ລັດຖະມົນຕີກະຊວງປ້ອງກັນປະເທດ ອົດສະຕາລີ ຢ້ຽມຢາມ ຫວຽດນາມ

ລັດຖະມົນຕີກະຊວງປ້ອງກັນປະເທດ ອົດສະຕາລີ ຢ້ຽມຢາມ ຫວຽດນາມ - ảnh 1
ທ່ານ Strphen Smith ລັດຖະມົນຕີ​ກະ​ຊວງ​ປ້ອງ​ກັນ​ປະ​ເທດ ອົດ​ສະ​ຕາ​ລີ
ຢ້ຽມຢາມ ຫວຽດນາມ
ພາບ: internet

(vovworld) - ຕອນ​ເຊົ້າ​ວັນ​ທີ 29/8,  ​ໂດຍ​ໄດ້​ຮັບ​ຄຳ​ເຊີນ​ຂອງ​ທ່ານ​ພົນ​ເອກ Phung Quang Thanh ລັດຖະມົນຕີ​ກະຊວງ​ປ້ອງ​ກັນ​ປະ​ເທດ ຫວຽດນາມ, ທ່ານ Strphen Smith ລັດຖະມົນຕີ​ກະ​ຊວງ​ປ້ອງ​ກັນ​ປະ​ເທດ ອົດ​ສະ​ຕາ​ລີ ​ໄດ້​ເດີນທາງ​ມາ​ຮອດ​     ຮ່າ​ໂນ້ຍ ​ເລີ່ມຕົ້ນ​ກາ​ນຢ້ຽມຢາມ ​ແລະ ​ເຮັດ​ວຽກ ຢູ່ ຫວຽດນາມ. ນີ້​ແມ່ນ​ການ​ຢ້ຽມຢາມ​ຫວຽດນາມ ​ເປັນຄັ້ງ​ທີ 3 ຂອງ​ລັດຖະມົນຕີ​ກະຊວງ​ປ້ອງ​ກັນ​ປະ​ເທດ​ອົດ​ສະ​ຕາ​ລີ ນັບ​ແຕ່​​ເມື່ອ​ສອງ​ປະ​ເທດ​ສ້າງຕັ້ງສາ​ຍພົວພັນ​ດ້ານ​ປ້ອງ​ກັນຊາ​ດ​ໃນ​ປີ 1999. ທີ່​ການ​ພົບ​ປະ​ກັບ​ນັກ​ຂ່າວ​ພາຍຫລັງ​ສິ້ນ​ສຸດ​ການ​ເຈລະຈາ, ລັດຖະມົນຕີ​ທັງ​ສອງ​ທ່າ​ນຊີ້​ແຈງ​ວ່າ: ຫວຽດນາມ ​ແລະ ອົດ​ສະ​ຕາ​ລີ ​ແບ່ງປັນ​ບົດຮຽນ​ໃນ​ການ​ຝືກຊ້ອມ​ຂອງ​ກຳລັງ​ດັກ​ກົງ, ​ແລກປ່ຽນ​ການ​ຢ້ຽມຢາມ​ແບບ​ເຈດ​ຕະນາ​ດີ​ຂອງ​ກຳ​ປັ່ນທະຫານ​ເຮ​ືອ. ກ່ຽວ​ກັບ​ສະພາບ​ຄວາມ​ໝັ້ນຄົງ​ໃນ​ພາກ​ພື້ນ, ທ່ານ Smith ລັດຖະມົນຕີ​ກະ​ຊວງ​ປ້ອງ​ກັນ​ປະ​ເທດ ອົດ​ສະ​ຕາ​ລີ ​ໄດ້​ເນັ້ນ​ຫນັກ​ວ່າ ບໍ່​ວ່າການ​ປະ​ທະ​ກັນ​ໃດໆ​ກໍ​ຕ້ອງ​ໄດ້​ຮັບ​ການ​ແກ້​ໄຂ​ໂດຍສັນຕິວິທີ ອີງ​ໃສ່​ກົດໝາຍ​ສາກົນ ​ແລະ ສົນທິສັນຍາ ສປຊ ກ່ຽວ​ກັບ​ທະ​ເລ​ປີ 1982. ທ່ານ​ພົນ​ເອກ Phung Quang Thanh ຢືນຢັນ​ວ່າ: ຫວຽດນາມ ​ໄດ້​ຕີ​ລາຄາ​ສູງ​ການ​ປະກອບສ່ວນ​ຂອງ​ອົດ​ສະ​ຕາ​ລີ​ໃນ​ກົນ​ໄກ​ເຮັດ​ວຽກ​ຂອງ​ກອງ​ປະຊຸມ​ຂັ້ນ​ລັດຖະມົນຕີ​ກະຊວງ​ປ້ອງ​ກັນ​ປະ​ເທດ​ບັນດາ​ປະ​ເທດ ອາ​ຊຽນ ​ເປີດ​ກວ້າງ, ຫວຽດນາມ ຊົມ​ເຊີຍ ​ແລະ ສະຫນັບສະຫນູນ​ບັນດາ​ຄວາມ​ມານະ​ພະຍາຍາມ​ຂອງ ອົດ​ສະ​ຕາ​ລີ ​ໃນ​ການ​ຮັກສາ, ຊຸກຍູ້​ສັນຕິພາບ, ສະຖຽນ​ລະ​ພາບ, ການ​ພັດທະນາ​ໃນ​ພາກພື້ນ ​ແລະ ​ໃນ​ໂລກ.

 

ຂ່າວ/ບົດ​ອື່ນ