ລັດ​ຖະ​ມົນ​ຕີ​ກະ​ຊວງ​ປ້ອງ​ກັນ​ປະ​ເທດ ອາ​ເມ​ລິ​ກາ ​ໄປຢ້ຽມ​ຢາມ ອາບ​ກາ​ນິດ​ສະ​ຖານ

(VOVWORLD) - ການຢ້ຽມຢາມດັ່ງກ່າວໄດ້ດຳເນີນໃນສະພາບການ ວໍຊິງຕັນພວມສຳຫຼວດກວດຄືນຂໍ້ຕົກລົງສັນຕິພາບ ເຊິ່ງອຳນາດການປົກຄອງຂອງ ອະດີດ ປະທານາທິບໍດີ Donald Trump ລົງນາມ ກັບ ຕາລີບານໃນປີກາຍນີ້, ຕາມນັ້ນແລ້ວ ອາເມລິກາ ຈະຖອນກຳລັງທະຫານທີ່ຍັງເຫຼືອຢູ່ອາບການິດສະຖານ 2.500 ຄົນກັບຄືນປະເທດ ກ່ອນວັນທີ 1 ພຶດສະພາ. 
ລັດ​ຖະ​ມົນ​ຕີ​ກະ​ຊວງ​ປ້ອງ​ກັນ​ປະ​ເທດ ອາ​ເມ​ລິ​ກາ ​ໄປຢ້ຽມ​ຢາມ ອາບ​ກາ​ນິດ​ສະ​ຖານ - ảnh 1 ທ່ານ Lloyd Austin ລັດຖະມົນຕີກະຊວງປ້ອງກັນປະເທດ ອາເມລິກາ ໄປຍັງ Kabul ອາບການິດສະຖານ (ພາບ: Reuters)

ວັນທີ 21 ມີນາ, ທ່ານ Lloyd Austin ລັດຖະມົນຕີກະຊວງປ້ອງກັນປະເທດ ອາເມລິກາ ໄດ້ໄປຍັງ Kabul ອາບການິດສະຖານ ໃນຂອບເຂດການເດີນທາງໄປປະຕິບັດງານຢູ່ ຕ່າງປະເທດ ຄັ້ງທຳອິດ ໃນຖານະເປັນຜູ້ນຳໜ້າ ທຳນຽບ 5 ແຈ, ພາຍຫຼັງສິ້ນສຸດການຢ້ຽມຢາມ ອິນເດຍ. ທ່ານ Ashraf Ghani ປະທານາທິບໍດີ ອາບການິດສະຖານ ໄດ້ມີການພົບປະກັບທ່ານ  Lloyd Austin. ຄາດວ່າ ທ່ານ Lloyd Austin ຈະມີການເຈລະຈາກັບຜູ້ຮັກສາການລັດຖະມົນຕີກະຊວງປ້ອງກັນປະເທດ ອາບການິດສະຖານ Yasin Zia.

ການຢ້ຽມຢາມດັ່ງກ່າວໄດ້ດຳເນີນໃນສະພາບການ ວໍຊິງຕັນພວມສຳຫຼວດກວດຄືນຂໍ້ຕົກລົງສັນຕິພາບ ເຊິ່ງອຳນາດການປົກຄອງຂອງ ອະດີດ ປະທານາທິບໍດີ Donald Trump ລົງນາມ ກັບ ຕາລີບານໃນປີກາຍນີ້, ຕາມນັ້ນແລ້ວ ອາເມລິກາ ຈະຖອນກຳລັງທະຫານທີ່ຍັງເຫຼືອຢູ່ອາບການິດສະຖານ 2.500 ຄົນກັບຄືນປະເທດ ກ່ອນວັນທີ 1 ພຶດສະພາ. ປັດຈຸບັນ, ທ່ານ ປະທານາທິບໍດີ Joe Biden ພວມຖືກກົດດັນຈາກການຕັດສິນວ່າຈະປະຕິບັດຕາມຂໍ້ຕົກລົງນີ້ຫຼືບໍ່?

ຕອບກັບ

ຂ່າວ/ບົດ​ອື່ນ