ລັດຖະບານຫວຽດນາມຈັດກອງປະຊຸມປະຈຳເດືອນ 06/2013

ລັດຖະບານຫວຽດນາມຈັດກອງປະຊຸມປະຈຳເດືອນ 06/2013 - ảnh 1
ກອງ​ປະຊຸມ​ປະຈຳ​ເດືອນ 6 ຂອງ​ລັດຖະບານຫວຽດນາມ
ພາບ:VGP


(vovworld) – ຕອນ​ເຊົ້າ​ວັນ​ທີ 28/6, ລັດຖະບານ​ໄດ້​ປຶກສາ​ຫາລື​ຫົວ​ເລື່ອງ​ສະ​ເພາະ​ກ່ຽວ​ກັບ​ກາ​ນສ້າງ​ກົດໝາຍ​ ກ່ຽວຂ້ອງ​ເຖິງ​ຮ່າງ​ກົດໝາຍວ່າ​ດ້ວຍ​ພາສີ ​ແລະ ​ຂົງ​ເຂດ​ສຳຄັນ​ອື່ນໆ​ອີກຈຳນວນ​ໜຶ່ງ. ຕາມ​ການ​ຕີ​ລາຄາ​ທີ່​ກອງປະຊຸມ, ພາຍຫຼັງ​ປະຕິບັດ​ມາ​ເປັນ​ເວລາ 10 ປີ, ກົດໝາຍ​ວ່າ​ດ້ວຍ​ພາສີ​ໄດ້​ປະ​ກອບ​ສ່ວນ​ຊຸກຍູ້​ວິວັດ​ການ​ປະຕິ​ຮູບ​ການ​ ບໍລິຫານ, ສ້າງ​ສະພາບ​ແວດ​ລ້ອມທີ່ອຳນວຍຄວາມ​ສະ​ດວກ​ໃຫ້​ແກ່ການ​ລົງ​ທຶນ, ດຳ​ເນີນ​ທຸລະ​ກິດ​ພັດທະນາ, ຮັບປະກັນ​ຄວາມ​ໝັ້ນຄົງ​ດ້ານ​ເສດຖະກິດ, ສິດຜົນປະ​ໂຫຍ​ດອະທິປະ​ໄຕ ​ແລະ ຄວາມ​ສະຫງົ​ບ​ແຫ່ງ​ຊາດ. ​ແຕ່​ເຖິງ​ຢ່າງ​ໃດ​ກໍ່ຕາມ, ​ເພື່ອ​ຕອບ​ສະໜອງ​ຄວາມຮຽກຮ້ອງ​ຕ້ອງການ​ຂອງ​ສະພາບ​ການ​ໃໝ່, ກົດໝາຍ​ວ່າ​ດ້ວຍ​ພາສີ​ຕ້ອງ​ໄດ້​ຮັບ​ການ​ປັບປຸງ, ​ເພີ່ມ​ເຕີມ ​ແລະ ສ້າງ​ສຳ​ເລັດ​ບາງ​ຂໍ້​ກຳນົດ ​ເພື່ອ​ຍູ້​ແຮງການ​ຫັນການ​ເຄື່ອນ​ໄຫວ​ພາສີ​ເປັນ​ທັນ​ສະ​ໄໝ, ຕອບ​ສະໜອງ​ຄວາມຮຽກຮ້ອງ​ຕ້ອງການ​ຂອງ​ພື້ນຖານ​ເສດຖະກິດ​ຕະຫຼາດ​ໃຫ້​ດີ​ກ່ວາ​ ອີກ. ບັນດາ​ສະມາຊິກ​ລັດຖະບານ ​ໄດ້​ສຸມ​ໃສ່​ປະກອບ​ຄຳ​ເຫັນ​ກ່ຽວ​ກັບເຂດ​ເຄື່ອນ​ໄຫວ​ຂອງ​ລັດຖະບານພາສີ, ຄວາມ​ຮັບຜິດຊອບ​ຂອງບັນດາ​ອົງການ​ພາສີ​ໃນ​ການ​ປ້ອງ​ກັນ, ຕ້ານ​ການ​ຂາຍ​ເຖື່ອນ, ຂົນ​ສົ່ງ​ສິນຄ້າ​ຜ່ານ​ຊາຍ​ແດນ​ຢ່າງ​ຜິດ​ກົດໝາຍ ​ແລະ ຈັດ​ຕັ້ງ​ກົງຈັກ​ພາສີ. ສ່ວນ​ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕີນ​ຢູງ ມອບໝາຍ​ໃຫ້​ກະຊວງ​ການ​ເງິນ, ຫ້ອງ​ວ່າການ​ລັດຖະບານ, ກະຊວງ ຍຸຕິ​ທຳ​ສົມທົບ​ກັບ​ບັນດາ​ກະຊວງ, ຂະ​ແໜງ​ການ​ທີ່​ກ່ຽວຂ້ອງ​ຮັບ​ເອົາ, ສ້າງ​ສຳ​ເລັດ​ຮ່າງ​ກົດໝາຍ​ວ່າ​ດ້ວຍ​ພາສີ​ (ສະບັບ​ປັບປຸງ), ​ເພື່ອ​ຢືນ​ສະ​ເໜີ​ຕໍ່​ຄະນະ​ປະຈຳສະພາ​ແຫ່ງ​ຊາດ ​ໃຫ້​ຄຳ​ເຫັນ​ກ່ອນ​ທີ່​ຢືນ​ສະ​ເໜີ​ຕໍ່​ສະພາ​ແຫ່ງ​ຊາດ​ປຶກສາ​ຫາລື, ຮັບຮອງ​ເອົາ.

