ລັດຖະມົນຕີກະຊວງຕຳຫຼວດ ເຈີນດ້າຍກວາງ ຢ້ຽມຢາມ ແລະ ເຮັດວຽກຢູ່ສ.ເຊັກ

ລັດຖະມົນຕີກະຊວງຕຳຫຼວດ ເຈີນດ້າຍກວາງ ຢ້ຽມຢາມ ແລະ ເຮັດວຽກຢູ່ສ.ເຊັກ - ảnh 1
ຄະນະ​ຜູ​​ແທນ​ຂັ້ນ​ສູງ​ກະຊວງ​ຕຳຫຼວດ​ຫວຽດນາມ
ເຈລະຈາ​ກັບ​ຄະນະ​ຜູ້​ແທນ​ຂັ້ນ​ສູງ​ກະຊວງ​ພາຍ​ໃນ​ສ.​ເຊັກ
(ພາບ: cand.com.vn)


(vovworld) –  ​ໂດຍ​ໄດ້​ຮັບ​ຄຳ​ເຊີນ​ຂອງ​ກະຊວງ​ພາຍ​ໃນ​ສ.​ເຊັກ, ຄະນະ​ຜູ​​ແທນ​ຂັ້ນ​ສູງ​ກະຊວງ​ຕຳຫຼວດ​ຫວຽດນາມ ​ໄດ້​ມີ​ການ​ຢ້ຽມຢາມ​ສ.​ເຊັກ ຢ່າງ​ເປັນ​ທາງ​ການ​ໃນວັນ​ທີ 06/07. ວັນ​ທີ 07/07, ຢູ່​ນະຄອນຫຼວງ Praha, ຄະນະ​ຜູ້​ແທນ​ຂັ້ນ​ສູງ​ກະຊວງ​ຕຳຫຼວດຫວຽດນານ ​ໂດຍ​ພົນ​ເອກ ​ເຈີ​ນດ້າຍ​ກວາງ, ລັດຖະມົນຕີ​ກະຊວງ​ຕຳຫຼວດ​ນຳ​ໜ້າ ​ໄດ້​ມີ​ການ​ເຈລະຈາ​ກັບ​ຄະນະ​ຜູ້​ແທນ​ຂັ້ນ​ສູງ​ກະຊວງ​ພາຍ​ໃນ​ສ.​ເຊັກ ​ໂດຍ​ທ່ານ​ລັດຖະມົນຕີ Milan Chovanec ນຳ​ໜ້າ. ທີ່​ການ​ເຈລະຈາ, 2 ຝ່າຍ​ໄດ້​ເປັນ​ເອກະ​ພາບ​ນຳ​ກັນຕໍ່​ບັນດາ​ມາດ​ຕະການ​ເພີ່ມ​ທະວີ​ການ​ຮ່ວມ​ມື​ຕໍ່ສູ້​ປ້ອງ​ກັນ, ຕ້ານ​ອາດຊະ​ຍາ​ກຳ, ​ໂດຍ​ສະ​ເພາະ​ແມ່ນອາດຊະຍາ​ກຳ​ຢາ​ເສບ​ຕິດ, ອາດຊະຍາ​ກຳ​ມີ​ການຈັດ​ຕັ້ງ, ອາດຊະຍາ​ກຳ​ຂ້າມ​ຊາດ…; ສືບ​ຕໍ່​​ເຈລະຈາ​ເພື່ອ​ລົງ​ນາມ​ໃນ​ສັນຍາ​​ຮ່ວມ​ມື​ປ້ອງ​ກັນ​ຕ້ານ​ອາດຊະຍາ​ກຳ​, ສັນ​ຍາມ​ອບສົ່ງ​ຜູ້​ຖືກ​ລົງ​ໂທດ​ຈຳ​ຄຸກ, ສັນຍາ​ໜູນ​ຊ່ວຍ​ດ້ານ​ກົດໝາຍ​ອາຍາ… ​ໂດຍ​ໄວ ສ້າງ​ພື້ນຖານ​ດ້ານ​ກົດໝາຍ​ຢ່າງ​ໝັ້ນຄົງ, ຮອບ​ດ້ານ​ໃຫ້​ແກ່​ການ​ຮ່ວມ​ມື​ລະຫວ່າງ 2 ກະຊວງ.

        ກ່ອນ​ໜ້າ​ນັ້ນ, ຄະນະ​ຜູ​​ແທນ​ຂັ້ນ​ສູງ​ກະຊວງ​ຕຳຫຼວດ​ຫວຽດນາມ ​ໄດ້​ໄປ​ຢ້ຽມຢາມ​ສະຖານທູດ​ຫວຽດນາມ ປະຈຳ​ສ.ເຊັກ, ຢ້ຽມຢາມ ​ແລະ ​ໂອ້​ລົມ​ກັບ​ປະຊາ​ຄົມ​ຊາວ​ຫວຽດນາມ, ຢ້ຽມຢາມ​ຫ້ອງການ​ຕາງໜ້າ​ທະນາຄານ​ການ​ຄ້າ​ຫຸ້ນ​ສ່ວນ​ລົງ​ທຶນ ​ແລະ ພັດທະນາ​ຫວຽດນາມ ປະຈຳ​ສ.​ເຊັກ.

ຂ່າວ/ບົດ​ອື່ນ