ລັດຖະບານເດັດດຽວປະຕິບັດການສ້າງໂຄງປະກອບລັດວິສາຫະກິດຄືນໃໝ່

ລັດຖະບານເດັດດຽວປະຕິບັດການສ້າງໂຄງປະກອບລັດວິສາຫະກິດຄືນໃໝ່ - ảnh 1
(ທ່ານລັດຖະມົນຕີ, ຫົວໜ້າ​ຫ້ອງ​ວ່າການ​ລັດຖະບານ ຫວູດຶກ​ດາມ)

(vovworld) – ລັດຖະບານ​ເດັດ​ດຽວ​ປະຕິບັດ​ການ​ສ້າງ​ໂຄງ​ປະກອບ​ລັດ​ວິ​ສາ​ຫະກິດ​ຄືນ​ໃໝ່. ນີ້​ແມ່ນ​ຄຳ​ຢັ້ງຢືນ​ຂອງ​ລັດຖະມົນຕີ, ຫົວໜ້າ​ຫ້ອງ​ວ່າການ​ລັດຖະບານ ຫວູດຶກ​ດາມ ທີ່​ການ​ປະຊຸມ​ຂ່າວ​ນັດ​ສາມັນ​ເດືອນ 10, ​ເຊິ່ງຈັດ​ຂຶ້ນ​ຢູ່​ຮ່າ​ໂນ້ຍ ​ໃນ​ວັນ​ທີ 26/10.

ທ່ານລັດຖະມົນຕີ, ຫົວໜ້າ​ຫ້ອງ​ວ່າການ​ລັດຖະບານ ຫວູດຶກ​ດາມ​ ​ໃຫ້​ຮູ້​ວ່າ, ​ເລື່ອງ​ລັດຖະບານ​ສະ​ເໜີ​​ໃຫ້​ສະພາ​ແຫ່ງ​ຊາດ​ຍົກ​ເພດານ​ລາຍ​ຈ່າຍ​ເກີນ​ດຸນຈາກ 4% ຂຶ້ນ 5,3% ​ເພື່ອ​ແນ​ໃສ່​ຮັບປະກັນ​ເງິນ​ລົງທຶນ​ຕາມ​ແຜນການ​ປີ 2013. ທ່ານ​ລັດຖະມົນຕີ​ຍັງ​ໃຫ້​ຮູ້​ຕື່ມ​ອີກ​ວ່າ, ລັດຖະບານ​ຈະ​ສືບ​ຕໍ່​ປະຕິບັດ​ບັນດາມາດ​ຕະການ​ຖອນ​ທຶນ​ນອກ​ຂະ​ແໜງ​ສຳລັບ​ບັນດາ​ລັດ​ວິ​ສາ​ຫະກິດ​ຢ່າງ​ຄົບ​ຊຸດ. ​ແຕ່​ທ່ານ​ກໍ່​ໄດ້​ຊີ້​ແຈ້ງວ່າ, ການ​ຖອນ​ທຶນ​ຈຳ​ເປັນ​ຕ້ອງ​ໄດ້​ຮັບ​ການ​ດຳ​ເນີນ​ຕາມ​ກົດ​ເກນ​ເສດຖະກິດ​ການ​ຕະຫຼາດ ດ້ວຍ​ຂັ້ນ​ຕອນ​ປະຕິບັດຢ່າງລະອຽດ, ບໍ່​ໃຫ້​ຊັບ​ສິນ​ຂອງ​ລັດ​ຖືກ​ຮົ່ວ​ໄຫຼ, ກໍ່​ຄວາມ​ສັບສົນໃຫ້ຕະຫຼາດ:

ຫຼັກການ​ຕ້ອງ​ຖອນ​ທຶນ​ໄຢ່າງວ່ອງໄວ​ຕາມ​ຕະຫລາດ. ພວກ​ເຮົາ​ຕ້ອງ​ມີ​ຂັ້ນ​ຕອນປະຕິບັດ. ສິ່ງ​ດັ່ງກ່າວ​ພວມ​ໄດ້​ຮັບ​ການ​ປະຕິບັດດ້ວຍ​ຫຼາຍ​ນະ​ໂຍບາຍ​ຢ່າງ​ຄົບ​ຊຸດ, ​ໃນ​ນັ້ນ​ມີ​ການ​ຄວບ​ຄຸມ​ແຕ່​ລະວິ​ສາ​ຫະກິດ, ຖອນ​ທຶນ​ຢູ່​ແຫ່ງໃດ. ຄື​ແນວ​ໃດ ແລະ ຕ້ອງ​ດຳ​ເນີນ​ທຸກ​ມາດ​ຕະການ​ນັບ​ແຕ່​ທຶນ, ພາສີ​ອາກອນ, ຕະຫຼອດ​ຮອດ​ຕະຫຼາດ​ຫຼັກ​ຊັບ ​ເພື່ອໃຫ້​ພວກ​ເຮົາ​ພ້ອມ​ກັນ​ແກ້​ໄຂ“.

ລັດຖະມົນຕີ, ຫົວໜ້າ​ຫ້ອງ​ວ່າການ​ລັດຖະບານ ຫວູດຶກ​ດາມ ​ໃຫ້​ຮູ້​ວ່າ, ລັດຖະບານ​ກໍ່​ຮຽກຮ້ອງ​ໃຫ້​ບັນດາ​ລັດ​ວິ​ສາ​ຫະກິດ​ປະຕິບັດ​ການ​ຖອນ​ທຶນ​ຢ່າງ​ເຖິງ​ຖອງ, ພິ​ເສດ​ແມ່ນ​ໃນ​ຂົງ​ເຂດ​ລົງທຶນ​ອະສັງ​ຫາ​ວິມະ​ຊັບ, ຫຼັກ​ຊັບ.

ຂ່າວ/ບົດ​ອື່ນ