        ກໍ່​ໃນ​ວາລະ​ປະຊຸມ​ໃນ​ຕອນ​ເຊົ້າ​ວັນ​ດຽວ​ກັນ, ລັດຖະບານ​ໄດ້​ປຶກສາ​ຫາລື ບາງ​ເນື້ອ​​ໃນ​ຂອງ​ຮ່າງ​ກົດໝາຍ​ວ່າ​ດ້ວຍ​ການ​ເຂົ້າ, ອອກ​ເມືອງ, ພັກອາ​ໄສ​ຂອງ​ຊາວ​ຕ່າງປະ​ເທດ​ຢູ່ ຫວຽດນາມ.

      ກ່ອນໜ້ານັ້ນ, ຕອນ​ເຊົ້າ​ວັນ​ທີ 27/6, ຢູ່​ສຳນັກງານ​ລັດຖະບານ, ທ່ານ​ນາຍົກລັດຖະມົນຕີ ຫວຽດນາມ ​ຫງວຽນ​ເຕີນ​ຢູງ ​ເປັນ​ປະທານ​ກອງ​ປະຊຸມ​ປະຈຳ​ເດືອນ 6 ຂອງ​ລັດຖະບານ ​ໂດຍ​ສຸມ​​ໃສ່​ຕີ​ລາຄາ​ສະພາບ​ການ​ເສດຖະກິດ​ສັງຄົມ​, ວຽກ​ງານ​ຊີ້​ນຳ, ບໍລິຫານ​ຂອງ​ລັດຖະບານ​ໃນ 6 ​ເດືອນ​ຕົ້ນ​ປີ  ​ແລະ ​ເປັນ​ເອກະ​ພາບບັນຫາ​ຈຸດ​ສຸມ​​ໃນ 6 ​ເດືອນ​ທ້າຍ​ປີ. ຕາມ​ການ​ຕີ​ລາຄາ​ຂອງ​ບັນດາ​ກະຊວງ, ຂະ​ແຫນງ​ການ​ສູນ​ກາງ ​ແລະ ບັນດາ​ທ້ອງ​ຖິ່ນ, ບັນດາ​ມາດ​ຕະການ​ວາງ​ອອກ​ໃນ​ບັນດາ​ມະຕິ​ຂອງ​ລັດຖະບານ, ​ເປັນ​ຕົ້ນ​ແມ່ນ​ມະຕິ​ເລກທີ 02 ກ່ຽວ​ກັບ​ບັນດາ​ມາດ​ຕະການ​ແກ້​ໄຂ​ຄວາ​ມຫຍຸ້ງຍາກ​​ໃຫ້​ແກ່​ການ​ຜະລິດ​ດຳ​ເນີນ​ທຸລະ​ກິດ, ຫນູນ​ຊ່ວຍ​ຕະຫລາດ, ​ແກ້​ໄຂ​ຫນີ້​ເສຍ ​ສາມາດ​ແກ້​ໄຂ​ຢ່າງ​ຕັ້ງຫນ້າ​ບັນດາ​ສິ່ງ​ທ້າ​ທາຍ​ຂອງ​ພື້ນຖານ​ເສດຖະກິດ​ໃນ​ຕໍ່ຫນ້າ​ກໍ​ຄື​ຮັບປະກັນ​​ເສດຖະກິ​ດມະຫາ​ພາກ​ເປັນ​ປົກກະຕິ​ເພື່ອການ​​ເຕີບ​ໂຕ​ແບບ​ຍືນ​ຍົງ​ແລະ​ຍາວ​ນານ. ກ່າວ​ຄຳ​ເຫັນ​ທີ່​ກອງ​ປະຊຸມ, ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕີນ​ຢູງ ສະ​ເຫ​ນີບັນດາ​ທ້ອງ​ຖິ່ນ​ຈົ່ງ​ສຸມ​ໃສ່​ປຶກສາ​ຫາລື, ຕີ​ລາຄາ​ການ​ຊີ້​ນຳ​ບໍລິຫານ​ຂອງ​ລັດຖະບານ, ສຸມ​ໃສ່​​ໄຈ້​ແຍກ​ສາຍ​ເຫດ, ວາງ​ອອກ​ບັນດາ​ມາດ​ຕະການ​ແກ້​ໄຂ​ບັນດາ​ບັນຫາ​​ເກີດ​ຂຶ້ນ​ຂອງ​ພື້ນຖານ​ເສດຖະກິດ. ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕີ​ນຢູງ ​ເນັ້ນ​ຫນັກ​ວ່າ:

