ລັດຖະບານຫວຽດນາມສົ່ງເສີມ ແລະ ສ້າງເງື່ອນໄຂສະດວກໃຫ້ແກ່ການເຄື່ອນໄຫວ​ຂອງ​ອົງ​ການທີ່ບໍ່ຂຶ້ນກັບລັດຖະບານ

(VOVWORLD) -ຕອນເຊົ້າວັນທີ 5 ກໍລະກົດ ຢູ່ຮ່າໂນ້ຍ, ຄະນະກຳມະການປະຕິບັດງານ ກ່ຽວກັບບັນດາອົງການຈັດຕັ້ງບໍ່ຂຶ້ນກັບລັດຖະບານ ໄດ້ຈັດຕັ້ງກອງປະຊຸມ ສະຫຼຸບໄລຍະ 1996 – 2017.

ລັດຖະບານຫວຽດນາມສົ່ງເສີມ ແລະ ສ້າງເງື່ອນໄຂສະດວກໃຫ້ແກ່ການເຄື່ອນໄຫວ​ຂອງ​ອົງ​ການທີ່ບໍ່ຂຶ້ນກັບລັດຖະບານ - ảnh 1 ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກກ່າວຄຳເຫັນທີ່ກອງປະຊຸມ

(ພາບ: VOV)

ເຂົ້າຮ່ວມ ແລະ ກ່າວຄຳເຫັນທີ່ກອງປະຊຸມ, ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກ ເນັ້ນໜັກວ່າ ບັນດາອົງການຈັດຕັ້ງບໍ່ຂຶ້ນກັບລັດຖະບານ ໄດ້ສວມບົດບາດຕັ້ງໜ້າໃນວຽກງານສະໜັບສະໜູນ ຫວຽດນາມ ເຊື່ອມໂຍງເຂົ້າກັບສາກົນ, ໃນການໂຄສະນາເຜີຍແຜ່ພາບພົດ, ຜົນງານຂອງ ຫວຽນາມ ອອກສູ່ໂລກ, ຊຸກຍູ້ການພົວພັນລະຫວ່າງປະຊາຊົນຫວຽດນາມກັບປະຊາຊົນບັນດາປະເທດ ແລະ ຕໍ່ສູ້ ຕ້ານຄືນບັນດາຖ້ອຍທຳນອງເສກສັນປັ້ນແຕ່ງ, ມ້າງທຳລາຍຫວຽດນາມ. ທ່ານນາຍົກລັດຖະມົນຕີ ຮຽກຮ້ອງວ່າ ໃນໄລຍະຈະມາເຖິງ, ຄະນະກຳມະການ ແລະ ບັນດາທ້ອງຖິ່ນ ຄວນເຫັນດີເປັນເອກະພາບນຳກັນ ແລະ ຊາບຊຶມທັດສະນະຊີ້ນຳຂອງພັກ ກ່ຽວກັບວຽກງານບໍ່ຂຶ້ນກັບລັດຖະບານ. ທ່ານນາຍົກລັດຖະມົນຕີ ກ່າວວ່າ:

        “ບັນດາກະຊວງ, ຂະແໜງການ ແລະ ທ້ອງຖິ່ນ ຄວນກຳນົດວຽກງານນີ້ ເປັນໜ້າທີ່ພົວພັນຕ່າງປະເທດຈຸດສຸມ ບໍ່ແມ່ນໜ້າທີ່ສະເພາະຂອງຄະນະກຳມະການ ແຕ່ແມ່ນຂອງອຳນາດການປົກຄອງທຸກຂັ້ນ. ວຽກງານບໍ່ຂຶ້ນກັບລັດຖະບານ ແມ່ນພາກສ່ວນພົວພັນຕ່າງປະເທດປະຊາຊົນ, ປະກອບສ່ວນເຂົ້າໜ້າທີ່ພົວພັນຕ່າງປະເທດຂອງປະເທດຊາດ. ສະນັ້ນ, ໃນທຸກລາຍການ, ແຜນການ, ໂຄງການຮ່ວມມືກັບບັນດາອົງການຈັດຕັ້ງບໍ່ຂຶ້ນກັບລັດຖະບານ, ບັນດາກະຊວງ, ຂະແໜງການ, ທ້ອງຖິ່ນຍາມໃດກໍຕ້ອງເອົາໃຈໃສ່ເປັນພິເສດ, ພິຈາລະນາ, ແກ້ໄຂຢ່າງກົມກຽວ ທັງ 3 ແງ່ມູມ ກ່ຽວກັບດ້ານເສດຖະກິດ, ຄວາມໝັ້ນຄົງ ແລະ ການພົວພັນຕ່າງປະເທດ”.

 ປັດຈຸບັນ, ຫວຽດນາມມີການພົວພັນກັບ 1000 ກວ່າອົງການຈັດຕັ້ງບໍ່ຂຶ້ນກັບລັດຖະບານ, ໃນນັ້ນ ປະມານ 500 ອົງການ ແມ່ນເຄື່ອນໄຫວເປັນປົກກະຕິຢູ່ຫວຽດນາມ, ດ້ວຍການໜູນຊ່ວຍປະມານ 3.000 ລາຍການ, ໂຄງການ.

ຕອບກັບ

ຂ່າວ/ບົດ​ອື່ນ