ລັດຖະມົນຕີກະຊວງຕຳຫຼວດ ເຈີນດ້າຍກວາງ ຕ້ອນຮັບແຂກສາກົນ

ລັດຖະມົນຕີກະຊວງຕຳຫຼວດ ເຈີນດ້າຍກວາງ ຕ້ອນຮັບແຂກສາກົນ - ảnh 1
ພົນ​ເອກ ເຈີ​ນດ້າຍ​ກວາງ, ລັດຖະມົນຕີ​ກະຊວງ​ຕຳ​ຫຼວດຕ້ອນຮັບ​
ລັດ​ຖະມົນຕີ​ຂັ້ນ​ສູງ​​ແຫ່ງ​ລັດຮັບຜິດຊອບ​ກ່ຽວ​ກັບວຽກ​ງານ​ພາຍ​ໃນສິງກະ​ໂປ
(ພາບ: trandaiquang.net)


(vovworld) - ຕອນ​ບ່າຍ​ວັນ​ທີ 29/05, ຢູ່​ຮ່າ​ໂນ້ຍ, ພົນ​ເອກ ເຈີ​ນດ້າຍ​ກວາງ, ລັດຖະມົນຕີ​ກະຊວງ​ຕຳ​ຫຼວດ ​ໄດ້​ໃຫ້ການ​ຕ້ອນຮັບ​ທ່ານ Masagot Giunkifli, ລັດ​ຖະມົນຕີ​ຂັ້ນ​ສູງ​​ແຫ່ງ​ລັດຮັບຜິດຊອບ​ກ່ຽວ​ກັບວຽກ​ງານ​ພາຍ​ໃນ, ກະຊວງ​ການ​ຕ່າງປະ​ເທດ​ສິງກະ​ໂປ. ທີ່​ການ​ຕ້ອນຮັບ, ທ່ານ​ລັດຖະມົນຕີ ເຈີ​ນດ້າຍ​ກວາງ ປາດ​ຖະໜາ​ວ່າ 2 ຝ່າຍສືບ​ຕໍ່​ຍູ້​ແຮງ​ການ​ຮ່ວມ​ມື, ​ເພີ່ມ​ທະວີ​ການ​ແລກປ່ຽນ​ຂໍ້​ມູນຂ່າວ, ສະພາບ​ການ​ທີ່​ກ່ຽວຂ້ອງ​ເຖິງ​ຄວາມ​ສະຫງົບ​ປອດ​ໄພ​ແຫ່ງ​ຊາດ ​ແລະ ຄວາມ​ເປັນ​ລະບຽບຮຽບຮ້ອຍ​ທາງ​ສັງຄົມ ​ເພື່ອ​ແນ​​ໃສ່​ສະກັດ​ກັ້ນ, ຕໍ່ສູ້​ກັບ​ບັນດາ​ອາດຊະ​ຍາ​ກຳ​ຂ້າມ​ຊາດ​ຢ່າງ​ມີ​ປະສິດທິ​ຜົນ​ຄື; ອາດຊະຍາ​ກຳ​ຢາ​ເສັບ​ຕິດ, ຟອກ​ເງິ​ນ, ຄ້າ​ຂາຍ​ມະນຸດ, ນຳ​ໃຊ້​​ເຕັກ​ໂນ​ໂລ​ຊີ​ສູງ... ສ່ວນ​ທ່ານ Masagot Giunkifli ​ປາດ​ຖະໜາ​ວ່າ ການ​ພົວພັນ​ຮ່ວມ​ມື​ລະຫວ່າ​ງກະຊວງ​ຕຳ​ຫຼວດຫວຽດນາມ - ກະຊວງ​ພາຍ​ໃນ​ສິນ​ກະ​ໂປ ຈະ​​ໄດ້​ຮັບ​ການ​ພັດທະນາ​ຢ່າງ​ບໍ່​ຢຸດ​ຢັ້ງ, ບັນລຸ​ໄດ້​ໝາກຜົນ​ອັນ​ດີງາມ​ໃນ​ທຸກ​ຂົງ​ເຂດ​ໃນ​ໄລຍະ​ຈະ​ມາ​ເຖິງ...

        ​ແລະ​ກໍ​ໃນ​ວັນດ່ຽວ​ກັນ, ທີ່​ກາ​ນຕ້ອນຮັບ​ພັນ​ເອກ ກຽງຄຳ ອິນແພງທະວົງ, ຫົວໜ້າ​ອົງການຕາງໜ້າ​ກະຊວງ​ປ້ອງ​ກັນ​ຄວາມ​ສະຫງົບລາວ​ ປະຈຳ​ຫວຽດນາມ, ທ່ານ​ລັດຖະມົນຕີ ​ເຈີນດ້າຍ​ກວາງ ​ເຊື່ອ​ໝັ້ນ​ວ່າ ອົງການ​ຕາງໜ້າກະຊວງປ້ອງ​ກັນ​ຄວາມ​ສະຫງົບ​ລາວ ປະຈຳ​ຫວຽດນາມ ຈະ​ສົມທົບ​​ເປັນ​ຢ່າງ​ດີກັບ​ບັນດາ​ຫົວໜ່ວຍ​ທີ່​ກ່ຽວຂ້ອງ ຂອງ​ກະຊວງ​ຕຳຫຼວດ​ຫວຽດນາມ ​ໃນ​ການ​ປະຕິບັດ​ສັນຍາ ​ແລະ ​ແຜນການ​ຮ່ວມ​ມື​ປະຈຳ​ປີ​ລະຫວ່າງ 2 ກະຊວງ, ປະກອບສ່ວນ​ຊຸກຍູ້​ການ​ພົວພັນ​ຮ່ວມ​ມື​ລະຫວ່າງ​ກະຊວງ​ຕຳຫຼວດ 2 ປະ​ເທດ. ພັນ​ເອກ ກຽງຄຳ ອິນແພງທະວົງ ປາດ​ຖະໜາ​ວ່າ ການພົວພັນ​ຮ່ວມ​ມື​ລະຫວ່າງ​ກະຊວງ​ຕຳຫຼວດຫວຽດນາມ - ກະຊວງ​ປ້ອງ​ກັນ​ຄວາມ​ສະຫງົບ​ລາວ ຈະບັນດລຸ​ໄດ້​ບັນດາ​ຜົນງານ​​ທີ່ດີງາມໃນ​ການ​ຮ່ວມ​ມື​ປ້ອງ​ກັນ​ຄວາມ​ສະຫງົບ​​ແຫ່ງ​ຊາດ, ຮັກສາ​ຄວາມ​​ເປັນ​ລະບຽບ​ຮຽບຮ້ອຍ​ທາງ​ສັງຄົມ​; ​ເພີ່ມ​ພູ​ນຄຸນ​ສ້າງ​ການ​ພົວພັນ​ມິດຕະພາບ​ ​ແລະ ການຮ່ວມ​ມື​​ແບບພິ​ເສດ​ລະຫວ່າງ​ຫວຽດນາມ - ລາວ ຢ່າງ​ບໍ່​ຢຸດ​ຢັ້ງ.

ຂ່າວ/ບົດ​ອື່ນ