ລັດຖະມົນຕີກະຊວງຕຳຫຼວດເຈີ່ນດ້າຍກວາງຕ້ອນຮັບເອກອັກຄະລັດຖະທູດຈີນແລະໄທ

ລັດຖະມົນຕີກະຊວງຕຳຫຼວດເຈີ່ນດ້າຍກວາງຕ້ອນຮັບເອກອັກຄະລັດຖະທູດຈີນແລະໄທ - ảnh 1
ທ່ານ​ເອກ​ອັກຄະ​ລັດຖະທູດ ​ໄທ ປະຈຳ ຫວຽດນາມ ພັນຍາ​ຣັກ ພຸ​ນຊັບ ແລະ ທ່ານ​ພົນ​ເອກ ​ເຈີ່ນດ້າຍ​ກວາງ
(ພາບ: anninhthudo.vn)

(vovworld) – ຕອນ​ບ່າຍ​ວັນ​ທີ 2/4, ກ່າວ​ຄຳ​ເຫັນ​ທີ່​ການ​ຕ້ອນຮັບ​ເອກ​ອັກຄະ​ລັດ​ຖະທູດ ຈີນ ປະຈຳ ຫວຽດນາມ ຂຸ​ງ​ແຊວ​ນ​ເຢົາ ​ເຂົ້າຢ້ຽມອຳ​ລາ​​ເນື່ອງ​ໃນ​ໂອກາດ​ສິ້ນ​ສຸດ​ອາຍຸ​ການ​ປະຕິບັດ​ງານ​ຢູ່ ຫວຽດນາມ, ທ່ານ​ພົນ​ເອກ ​ເຈີ່ນດ້າຍ​ກວາງ, ລັດຖະມົນຕີ​ກະຊວງ ຕຳຫຼວດ ຫວຽດນາມ ຢືນຢັນ​ວ່າ: ລັດ, ລັດຖະບານ ​ແລະ ປະຊາຊົນ ຫວຽດນາມ ຖື​ເປັນ​ສຳຄັນ​ການ​ພັດທະນາ​ການ​ພົວພັນ​ຮ່ວມ​ມື​ມິດຕະພາບ​ກັບ​ພັກ, ລັດຖະບານ ​ແລະ ປະຊາຊົນ ຈີນ. ຍາມ​ໃດ​ ຫວຽດນາມ ກໍ່​ຖື​ວ່າ​ນ້ຳ​ໃຈ​ມິດຕະພາບ ຫວຽດນາມ - ຈີນ ​ແມ່ນ​ຊັບ​ສົມບັດ​ອັນ​ລ້ຳ​ຄ່າ​ລວມຂອງ​ປະຊາຊົນ 2 ປະ​ເທດ, ຄວນ​ໄດ້ຮັບ​ການ​ປັບປຸງ, ພັດທະນາ​ຢ່າງ​ບໍ່​ຢຸດ​ຢັ້ງ. ທ່ານ​ລັດຖະມົນຕີ​ປາດ​ຖະໜາ​ວ່າ, ​​ໃນ​ໄລຍະ​ຕໍ່​ໄປ​ເຖິງ​ວ່າ​ຈະດຳລົງ​​ໃນ​ຖານະ​ຕຳ​ແໜ່​ງ​ໃດ, ທ່ານເອກ​ອັກຄະ​ລັດ​ຖະທູດ ຂຸ​ງ​ແຊວ​ນ​ເຢົາ ກໍ່​ສືບ​ຕໍ່​ເອົາ​ໃຈ​ໃສ່, ຊຸກຍູ້​ການ​ພົວພັນ​ຮ່ວມ​ມື​ມິດຕະພາບ​ລະຫວ່າງ 2 ປະ​ເທດ ຫວຽດນາມ - ຈີນ, ກໍ່​ຄື​ລະຫວ່າງ​ກະຊວງ​ຕຳຫຼວ​ດ ຫວຽດນາມ ກັບ​ບັນດາ​ອົ​ງການ​ປະຕິບັດ​ກົດໝາຍ​ຂອງ​ຈີນ ​ໃຫ້​ນັບ​ມື້​ນັບ​ພັດທະນາ​ຮອບດ້ານ, ມີ​ປະສິດທິ​ຜົນ​ກ່ວາ​ອີກ.

    ​ແລະ​ກໍ່​ໃນ​ຕອນ​ບ່າຍ​ວັນ​ດຽວ​ກັນ, ​ໃນ​ການ​ຕ້ອນຮັບ​ທ່ານ​ເອກ​ອັກຄະ​ລັດຖະທູດ ​ໄທ ປະຈຳ ຫວຽດນາມ ພັນຍາ​ຣັກ ພຸ​ນຊັບ ​ເນື່ອງ​ໃນ​ໂອກາດ​ມາ​ຮັບ​ໜ້າ​ທີ່​ການ​ທູດ​ຢູ່ ຫວຽດນາມ, ທ່ານ​ລັດຖະມົນຕີ ​ເຈີ່ນດ້າຍ​ກວາງ ຢືນ​ຢັນ​ວ່າ, ​ໃນ​ຊຸມ​ປີຜ່ານມາ, ການ​ພົວພັນ​ຮ່ວມ​ມື​ກັບ ລາຊະ​ອານາຈັກ ​ໄທ ​ໃນ​​ທຸກ​ຂົງ​ເຂດ​ໄດ້​ຮັບ​ການ​​ເພີ່ມ​ເຕີມ​ ​ແລະ ປັບປຸງ​ຢ່າງ​ບໍ່​ຢຸດ​ຢັ້ງ, ປະກອບສ່ວນ​ຕັ້ງໜ້າ​ເຂົ້າ​ໃນ​ກາຍພັດ​ທະນາ​ເປັນ​ປົກກະຕິ, ຍືນ​ຍົງ​ຂອງ ​ໄທ, ນຳ​ມາ​ເຊິ່ງປະສິດທິ​ຜົນ​ແທ​ດຈິງ, ພິ​ເສດ​​ແມ່ນ​ການ​ຮ່ວມ​ມື​ແລ​ກປ່ຽນ​ຂໍ້​ມູນ​ຂ່າວສານ, ສະພາບ​ອາດຊະຍາ​ກຳ​ຂ້າມ​ຊາດ.



ຂ່າວ/ບົດ​ອື່ນ