        “ກະສິກຳ​ແມ່ນ​ບັນຫາ​ພື້ນຖານ​ຂອງ​ປະ​ເທດ​ຊາດ, ຂອງ​ພື້ນ​ຖານ​ເສດຖະກິດ ​ແລະ ​ໃນ 6 ​ເດືອນ​ຕົ້ນ​ປີ, ຂົງ​ເຂດ​ນີ້​ມີ​ການ​ເຕີບ​ໂຕ ​ແຕ່​ບັນລຸ​ລະດັບ​ຕຳ່​ກວ່າ​ເມື່ອ​ທຽບ​ໃສ່​ໄລຍະ​ດຽວ​ກັນ​ຂອງ​ປີ​ກາຍ. ສະ​ນັ້ນ ພວກ​ເຮົາຕ້ອງ​​ຊອກ​ຮູ້​ສາຍ​ເຫດ​ແມ່ນ​ຫຍັງ ​ແລະ ວາງອອກມາດ​ຕະການ​ແກ້​ໄຂ​​ໃຫ້​ແກ່​ໄລຍະ​ຈະ​ມາ​ເຖິງ.”

ກ່າວ​ຄຳ​ເຫັນ​ສະຫລຸບ​ກອງ​ປະຊຸມ, ທ່ານ​ນາຍົກລັດຖະມົນຕີຫວຽດນາມ ຫວຽນ​ເຕີນ​ຢຸງ ຊີ້​ນຳ​ບັນດາ​ກະຊວງ, ຂະ​ແໜງ​ການ, ທ້ອງ​ຖິ່ນ​ຕ່າງໆ ຈົ່ງ​ສືບ​ຕໍ່​ສຸມ​ໃສ່​ປະຕິບັດບັນດາ​ມາດ​ຕະການ​ເງິນຕາ, ປີ​ງົບປະມານ, ອັດຕາ​ແລ​ກປ່ຽນ, ລາຄາ, ຕະຫລາດ, ​ເພື່ອ​ແນ​ໃສ່​ຄວບ​ຄຸມ​ໄພ​ເງິນ​ເຟີ້, ຮັກສາ​ເສດຖະກິດ​ມະຫາ​ພາກ​ເປັນ​ປົກກະຕິ, ສູ້​ຊົນ​ບັນລຸຈຸດໝາຍ​ GDP ​ເພີ່ມ 5,5% ​ໃນ​ທັງປີ​ນີ້. ທ່ານ​ນາຍົກລັດຖະມົນຕີຫວຽດນາມ ຫວຽນ​ເຕີນ​ຢຸງ ​ເນັ້ນໜັກ​ວ່າ:

   “ຂ້າພະ​ເຈົ້າສະ​ເໜີ​ໃຫ້​ເອົາ​ໃຈ​ໃສ່​ເພີ່ມ​ເຫລືອ​ໜີ້​ສິນ​ເຊື່ອ​ໃຫ້​ແກ່​ບັນດາ​ຂົງ​ເຂດ​ໃຫ້​ບຸລິມະສິດ​ຄື: ກະສິກຳ, ການ​ສົ່ງ​ອອກ, ອຸດສາຫະກຳ​ສຳຮອງ. ສູ້​ຊົນ​ນຳເຫລືອ​ໜີ້​ສິນ​ເຊື່ອ​​ເຂົ້າຖືກ​ບ່ອນ, ຖືກ​ກັບ​ບັນດາ​ວິ​ສາ​ຫະກິດ​ມີ​ແງ່​ຫວັງ​ພັດທະນາ, ມີ​ຜະລິດ​ຕະພັນ​ຈຳໜ່າຍ, ມີ​ຕະຫລາດ​ຈຳໜ່າຍ, ​ເຂົ້າ​ໃນຂົງ​ເຂດ​ທີ່​ມີ​ຄວາມ​ຮຽກຮ້ອງ​ຕ້ອງການ, ຕ້ອງ​ສຸມ​ໃສ່, ຖ້າ​ບໍ່​ເຮັດ​ໄດ​້ຄື​ແນວ​ນັ້ນຈະ​ກໍ່​ຄວາມ​ໜັກໜ່ວງ​ໃຫ້​ພື້ນຖານ​ເສດຖະກິດ”./.

 

 

 

 

ຕອບກັບ

ຂ່າວ/ບົດ​ອື່ນ