ລັດຖະມົນຕີກະຊວງປ້ອງກັນປະເທດ ຕ້ອນຮັບຜູ້ບັນຊາການກອງທັບເຮືອ ບຣຸໄນ

ລັດຖະມົນຕີກະຊວງປ້ອງກັນປະເທດ ຕ້ອນຮັບຜູ້ບັນຊາການກອງທັບເຮືອ ບຣຸໄນ - ảnh 1
ທ່ານ​ພົນ​​ເອກ ຟຸ່ງກວາງ​ແທງ ຕ້ອງ​ຮັບ
ຜູ້​ບັນດຊາ​ການ​ກອງທັບ​ເຮືອ ບຣຸ​ໄນ
(ພາບ: phungquangthanh.net)


(vovworld) - ຕ້ອນ​ບ່າຍ​ວັນ​ທີ 02/07, ທີ່​ການ​ຕ້ອງ​ຮັບ, ພົນ​ເຮືອ​​ໂທ Dato Seri Pahlawan Haji Abdul Halim bin Haji Mohd Hanifa, ຜູ້​ບັນດຊາ​ການ​ກອງທັບ​ເຮືອ ບຣຸ​ໄນ ທີ່​ພວມ​ມີ​ການ​ຢ້ຽມຢາມ ຫວຽດນາມ, ທ່ານ​ພົນ​​ເອກ ຟຸ່ງກວາງ​ແທງ, ລັດຖະມົນຕີ​ກະຊວງ​ປ້ອງ​ກັນ​ປະ​ເທດ ​ໄດ້​ຕີ​ລາຄາ​ສູງ​ການ​ພົວພັນ​ຮ່ວມ​ມື​ລະຫວ່າງ​ກອງ​ທັບ ​ແລະ ກອງທັບ​ເຮືອ​ຂອງ 2 ປະ​ເທດ. ທ່ານ​ລັດ​ຖະມົນຕີ ຢືນຢັນ​ວ່າ ​ໃນ​ໄລຍະ​ຈະ​ມາ​ເຖິງ, ກອງທັບ​ ​ແລະ ກອງ​ທັບ​ເຮືອ 2 ປະ​ເທດ​ຕ້ອງ​ເພີ່ມ​ທະວີ​ການ​ແລກປ່ຽນ​ຄະນະ​ຜູ້​ແທນທຸກ​ຂັ້ນ; ຈັດ​ຕັ້ງ​ການ​​ແລກປ່ຽນ​ລະຫວ່າງ​ບັນດາກໍ່າ​ປັ່ນ​ຂອງ​ກອງທັບ​ເຮືອ 2 ປະ​ເທດ​ເປັນ​ຢ່າງ​ດີ, ​ກໍ່​ຄືງານ​ພົບ​ປະແລກປ່ຽນ​ລະຫວ່າງ​ນາຍ​ທະຫານ​ໜຸ່ມຂອງ 2 ປະ​ເທດ, ສົມທົບ​ກັນ​ຝຶກ​ອົບຮົມ​ກ່ຽວ​ກັບການ​ຊອກ​ຫາ​ກູ້​​ໄພ​ກູ້​ຊີບ, ຕ້ານ​ກໍ່​ການ​ຮ້າຍ ​ແລະ ຕ້ານ​​ໂຈນ​ສະ​ລັດລະຫວ່າງ​ກອງທັບ​​ເຮືອ 2 ປະ​ເທດ.
ຂ່າວ/ບົດ​ອື່ນ