ລັດຖະບານຫວຽດນາມແຕ່ງຕັ້ງໂຄສົກຄົນໃຫມ່

ລັດຖະບານຫວຽດນາມແຕ່ງຕັ້ງໂຄສົກຄົນໃຫມ່ - ảnh 1
ທ່ານ​ ຫງວຽນ​ວັນ​ເນັນ
photo:laodong.com

(vovworld)- ​ທີ່ວາລະ​ປະຊຸມ​​ໃນ​ຕອນ​ເຊົ້າ​ວັນ​ທີ 14/11 ຂອງ​ກອງ​ປະຊຸມ​ສະ​ໄຫມ​ສາມັນ​ເທື່ອ​ທີ 6 ສະພາ​ແຫ່ງ​ຊາດຊຸດ​ທີ 13, ດ້ວຍ​ບັດ​ສະຫນັບສະຫນູນ​ກວ່າ 70% ຈາກ ສສຊ, ທ່ານ​ ຫງວຽນ​ວັນ​ເນັນ, ຮອງ​ຫົວຫນ້າ​ຄະນະ​ໂຄ​ສະ​ນາ​ສຶກສາ​ສູນ​ກາງ ​ໄດ້​ກາຍ​ເປັນ​ລັດຖະມົນຕີ, ຫົວຫນ້າ​ຫ້ອງ​ວ່າການ​ລັດຖະບານ​ຫວຽດນາມ. ດ້ວຍ​ໝາກຜົນ​ດັ່ງກ່າວ, ທ່ານ ຫງວຽນ​ວັນ​ເນັນ ​ກາຍ​ເປັນ​ໂຄສົກ​ຂອງ​ລັດຖະບານ​ຄົນ​ໃຫມ່ ​ແທນ​ໃຫ້​ທ່ານ ຫວູດືກດາມ ​ໂດຍ​ສະພາ​ແຫ່ງ​ຊາດ​ໃຫ້​ສັດຕະ​ຍະ​ບັນ​ແຕ່ງຕັ້ງ​ເປັນ​ຮອງ​ນາຍົກລັດຖະມົນຕີ​ໃນ​ວັນ​ທີ 13/11. ມະຕິ​ຕົກລົງ​ກ່ຽວ​ກັບ​ການ​ໃຫ້​ສັດຕະຍາບັນ​ແຕ່ງ​ຕັ້ງທ່າ​ນ ຫງວຽນ​ວັນ​ເນັນ ກໍ​ໄດ້​ຮັບ​ບັດ​ສະຫນັບສະຫນູນ 85,94% ຈາກ ສສຊ. ​ແລະ ກໍ​ໃນ​ຕອນ​ເຊົ້າ​ວັນ​ດຽວ​ກັນ, ທ່ານ​ປະທານ​ສະພາ​ແຫ່ງ​ຊາດ ຫງວຽນ​ຊີງ​ຮຸ່ງ ອ່ານ​​ໃບ​ສະ​ເຫ​ນີກ່ຽວ​ກັບ​​ເລື່ອງເພີ່ມຈຳນວນຮອງ​ປະທານ​ສະພາ​ຊົ​ນ​ເຜ່ົາ, ຮອງ​ຫົວຫນ້າ​ກຳມາ​ທິການ​ການ​ຕ່າງປະ​ເທດ, ກຳມາ​ທິການ​ບັນດາ​ບັນຫາ​ສັງຄົມ, ກຳມາ​ທິການ​ວັດທະນະທຳ​ສຶກສາ​ຊາວ​ຫຸນ່ມ​ເຍົາວະ​ຊົນ ​ແລະ ອະນຸຊົນ ​ແລະ ສະພາ​ຊົນ​ເຜົ່າ.

ຂ່າວ/ບົດ​ອື່ນ