ລັດຖະມົນຕີກະຊວງປ້ອງກັນປະເທດ ມົງໂກນ ຢ້ຽມຢາມ ຫວຽດນາມ ຢ່າງເປັນທາງການ

(VOVWORLD) -ຕອນບ່າຍວັນທີ 28 ພະຈິກ, ທີ່ຮ່າໂນ້ຍ, ທ່ານລັດຖະມົນຕີກະຊວງປ້ອງກັນປະເທດ ຫວຽດນາມ ໂງຊວັນລິກ ໄດ້ເປັນເຈົ້າພາບພິທີຕ້ອນຮັບທ່ານລັດຖະມົນຕີກະຊວງປ້ອງກັນປະເທດ ມົງໂກນ Nyamaa Enkhbold ຢ້ຽມຢາມ ຫວຽດນາມ ໃນລະຫວ່າງວັນທີ 28 ພະຈິກ ຫາວັນທີ 01 ທັນວາ 2019 ຢ່າງເປັນທາງການ.
ລັດຖະມົນຕີກະຊວງປ້ອງກັນປະເທດ ມົງໂກນ ຢ້ຽມຢາມ ຫວຽດນາມ ຢ່າງເປັນທາງການ - ảnh 1ທ່ານ ໂງຊວັນລິກ  ແລະ ທ່ານ Nyamaa Enkhbold (ພາບ:qdnd.vn)

        ພາຍຫລັງພິທີຕ້ອນຮັບ, ລັດຖະມົນຕີ 2 ທ່ານໄດ້ດຳເນີນກອງປະຊຸມເຈລະຈາ. ເພື່ອພັດທະນາການຮ່ວມມືດ້ານປ້ອງກັນຊາດລະຫວ່າງ ຫວຽດນາມ ແລະ ມົງໂກນ ທັງລວງກ້ວາງ ແລະ ລວງເລິກ ແລະ ບັນລຸປະສິດທິຜົນຢ່າງແທດຈິງ, 2 ຝ່າຍໄດ້ເຫັນດີເປັນເອກະພາບວ່າ ໃນໄລຍະຈະມາເຖິງ ຈະຕັ້ງໜ້າຜັນຂະຫຍາຍການຮ່ວມມືດ້ານປ້ອງກັນຊາດໃນຂອບເຂດຂໍ້ຕົກລົງລະຫວ່າງ 2 ລັດຖະບານ, ໃນນັ້ນມີເລື່ອງສ້າງກຸ່ມປະຕິບັດງານຮ່ວມກ່ຽວກັບການຮ່ວມມືດ້ານປ້ອງກັນຊາດ ແນໃສ່ຊຸກຍູ້ການຮ່ວມມືໃນທຸກຂົງເຂດ.

        ພາຍຫລັງກອງປະຊຸມເຈລະຈາ, ລັດຖະມົນຕີ 2 ທ່ານໄດ້ເຊັນ “ຂໍ້ຕົກລົງລະຫວ່າງ 2 ລັດຖະບານ ຫວຽດນາມ - ມົງໂກນ ກ່ຽວກັບການຮ່ວມມືໃນຂົງເຂດປ້ອງກັນຊາດ”.

ຕອບກັບ

ຂ່າວ/ບົດ​ອື່ນ