ລັດຖະມົນຕີກະຊວງຕຳຫຼວດຫວຽດນາມຕ້ອນຮັບປະທານຄະນະກຳມະການປ້ອງກັນຄວາມສະຫງົບແຫ່ງຊາດສ.ເບລາຣຸດ

ລັດຖະມົນຕີກະຊວງຕຳຫຼວດຫວຽດນາມຕ້ອນຮັບປະທານຄະນະກຳມະການປ້ອງກັນຄວາມສະຫງົບແຫ່ງຊາດສ.ເບລາຣຸດ - ảnh 1
ພິ​ທີເຊັນ​ບົດ​ບັນ​ທຶກ​ຊ່ວຍ​ຈຳ​ແລກ​ປ່ຽນ​ພະ​ນັກ​ງານ​ລະ​ຫວ່າງ​ 2 ຝ່າຍ
(ພາບ: cadn.com.vn)

(vovworld) – ຕອນ​ບ່າຍ​ວັນ​ທີ 21/10, ທ່ານ ໂຕ​ເລີ​ມ, ລັດ​ຖະ​ມົນ​ຕີ​ກະ​ຊວງ​ຕຳຫຼວດ ຫວຽດ​ນາມ ໄດ້​ໃຫ້​ການ​ຕ້ອນ​ຮັບ​ທ່ານ Vakulchik Valery Pavlovich, ປະ​ທານ​ຄະ​ນະ​ກຳ​ມະ​ການ​​ປ້ອງ​ກັນຄວາມ​ສະ​ຫງົບ​ແຫ່ງ​ຊາດ ສ. ເບ​ລາ​ຣຸດ ເນື່ອງ​ໃນ​ໂອ​ກາດ​ຄະ​ນະ​ຜູ້​ແທນຄະ​ນະ​ກຳ​ມະ​ການ​ປ້ອງ​ກັນຄວາມ​ສະ​ຫງົບ​ແຫ່ງ​ຊາດ ສ. ເບ​ລາ​ຣຸດ ​ມາຢ້ຽມ​ຢາມ ຫວຽດ​ນາມ ຢ່າງ​ເປັນ​ທາງ​ການ. ທີ່​ການ​ເຈ​ລະ​ຈາ, ທ່ານ​ລັດ​ຖະ​ມົນ​ຕີ ໂຕ​ເລີມ ເຊື່ອ​ໝັ້ນ​ວ່າ ການ​ຢ້ຽມ​ຢາມ​​ຈະ​ປະ​ກອບ​ສ່ວນ​ຊຸກ​ຍູ້​ການ​ພົວ​ພັນ​ຮ່ວມ​ມື​ມິດ​ຕະ​ພາບ​ທີ່​ເປັນ​ມູນ​ເຊຶ້ື້ອ​ລ​ະ​ຫວ່າງ ຫວຽດ​ນາມ ແລະ ເບ​ລາ​ຣຸດ ​ໃຫ້ນັບ​ມື້​ນັບ​ພັດ​ທະ​ນາ​ເພື່​ອ​ຜົນ​ປ​ະ​ໂຫຍດ​ຂອງ​ປະ​ຊາ​ຊົນ 2 ປະ​ເທດ. ກະ​ຊວງ​ຕຳຫຼວດ ຫວຽດ​ນາມ ສະ​ເໜີ​ໃຫ້ 2 ຝ່າຍ​ສືບ​ຕໍ່​ເພີ່ມ​ທະ​ວີ​ການ​ແລ​ກ​ປ່ຽນ​ຂໍ້​ມູນ​ຂ່າວ​ກ່ຽວ​ກັບ​ບັນ​ດາ​ບັນ​ຫາ​ພົ້ນ​ເດັ່ນ​ຢູ່ ອາ​ຊີ - ປາ​ຊີ​ຟິກ ແລະ ຢູ່​ໃນ​ໂລກ, ສຸມ​ໃສ່​ຮ່ວມ​ມື​ປ້ອງ​ກັນ, ຕ້ານ​ອາ​ດ​ຊະ​ຍາ​ກຳ​ມີ​ກາ​ນ​ຈັດ​ຕັ້ງ, ອາດ​ຊະ​ຍາ​ກຳ​ນຳ​ໃຊ້​ເຕັກ​ໂນ​ໂລ​ຢີ​ສູງ…

        ພາຍຫຼັງ​ການ​ເຈ​ລ​ະ​ຈາ, ທ່ານ​ລັດ​ຖະ​ມົນ​ຕີ ໂຕ​ເລີມ ແລະ ທ່ານ​ລັດ​ຖະ​ມົນ​ຕີ Vakulchik Valery Pavlovich ໄດ້​ເຊັນ​ບົດ​ບັນ​ທຶກ​ຊ່ວຍ​ຈຳ​ແລກ​ປ່ຽນ​ພະ​ນັກ​ງານ​ລະ​ຫວ່າງ​ກະ​ຊວງ​ຕຳຫຼວດ ຫວຽດ​ນາມ ແລະ ຄະ​ນະ​ກຳ​ມະ​ການ​ຄວາມປ້ອງ​ກັນ​ສະ​ຫງົບ​ແຫ່ງ​ຊາດ ສ. ເບ​ລາ​ຣຸດ.

ຂ່າວ/ບົດ​ອື່ນ