ລັດຖະບານສ.ເກົາຫຼີຖືຫວຽດນາມເປັນຄູ່ຮ່ວມມືອັນດັບໜຶ່ງກ່ຽວກັບການຮ່ວມມືພັດທະນາ

ລັດຖະບານສ.ເກົາຫຼີຖືຫວຽດນາມເປັນຄູ່ຮ່ວມມືອັນດັບໜຶ່ງກ່ຽວກັບການຮ່ວມມືພັດທະນາ - ảnh 1
ທ່ານ ຟ໋າມ​ບິ່ງ​ມິງ ຕ້ອນ​ຮັບ ທ່ານ Lee Hyuk
(ພາບ: VGP)

(vovworld)- ວັນ​ທີ 4/8, ຢູ່​ຮ່າ​ໂນ້ຍ, ທ່ານ ຟ໋າມ​ບິ່ງ​ມິງ, ຮອງ​ນາ​ຍົກ​ລັດຖະ​ມົນ​ຕີ, ລັດ​ຖະ​ມົນ​ຕີ​ກະ​ຊວງ​ຕ່າງ​ປະ​ເທ​ດ​ຫວຽດ​ນາມ ໄດ້ຕ້ອນ​ຮັບ ທ່ານ Lee Hyuk ເອກ​ອັກ​ຄະ​ລັດ​ຖະ​ທູດວິ​ສາ​ມັນ​ຜູ້​ມີ​ອຳ​ນາດ​ເຕັມ ​ສ.ເກົາຫຼີ ປະ​ຈຳ​ ຫວຽດ​ນາມ ເນື່ອງ​ໃນໂອ​ກາດ​ທີ່​ທ່ານ​ມາ​ຮັບ​ໜ້າ​ທີ່​ການ​ທູດ ຢູ່ ຫວຽດ​ນາມ. ທີ່​ພິ​ທີ​ຕ້ອນ​ຮັບ, ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຕີ​ລາ​ຄາ​ສູງ ສ.ເກົາຫຼີ ໃນ​ບົດ​ບາດ​ເປັນ​ຄູ່​ຮ່ວມ​ມື​ແຖວ​ໜ້າ ກ່ຽວ​ກັບ​ການ​ຮ່ວມ​ມື​ ດ້ານ​ເສດ​ຖະ​ກິດ​ການ​ຄ້າ​ ຂອງ​ຫວຽດ​ນາມ ແລະ ປາດ​ຖະ​ໜາ​ວ່າ: ສອງ​ຝ່າຍ​ຈະ​ສົມ​ທົບ​ກັນ​ຢ່າງ​ແໜ້ນ​ແຟ້ນ ເພື່ອ​ຊຸກ​ຍູ້​ການ​ຮ່ວມ​ມື​ ໃນ​ບັນ​ດາ​ຂົງ​ເຂດ​ທີ່​ສອງ​ປະ​ເທດ ​ຍັງ​ມີ​ຄວາມ​ສາ​ມາດ​ບົມ​ຊ້ອນຫຼາຍ​ຢ່າງ​ ເຊັ່ນ: ການ​ຮ່ວມ​ມື​ດ້ານ​ການ​ລົງ​ທຶນ, ດ້ານ​ການ​ຄ້າ, ດ້ານທ້ອງ​ຖິ່ນ, ດ້ານແຮງ​ງານ… ເປັນ​ຕົ້ນ​ໃນ​ສະ​ຖາ​ນະ​ການ​ທີ່​ສອງ​ຝ່າຍ ໄດ້​ເຊັນ​ສັນ​ຍາ​ການ​ຄ້າ​ເສ​ລີ ຫວຽດ​ນາມ-ສ.​ເກົາຫຼີ (FTA), ສ້າງ​ເງື່ອນ​ໄຂ​ເພື່ອ​ໃຫ້​ສິນ​ຄ້າ​ສົ່ງ​ອອກຂອງ​ຫວຽດ​ນາມ ເຂົ້າ​ໃນ​ຕະຫຼາດ ສ.ເກົາຫຼີ . ທ່ານ ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ກໍ່​ສະ​ເໜີ ​ສອງ​ຝ່າຍ​ເພີ່ມ​ທະ​ວີ​ການ​ແລກ​ປ່ຽນ​ຄະ​ນະ​ຜູ້​ແທນ ທຸກ​ຂັ້ນ, ພົບ​ປະ​ແລກ​ປ່ຽນ ລະ​ຫວ່າງ ​ປະ​ຊາ​ຊົນ​ສອງ​ປະ​ເທດ, ພິ​ເສດ ໃນ​ປີ​ສະ​ເຫຼີມ​ສະຫຼອງວັນ​ສ້າງ​ຕັ້ງ​​ການ​ພົວ​ພັນ​ທາງ​ການ​ທູດ ຫວຽດ​ນາມ-ສ.ເກົາຫຼີ​ຄົບ​ຮອບ 25 ປີ.

