ລັດຖະມົນຕີກະຊວງປ້ອງກັນປະເທດລັດເຊຍ ແລະ ອາເມລິກາ ໂອ້ລົມທາງໂທລະສັບກ່ຽວກັບສະພາບການຢູ່ ຢູແກຼນ

(VOVWORLD) - ທ່ານລັດຖະມົນຕີ ລັດເຊຍ Sergei Shoigu ໄດ້ປຶກສາຫາລືກ່ຽວກັບບັນຫາຄວາມໝັ້ນຄົງສາກົນໃນປະຈຸບັນ, ໃນນັ້ນມີສະພາບການຢູ່ ຢູແກຼນ...
ລັດຖະມົນຕີກະຊວງປ້ອງກັນປະເທດລັດເຊຍ ແລະ ອາເມລິກາ ໂອ້ລົມທາງໂທລະສັບກ່ຽວກັບສະພາບການຢູ່ ຢູແກຼນ - ảnh 1ທ່ານລັດຖະມົນຕີກະຊວງປ້ອງກັນປະເທດ ລັດເຊຍ Sergei Shoigu (ພາບ:rianovosti/VOV)

ວັນທີ 21 ຕຸລາ, ລັດຖະມົນຕີກະຊວງປ້ອງກັນປະເທດລັດເຊຍ ແລະ ອາເມລິກາ ໄດ້ໂອ້ລົມທາງໂທລະສັບກ່ຽວກັບສະພາບການຢູ່ ຢູແກຼນ. ກະຊວງປ້ອງກັນປະເທດ ລັດເຊຍ ໃຫ້ຮູ້ວ່າ ໃນການໂອ້ລົມທາງໂທລະສັບກັບຄູ່ຕຳແໜ່ງ ອາເມລິກາ Lloyd Austin, ທ່ານລັດຖະມົນຕີ ລັດເຊຍ Sergei Shoigu ໄດ້ປຶກສາຫາລືກ່ຽວກັບບັນຫາຄວາມໝັ້ນຄົງສາກົນໃນປະຈຸບັນ, ໃນນັ້ນມີສະພາບການຢູ່ ຢູແກຼນ. ສ່ວນທ່ານ Patrick Ryder, ໂຄສົກທຳນຽບ 5 ແຈ ໃຫ້ຮູ້ວ່າ: ໃນການໂອ້ລົມທາງໂທລະສັບ, ທ່ານລັດຖະມົນຕີ Austin ໄດ້ເນັ້ນໜັກເຖິງຄວາມສຳຄັນຂອງການຮັກສາຊ່ອງຕິດຕໍ່ພົວພັນໃນສະພາບການທີ່ລັດເຊຍ ດຳເນີນບັ້ນຮົບການທະຫານພິເສດຢູ່ ຢູແກຼນ.

        ນີ້ແມ່ນການໂອ້ລົມທາງໂທລະສັບຄັ້ງທີ 2 ລະຫວ່າງລັດຖະມົນຕີກະຊວງປ້ອງກັນປະເທດ ລັດເຊຍ Shoigu ແລະ ຄູ່ຕຳແໜ່ງ ອາເມລິກາ Austin ນັບແຕ່ ລັດເຊຍ ເລີ່ມດຳເນີນບັ້ນຮົບການທະຫານພິເສດຢູ່ ຢູແກຼນ ເມື່ອເດືອນ ກຸມພາ ປີນີ້. ການໂອ້ລົມ ທາງໂທລສັບຄັ້ງທຳອິດທີ່ດຳເນີນໃນວັນທີ 13 ພຶດສະພາຜ່ານມາ.

ຕອບກັບ

ຂ່າວ/ບົດ​ອື່ນ