ລັດຖະບານໄດ້ຊີ້ນຳໃຫ້ເປັນເຈົ້າການກວ່າເກົ່າໃນການພະຍາກອນແລະຮັບມືກັບໄພທຳມະຊາດ

ລັດຖະບານໄດ້ຊີ້ນຳໃຫ້ເປັນເຈົ້າການກວ່າເກົ່າໃນການພະຍາກອນແລະຮັບມືກັບໄພທຳມະຊາດ - ảnh 1
ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ຫວຽດ​ນາມ ຈິ້ງ​ດິ່ງ​ຢຸງ
(ພາບ: VGP)

(vovworld)- ຕອນ​ບ່າຍ ​ວັນ​ທີ 8/8, ຢູ່​ຮ່າ​ໂນ້ຍ, ຄະ​ນະ​ຊີ້​ນຳ​ສູນ​ກາງ​ ກ່ຽວ​ກັບ​ການ​ປ້ອງ​ກັນ​ຕ້ານ​ໄພ​ທຳ​ມະ​ຊາດ ແລະ ຄະ​ນະ​ກຳ​ມະ​ການ​ແຫ່ງ​ຊາດ​ ຊອກ​ຫາກູ້​ໄພ​ກູ້​ຊີບ ຈັດ​ຕັ້ງ​ກອງ​ປະ​ຊຸມ​ຖອດ​ຖອນ​ບົດ​ຮຽນ​ ກ່ຽວ​ກັບ​ວຽກ​ງານການ​ຮັບ​ມື, ແກ້​ໄຂ​ຜົນ​ຮ້ານ​ຍ້ອນຫຼັງ ຈາກພາ​ຍຸ Minirae ແລະ Nida ​ທີ່​ເກີດ​ຂື້ນ​ຫວ່າງ​ແລ້ວນີ້. ​ພາຍຸ​ສອງ​ລູກນີ້​ໄດ້​ເຮັດ​ໃຫ້​ມີ​ຜູ້​ເສຍ​ຊີ​ວິດ ແລະ ​ຜູ້​ຫາຍ​ສາບສູນ 20 ຄົນ, ສ້າງ​ຄວາມ​ເສຍ​ຫາຍ​ ດ້ານ​ເສດ​ຖະ​ກິດ​ປະ​ມານ 7.000 ຕື້​ດົ່ງ.

        ໃນ​ການຊີ້​ນຳ​ກ​ອງ​ປະ​ຊຸ​ມ, ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ຫວຽດ​ນາມ ຈິ້ງ​ດິ່ງ​ຢຸງ, ປະ​ທ່ານ​ຄະ​ນະ​ກຳ​ມະ​ການ​ແຫ່ງ​ຊາດ ຊອກ​ຫາກູ້​ໄພ​ກູ້​ຊີບ, ເນັ້ນ​ໜັກ​ວ່າ: ບັນ​ດາ​ກະ​ຊວງ, ຂະ​ແໜງ​ການ, ທ້ອງ​ຖິ່ນ ຈຳ​ເປັນ​ຕ້ອງ​ສຸມ​ໃສ່​ແກ້​ໄຂ​ຜົນ​ຮ້າຍຢ້ອນຫຼັງ​​ຈາກ​ພາ​ຍຸ; ສຸມ​ໃສ່​ຊອກ​ຫາ​ບັນ​ດາ​ຜູ້​​ຫາຍສ​າບ​ສູນ, ສືບ​ຕໍ່​ໜູນ​ຊ່ວຍ, ຢ້ຽມ​ຢາມ​ຖາມ​ຂ່າວ​ຜູ້​ປະ​ສົບ​ເຄາະ​ຮ້າຍ, ໜູນ​ຊ່ວຍ​ປະ​ຊາ​ຊົນ​ທີ່​ຖືກ​ຜົນ​ຮ້າຍ​ຫຼັງ​ນ້ຳ​ຖ້ວມ; ພ້ອມ​ທັງ​ ສຸມ​ໃສ່​ຟື້ນ​ຟູ​ການ​ຜະ​ລິດ, ຮັບ​ປະ​ກັນ​ກາ​ນ​ຄົມ​ມະ​ນາ​ຄົມ. ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ​ຮຽກ​ຮ້ອງ​ໃຫ້​ກະ​ຊວງ​ຊັບ​ພະ​ຍາ​ກອນ ແລະ ທຳ​ມະ​ຊາດ ສ້າງ​ເງື່ອນ​ໄຂ ຍົກ​ສູງ​ຄວາມ​ສາ​ມາດ​ ຂອງ​ສູນ​​ພະ​ຍາ​ກອນ​ອຸ​ຕຸ​ນິ​ຍົ​ມ​ອຸ​ທົກ​ກະ​ສາດແຫ່ງ​ຊາດ, ໃນ​ນັ້ນ​ ເອົາ​ໃຈ​ໃສ່​ເປັນ​ພິ​ເສດ​​ ​ເຖິງການລົງ​ທຶນ​ດ້ານ​ອຸ​ປະ​ກອນ, ຍົກ​ສູງ​ຄຸນ​ນະ​ພາບຖັນ​ແຖວ​ພະ​ນັກ​ງານ, ​ເພີ່ມ​ທະ​ວີ​ການ​ຮ່ວມ​ມື ກັບ​ບັນ​ດາອົງ​ການ​ອຸ​ຕຸ​ນິ​ຍົມ​ອຸ​ທົກ​ກະ​ສາດ​​ສຳ​ກົນ ເພື່ອ​ຍົກ​ສູງ​ຄວາມ​ສາ​ມາດ, ຄຸ​ນ​ນະ​ພາບການ​ກ່າວ​ເຕືອນ, ຄາດ​ຄະ​ເນ​ພະ​ຍາ​ກອນອາ​ກາດ. ກະ​ຊວງ​ກະ​ສິ​ກຳ ແລະ ພັດ​ທະ​ນາ​ຊົນ​ນະ​ບົດ, ກະ​ຊວງກໍ່​ສ້າງ, ກະ​ຊວງ​ຄົ​ມ​ມະ​ນາ​ຄົມ​ຂົ​ນ​ສົ່ງຫວຽດ​ນາມ, ພ້ອມ​ກັບ​ບັນ​ດາ​ທ້ອງ​ຖິ່ນກວດ​ກາ, ຍົກ​ລະ​ດັບ​ບັນ​ດາ​ກິດ​ຈະ​ກຳ​ພື້ນ​ຖານ​ໂຄງ​ລ່າງ.

 

ຂ່າວ/ບົດ​ອື່ນ