຫ່ງ​ຊາດ​ແລ້ວ.

   ນອກຈາກ​ມອບ​ໜັງສື​ຕົກລົງ​ແຕ່​ງຕັ້ງ​ໃຫ້​ບັດາ​ທ່ານ​ລັດຖະມົນຕີ, ທີ່​ວາລະ​ປະຊຸມ​ຄັ້ງປະຖົມມະ​ເລິກ​ນີ້​, ລັດຖະບານ​ໃໝ່​ຂອງ ສ​ເກົາຫຼີ ຍັງ​ສະຫງວນ​ເວລາ​ສ່ວນ​ຫຼາຍ​ເພື່ອ​ປຶກສາ​ຫາລື​ບັນ​ດາ​ບັນຫາ​ເຄັ່ງ​ຕຶງ​ກ່ຽວຂ້ອງ​ເຖິງ ສປປ​ເກົາຫຼີ ​ໃນ​ໄລຍະ​ເວລາ​ມໍ່​ມາ​ນີ້.

 

ຂ່າວ/ບົດ​ອື່ນ