ລັດຖະບານເຢຍລະມັນຮັບຮອງເອົາບັນດາມາດຕະການແກ້ໄຂໃໝ່

ລັດຖະບານເຢຍລະມັນຮັບຮອງເອົາບັນດາມາດຕະການແກ້ໄຂໃໝ່ - ảnh 1
(ພາບປະກອບ: AP)

(vovworld) – ວັນ​ທີ 29/09, ລັດຖະບານ​ເຢຍລະ​ມັນ ​ໄດ້​ຮັບ​ຮອງ​ເອົາບັນດາ​ມາດ​ຕະການ​ແກ້​ໄຂ​ໃໝ່ ​ເພື່ອ​ຮັບ​ມືກັບ​ຈຳນວນ​ຊາວ​ອົບ​ພະຍົບ​ເປັນ​ຈຳນວນ​ຫຼວງ​ຫຼາຍ​ຢູ່​ປະ​ເທດ​ນີ້, ​ໃນ​ນັ້ນ​ລວມທັງ​ເລື່ອງ​ຈັດ​ວາງ​ບັນດາ​ເງື່ອນ​ໄຂ​ທີ່​ເຄັ່ງຄັດ​ກວ່າສຳລັບ​ຊາວ​ອົບ​ພະຍົບ ທີ່​ມາ​ຈາກ​ເຂດ Balkans. ​ເຢຍລະ​ມັນ ກ​ໍນຳ Albania, Montenegro ​ແລະ ​ເຂດ​ດິນ​​ແດນ Kosovo ​ເຂົ້າ​ບັນຊີ​ລາຍ​ຊື່​​ປະ​ເທດເຊິ່ງຮັບ​ຖື​ວ່າ “​ແມ່ນ​ມີຕົ້ນ​ກຳ​​ເນີ​ດປອດ​ໄພ”, ​ເຊິ່ງຕາມ​ນັ້ນ​ແລ້ວ, Berlin ຈະ​ເນລະ​ເທດ​ບັນດາ​ຊາວ​ອົບ​ພະຍົບທີ່​ມາ​ຈາກ 2 ປະ​ເທດ ​ແລະ ​ເຂດ​​ແຄວ້ນນີ້​ໂດ​ຍໄວກວ່າ. ລັດຖະບານ​​ເຢຍລະ​ມັນ ກໍ​ພວມ​ຊອກ​ຫາ​ວິທີ​ເພື່ອ​ຫຼຸດຜ່ອນ​ລາຍ​ຈ່າຍໃຫ້​ຊາວ​ອົບ​ພະຍົບ. ຄາ​​ດວ່າ, ບັນດາ​ມາດ​ຕະການ​ແກ້​ໄຂ​ຈະ​ມີ​ຜົນ​ບັງ​ຄັບ​​ໃຊ້​ນັບແຕ່​ວັນ​ທີ 01/11 ຈະ​ມາ​ເຖິງ. ຄາ​ດວ່າ,​ ​ໃນ​ປີ 2015, ​ເຢຍລະ​ມັນ ຈະ​ຕ້ອນຮັບ​ຊາວ​ອົບ​ພະຍົບຂຶ້ນ​ເຖິງ 1 ລ້ານ​ຄົນ, ​ເພີ່ມ​ຂຶ້ນ​ທົບ 5 ​ເທົ່າ​ເມື່ອ​ທຽບ​ໃສ່​ຕົວ​​ເລກ​​ຂອງ​ປີ 2014.

ຂ່າວ/ບົດ​ອື່ນ