ລັດຖະບານຫວຽດນາມ-ລາວເພີ່ມທະວີການຮ່ວມມືພັດທະນາບັນດາໂຄງການໄຟຟ້າ

ລັດຖະບານຫວຽດນາມ-ລາວເພີ່ມທະວີການຮ່ວມມືພັດທະນາບັນດາໂຄງການໄຟຟ້າ - ảnh 1
ທ່ານ​ຮອງ​ນາຍົກລັດຖະມົນຕີ ຫວຽດນາມ ຈິ້ງ​ດີງຢຸງ ແລະ
ທ່ານ​ຮອງ​ນາຍົກລັດຖະມົນຕີ ລາວ ສອນ​ໄຊ ສີ​ພັນ​ດອນ

(vovworld) - ​ ​ໂດຍ​ໄດ້​ຮັບ​ຄຳ​ເຊີນ​ຂອງ​ທ່ານ​ຮອງ​ນາຍົກລັດຖະມົນຕີ ລາວ ສອນ​ໄຊ ສີ​ພັນ​ດອນ, ວັນ​ທີ 05/10 ທ່ານ​ຮອງ​ນາຍົກລັດຖະມົນຕີ ຫວຽດນາມ ຈິ້ງ​ດີງຢຸງ ​ເລີ່ນ​ຕົ້ນ​ການ​ຢ້ຽມຢາມ ​ແລະ ​ເຮັດ​ວຽກ​ຢູ່ ສາທາລະນະ​ລັດ ປະຊາທິປະ​ໄຕ ປະຊາຊົນ ລາວ​. ​ແລະ​ໃນ​ຕອນ​ບ່າຍ​ວັນ​ດຽວ​ກັນ, ຢູ່​ສຳນັກ​ງານ​ຫ້ອງ​ວ່າ​ການ​ນາຍົກລັດຖະມົນຕີ ລາວ ທີ່ນະຄອນຫລວງ ວຽງ​ຈັນ,  ທ່າ​ນຮອງ​ນາຍົກລັດຖະມົນຕີ ຈິ້ງ​ດີງຢຸງ ມີ​ການ​ເຈລະຈາ​ກັບ​ທ່ານ​ຮອງ​ນາຍົກລັດຖະມົນຕີ ລາວ ສອນ​ໄຊ ສີ​ພັນ​ດອນ.

        2 ຝ່າຍ​ເຫັນ​ດີ​ເປັນ​ເອກ​ະສັນ ​ໃນ​ໄລຍະ​ຈະ​ມາ​ເຖິງ ຄວນ​ສືບ​ຕໍ່​ປະຕິບັດ​ບັນດາ​ຂໍ້​ຕົກລົງ​ຂັ້ນ​ສູງ​ເປັນ​ຢ່າງ​ດີ ​ແລະ ສືບ​ຕໍ່​ເພີ່ມ​ທະວີ​ການ​ແລກປ່ຽນ​ຄະນະ​ຜູ້​ແທນ, ພົບ​ປະ​ຂັ້ນ​ສູງ, ​ເພີ່ມ​ທະວີ​ແລກປ່ຽນ​ຂໍ້​ມູນ​ຂ່າວສານ, ​ແບ່ງປັນ​ບົດຮຽນ​ກ່ຽວ​ກັບ​ການ​ພັດທະນາ​ເສດຖະກິດ - ສັງຄົມ​ຂອງ​ແຕ່ລະ​ປະ​ເທດ. 2 ຝ່າຍ​ພ້ອມ​ກັນ​ປຶກສາ​ຫາລື​ບັນດາ​ມາດ​ຕະການ ​ເພື່ອ​ແນ​ໃສ່​ຊຸກ​ຍູ້​ການ​ພົວພັນ​ຮ່ວມ​ມື​ເສດຖະກິດ​ລະຫວ່າງ 2 ປະ​ເທດ​ກ່ວາ​ອີກ, ປະກອບສ່ວນ​ແກ້​ໄຂ​ບັນດາ​ຄວາມ​ຫຍຸ້ງຍາກ​ສິ່ງທີ່​ຄ້າງ​ຄາ ຂອງ​ບັນດາ​ໂຄງການ​ວິ​ສາ​ຫະກິດ ຫວຽດນາມ ລົງທຶນ​ຢູ່ ລາວ ​ເພື່ອ​ຍົກ​ສູງ​ປະສິ​ດທິຜົນ​ແຫ່ງ​ການ​ຮ່ວມ​ມື​ລົງທຶນ, ການ​ຄ້າ​ລະຫວ່າງ 2 ປະ​ເທດ​ຢ່າງ​ບໍ່​ຢຸດ​ຢັ້ງ ປະກອບສ່ວນ​ປະຕິບັດ​ຂໍ້​ຕົກລົງ​ຮ່ວມ​ມື​ລະຫວ່າງ 2 ລັດຖະບານ​​ໃນປີ 2016 ຢ່າງ​ມີ​ໄຊ. 2 ຝ່າຍ​ສົມທົບ​ກັນ​ກວດກາ​ຄືນ ​ແລະ ຕີ​ລາ​ຄາສັງ​ລວມສະພາບ​ການ​ປະຕິບັດ​ເອກະສານ, ຂໍ້​ຕົກ​ລົງຮ່ວມ​ມື​ການ​ລົງທຶນ​ໃນ​ຂົງ​ເຂດ​ພະລັງງານ, ​ແຮ່​ທາດ, ອຸດສາຫະກ​ຳລະຫວ່າງ 2 ປະ​ເທດ.

        ສິ້ນ​ສຸດ​ການ​ເຈລະຈາ, ຮອງ​ນາຍົກລັດຖະມົນຕີທັງ 2 ທ່ານ​ໄດ້​ລົງ​ນາມ​ໃນ​ຂໍ້​ຕົກລົງ​ລະຫວ່າງ 2 ລັດຖະບານ​ກ່ຽວ​ກັບ​ການ​ຮ່ວມ​ມື​ພັດທະນາ​ບັນດາ​ໂຄງການ​ໄຟຟ້າ​ຢູ່ ລາວ ​ແລະ ການຊື້​ຂາຍ​ໄຟຟ້າ​​ຮອດ​ປີ 2030 ​ແລ​ະ ​ເປັນ​ສັກ​ຂີ​ພິຍານ​ໃນ​ພິທີ​ລົງ​ນາມ​ເອກະສານ​ຮ່ວມ​ມື​ລະຫວ່າງ 2 ປະ​ເທດຈຳນວນ 4 ສະບັບ.

ຕອບກັບ

ຂ່າວ/ບົດ​ອື່ນ