ລັດ​ຖະ​ມົນ​ຕີ​ກະ​ຊວງ​ປ້ອງ​ກັນ​ປະ​ເທດ ໂງ​ຊວນ​ລີກ ພົບ​ປະ​ກັບ​ຜູ​້​ມີ​ສິດ​ເລືອກ​ຕັ້ງ ​ແຂວງຮ່າ​ນາມ

ລັດ​ຖະ​ມົນ​ຕີ​ກະ​ຊວງ​ປ້ອງ​ກັນ​ປະ​ເທດ ໂງ​ຊວນ​ລີກ ພົບ​ປະ​ກັບ​ຜູ​້​ມີ​ສິດ​ເລືອກ​ຕັ້ງ ​ແຂວງຮ່າ​ນາມ - ảnh 1
ລັດ​ຖະ​ມົນ​ຕີ​ກະ​ຊວງ​ປ້ອງ​ກັນ​ປະ​ເທດ ໂງ​ຊວນ​ລີກ ພົບ​ປະ​ກັບ​ຜູ​້​ມີ​ສິດ​ເລືອກ​ຕັ້ງ ​ແຂວງຮ່າ​ນາມ

(vovworld) – ໂດຍ​ປະ​ຕິ​ບັດ​​ແຜນການ​ພົບ​ປະ​ກັບ​ຜູ້​ມີ​ສິດ​ເລືອກ​ຕັ້ງພາຍຫຼັງ​ກອງ​ປະ​ຊ​ຸມ​ສະ​ໄໝ​ສາ​ມັນ​ຄັ້ງ​ທີ 2, ສະ​ພາ​ແຫ່ງ​ຊາດ​ຊຸດ​ທີ 14, ວັນ​ທີ 25/11, ທ່ານ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ປ້ອງ​ກັນ​ປະ​ເທດ ໂງຊວນ​ລີກ ພ້ອມ​ກ​ັບ​ຄະ​ນະ​ສະ​ມາ​ຊິກ​ສະ​ພາ​ແຫ່ງ​ຊາດ​ແຂວງ ຮ່າ​ນາມ ໄດ້​ພົບ​ປະ​ກັບ​ຜູ້​ມີ​ສິດ​ເລືອກ​ຕັ້ງ ຢູ່​ຕາ​ແສງ ງອກ​ເຊີນ, ເມືອງ ກິມ​ບ໋​າງ ແລະ ນະ​ຄອນ ຟູ໋​ລີ໋, ແຂວງ ຮ່າ​ນາມ. ທ່ານ​ລັດ​ຖະ​ມົນ​ຕີ ໂງຊວນ​ລີກ ໄດ້​ໃຫ້​ຄຳ​ຕອບ​ຕໍ່​ບັນ​ດາ​ບັນ​ຫາ​ ແລະ ຮັບ​ຟັ​ງບັນ​ດາ​ຄຳ​ເຫັນ​ປະ​ກອບ​ຂອ​ງ ຜູ້​ມີ​ສິດ​ເລືອກ​ຕັ້ງ, ພ້ອມ​ທັງ​ສະ​ເໜີ​ໃຫ້​ບັນ​ດາ​ອົງ​ການ, ຫົວ​ໜ່ວຍ​ທີ່​ກ່ຽວ​ຂ້ອງ​ຂອງ​ແຂວງ ຮ່າ​ນາມ ແກ້​ໄຂ​ບັນ​ຫາ​ໃນ​ສິດ​ອຳ​ນາດ​ຕາມກ​ານ​ສ່ອງ​ແສງ​ຂອງ ຜູ້​ມີ​ສິດ​ເລືອກ​ຕັ້ງ. ທ່ານ​ລັດ​ຖະ​ມົນ​ຕີ ໂງຊວນ​ລີກ ແຈ້ງ​ໃຫ້ ຜູ້​ມີ​ສິດ​ເລືອກ​ຕັ້ງ​​ຮັບ​ຊາບ​ກ່ຽວ​ກັບ​ສະ​ພາບ​ການ​ພັດ​ທະ​ນາ​ເສດ​ຖະ​ກິດ - ສັງ​ຄົມ, ການປ້ອງ​ກັ​ນ​ຊາດ - ປ້ອງ​ກັນ​ຄວາມ​ສ​ະ​ຫງົບ​ຂອງ​ໂລກ, ພາກ​ພື້ນ ແລະ ພາຍ​ໃນ​ປະ​ເທດ​ດ້ວຍ​ທັດ​ສະ​ນະ​ຢ່າງ​ສະ​ເໝີ​ຕົ້ນ​ສະ​ເໝີ​ປາຍ​ຂອງ​ພັກ ແລະ ລັດ ຫວຽດ​ນາມ ແມ່ນ​ຮັກ​ສາ​ເອ​ກະ​ລາດ, ອ​ະ​ທິ​ປະ​ໄຕ, ຜືນ​ແຜ່ນ​ດິນ​ອັ​ນ​ຄົບ​ຖ້ວນ, ຮັກ​ສາ​​ສັນ​ຕິ​ພາບ, ສະ​ຖຽນ​ລະ​ພາ​ບ​ເພື່ອ ​ສ້າງ​ສາປະ​ເທດ​ຊາດ.


ຂ່າວ/ບົດ​ອື່ນ