        ສ່ວນ​ ທ່ານ ເອກ​ອັກ​ຄະ​ລັດ​ຖະ​ທູດ Lee Hyuk ກໍ່ຢືນ​ຢັນ​ວ່າ: ລັດ​ຖະ​ບານ ສ.ເກົາຫຼີ ຖື​ຫວຽດ​ນາມ ​ເປັນ​ຄູ່​ຮ່ວມ​ມື​ອັນ​ດັບ​ໜຶ່ງ ກ່ຽວ​ກັບ​ການ​ຮ່ວມ​ມື​ພັດ​ທະ​ນາ ແລະ ຈະ​ສືບ​ຕໍ່​​ບຸ​ລິ​ມະ​ສິດ​ສະ​ໜອງ ODA ໃຫ້​ຫວຽດ​ນາມ ໃນ​ບັນ​ດາ​ຂົງ​ເຂດ​ ເຊັ່ນ: ກໍ່​ສ້າງ​ພື້ນ​ຖານ​ໂຄງ​ລ່າງ, ການ​ຮັບ​ມື​ກັບ​ການ​ປ່ຽນ​ແປງ​ຂອງ​ດີນ​ຟ້າ​ອາ​ກາດ.  ທ່ານ ເອກ​ອັກ​ຄະ​ລັດ​ຖະ​ທູດ Lee Hyuk ໃຫ້​ຄຳ​ໝັ້ນ​ສັນ​ຍາ​ວ່າ: ຈະ​ມາ​ນະ​ພະ​ຍາ​ຍາມ​ເຮັດ​ຈົນ​ສຸດ​ຄວາມ​ສາ​ມາດຂອງ​ຕົນ ເພື່ອ​ຊຸກ​ຍູ້​ການ​ພົວ​ພັນ​ຮ່ວມ​ມື ລະ​ຫວ່າງ ສ​ອງ​ປະ​ເທດ​ ໃນ​ທຸກ​ຂົງ​ເຂດ, ໃນ​ນັ້ນ​ມີ​ການ​ຮຽກ​ຮ້ອງ​ການ​ລົງ​ທຶນ ​ຂອງວິ​ສາ​ຫະ​ກິດ ​ສ.ເກົາຫຼີ ເຂົ້າ​ຫວຽດ​ນາມຫຼາຍກວ່າ​ອີກ ແລະ ຊອກ​ຫາ​ມາດ​ຕະ​ການ​ ​ແນ​ໃສ່​ແກ້​ໄຂສະ​ພາບ​ການ​ຂາດ​ຄວາມ​ສົມ​ດູນ​ດ້ານ​ການ​ຄ້າ ລະ​ຫວ່າງ ​ສອງ​ປະ​ເທດ ແລະ ເພີ່​ມວົງ​ເງິນ​ການ​ຄ້າ ເພື່ອໃຫ້​ບັນ​ລຸ​ຄາດ​ໝາຍ 70 ຕື້ USD ໃນ​ໄລ​ຍະ​ຈະ​ມາ​ເຖິງ.

ຂ່າວ/ບົດ​ອື່ນ